• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພິທີປັກ ຕົ້ນ ທຸງຫາງ ໃນພະລາຊະວັງ ເຫວ້

ໃນການດຳລົງຊີວິດ ຢູ່ພະລາຊະວັງ ເຫວ້ (ນະຄອນ ເຫວ້) ກ່ອນ ມື້ບຸນເຕັດ ຄົນສະໄໝກ່ອນເຄີຍຈັດພິທີ “ເຖື໋ອງຕຽວ” ໝາຍ ຄວາມວ່າ ປັກທຸງຫາງ ເພື່ອເປັນການສົ່ງສັນຍານວ່າ ປີໜຶ່ງໄດ້ ຜ່ານພົ້ນໄປ, ບຸນເຕັດມາເຖິງແລ້ວ. 
ຕາມພິທີການ ຂອງ ລາຊະວົງ ຫງວຽນ (1802–1945), ເມື່ອ ຕົ້ນທຸງຫາງ ຢູ່ ເຖ໋ໂຕ໊ມ໋ຽວ (ສະຖານທີ່ສັກກາລະບູຊາ ບັນດາອົງ ກະສັດ ລາຊະວົງ ຫງວຽນ) ຖືກປັກຂຶ້ນ ປະຊາຊົນ ທົ່ວໄປ ຢູ່ ອ້ອມຂ້າງ ຈຶ່ງເລີ່ມປັກຕົ້ນທຸງຫາງໄດ້.

ຈາກ ເຖ໋ໂຕ໊ມ໋ຽວ, ພິທີແຫ່ຕົ້ນທຸງຫາງ ຖືກຈັດຂຶ້ນຢ່າງສົມກຽດ, ທະຫານ10 ຄົນ ຫາມຕົ້ນທຸງຫາງ ໃນຊຸດເຄື່ອງແບບ ທີ່ຮຽບ ຮ້ອຍ ທ່າມກາງສຽງດົນຕີ ກ້າວເຂົ້າສູ່ ພະລາຊະວັງ, ເມື່ອເຖິງ ຈ້ຽວໂຕ໊ມ໋ຽວ (ຫໍບູຊາ ທ່ານ ຫງວຽນກິມ, ບັນພະບຸລຸດ ຂອງ ຕະ ກຸນ ຫງວຽນ) ກໍຈະດຳເນີນພິທີ ປັກຕົ້ນທຸງຫາງ. “ເຖື໋ອງຕຽວ” ເປັນພິທີມູນເຊື້ອ ຂອງຊາດ, ທັງເປັນພິທີທີ່ສຳຄັນ ເນື່ອງໃນ ໂອກາດ ຕົ້ນປີໃໝ່ ຂອງ ລາຊະວົງ ຫງວຽນ.



ໃສ່ກາຈໍ້າ ໃນກັບ ເພື່ອແຂວນຂຶ້ນຕົ້ນທຸງຫາງ.


ພິທີບູຊາຢູ່ ເຖ໋ໂຕ້ມ໋ຽວ.

ກອງດົນຕີ ໃນພິທີ.


ໄປຜ່ານ ຫໍ ຫງູ້ຟຸ້ງ. 


ພິທີການສັກກາລະບູຊາຢູ່ ຈ້ຽວໂຕ໊ມ໋ຽວ. 

ຕົ້ນທຸງຫາງ ປັກຢູ່ພາຍໃນວັງ ເປັນໄມ້ໄຜ່, ຍາວປະມານ 15 ແມັດ, ໄດ້ບັນດາທະຫານປ້ອງກັນ ແຫ່ແຕ່ວັງ ຖ໋າຍຮ່ວາ ມາຍັງ ເຖ໋ໂຕ໊ມ໋ຽວ. ເມື່ອຕົ້ນທຸງຫາງ ຖືກປັກຂຶ້ນ, ສ່ວນປາຍ ຂອງ ຕົ້ນ ທຸງຫາງ ຈະແຂວນ ກາຈໍ້າ, ຟອຍແຕ້ມ, ນໍ້າມຶກຈີນ, ເຄື່ອງຖູລັບ ແລະ ເຈ້ຍ ຊຶ່ງເປັນສັນຍາລັກ ສົ່ງສັນຍານ ໃຫ້ລາຊະວົງ ພັກ ຜ່ອນໃນຊຸມມື້ບຸນເຕັດ.

ຮອດມື້ທີ 7ເດືອນ ຈຽງ, ຕົ້ນທຸງຫາງ ຈະໄດ້ປົດລົງ ຊຶ່ງມີຄວາມ  ໝາຍວ່າ ວັນພັກບຸນເຕັດ ໄດ້ສິ້ນສຸດແລ້ວ ແລະ ກັບຄືນສູ່ການ ເຮັດວຽກ ຕາມປົກກະຕິ.

ນອກຈາກ ເຖ໋ໂຕ໊ມ໋ຽວ, ພິທີປັກທຸງຫາງ ຍັງໄດ້ຮັບການຈັດຂຶ້ນ ຢູ່ ບູຮານສະຖານປະຫວັດສາດແຫ່ງອື່ນໆ ໃນກຸ່ມຮ່ອງຮອຍ ປະ ຫວັດສາດ ເມືອງຫຼວງເກົ່າເຫວ້ ແຕ່ເຮັດພິທີແບບລຽບງ່າຍໆ ແລະ ໄດ້ຈັດຂຶ້ນ ແຕ່ວັນທີ 23 ເດືອນ ທັນວາ ເຖິງ ວັນທີ 30 ມື້ ບຸນເຕັດ.



ພິທີການປັກຕົ້ນທຸງຫາງ ຢູ່ ຈ້ຽວໂຕ໊ມ໋ຽວ. 

ຕົ້ນທຸງຫາງ ຖືກປັກຂຶ້ນ ຢູ່ ຈ້ຽວໂຕ໊ມ໋ຽວ. 


ພາບບັນຍາກາດ ປັກຕົ້ນທຸງຫາງ ຢູ່ ຈ້ຽວໂຕ໊ມ໋ຽວ.


ແຫ່ຕົ້ນທຸງຫາງ ຕົ້ນທີສອງ ອອກຈາກປະຕູ ຫຽນເຍີນ.


ຕົ້ນທຸງຫາງ ຖືກປັກຂຶ້ນ ຢູ່ ວັງລອງອານ, ປັດຈຸບັນແມ່ນ ຫໍພິພິ ທະພັນ ວັດຖຸພັນບູຮານ ພະລາຊະວັງເຫວ້. 


ການນຳ ສູນອະນຸລັກຮັກສາ ປູສະນີຍະສະຖານ ກຸງເກົ່າເຫວ້ ໃນ ຊຸດເສື້ອຍາວ, ໃສ່ໝວກວົງແຫວນ ໄຕ້ທູບຖະຫວາຍ ຟ້າດິນ ເພື່ອທໍາພິທີປັກຕົ້ນທຸງຫາງ.

ບົດ ແລະ ພາບ: ເຈືອງຫວື໊ງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top