• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ເຊື່ອມ​ຕໍ່​ສາມ​ພື້ນ​ຖານ​ເສດ​ຖະ​ກິດ​ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ​ລາວ ຈະ​ປະ​ສານ​ສົມ​ທົບ​ກັບ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 9 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3. ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສອງ​ປະ​ເທດ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ພົບ​ປະ​ຂັ້ນ​ສູງ, ຮັກ​ສາ​ການ​ຮ່ວມ​ມື​ທີ່​ດີ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ ບຳ​ລຸງ​ສ້າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ​ລາວ ຈະ​ປະ​ສານ​ສົມ​ທົບ​ກັບ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ສ້າງ​ການ​ຫັນ​ປ່ຽນ​ຢ່​າງ​ແຮງ ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ; ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ສາມ​ປະ​ເທດ ລາວ - ຫວຽດ​ນາມ - ກຳ​ປູ​ເຈຍ, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ໃນ​ພາກ​ພື້ນ, ສາ​ກົນຫຼາຍ​ຝ່າຍ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ສາມ​ພັກ, ສາມ​ລັດ ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ມີ​ກົນ​ໄກ​ພົບ​ປະ​ລະ​ຫວ່າມ​​ນາ​ຍົກ​ລັດ​ຖະ​ມົນ​ຕີສາມ​ປະ​ເທດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ, ກະ​ຊວງ​ຕຳຫຼວດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສາມ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top