ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢັ້ງຢືນວ່າ ລັດຖະບານລາວ ຈະປະສານສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມຢ່າງມີປະສິດທິຜົນ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດສອງປະເທດ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)
ຕອນບ່າຍວັນທີ 9 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງປະເທດສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ, ຮັກສາການຮ່ວມມືທີ່ດີໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ປ່ຽນແປງໃໝ່ວິທີການຮ່ວມມືໃນຂົງເຂດການສຶກສາ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເປີດກວ້າງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຢ່າງມີປະສິດທິຜົນ.
ສ່ວນທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢັ້ງຢືນວ່າ ລັດຖະບານລາວ ຈະປະສານສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມຢ່າງມີປະສິດທິຜົນ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດສອງປະເທດ, ສ້າງການຫັນປ່ຽນຢ່າງແຮງ ໃນການຮ່ວມມືດ້ານເສດຖະກິດ; ຮັກສານ້ຳໃຈສາມັກຄີລະຫວ່າງປະຊາຊົນສາມປະເທດ ລາວ - ຫວຽດນາມ - ກຳປູເຈຍ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສໃນພາກພື້ນ, ສາກົນຫຼາຍຝ່າຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີເສີມຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງພັກ, ສອງລັດ ຫວຽດນາມ - ກຳປູເຈຍ ແລະ ສາມພັກ, ສາມລັດ ຫວຽດນາມ, ກຳປູເຈຍ, ລາວ ຢ່າງມີປະສິດທິຜົນ, ໃນນັ້ນມີກົນໄກພົບປະລະຫວ່າມນາຍົກລັດຖະມົນຕີສາມປະເທດ, ລັດຖະມົນຕີກະຊວງປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດສາມປະເທດ.