• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມການແຂ່ງຂັນ “ຊອກຫາທູດພາສາ ຫວຽດ ຢູ່ຕ່າງປະເທດປີ 2023”

ການແຂ່ງຂັນນີ້ແມ່ນການເປີດສາກຂອງ “ແຜນການວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປີ 2023”.
ຊຸດປຶ້ມ "ສະບາຍດີພາສາ ຫວຽດ" (ພາບ: ttdn.vn)

ຕອນບ່າຍວັນທີ 31 ມີນາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີປຸກລະດົມການແຂ່ງຂັນ“ຊອກຫາທູດພາສາ ຫວຽດ ຢູ່ຕ່າງປະເທດປີ 2023”. ເຫດການໄດ້ເຊື່ອມຕໍ່ທາງອອນລາຍກັບ 94 ສະຖານທີ່ເຊື່ອມຕໍ່ເຊິ່ງເປັນອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ເພື່ອເຊີດຊູພາສາ ຫວຽດ; ເຊີດຊູບັນດາສ່ວນບຸກຄົນທີ່ມີການປະກອບສ່ວນຕັ້ງໜ້າ ຊ່ວຍຮັກສາ, ແຜ່ຂະຫຍາຍພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານ ມາຍຟານຢຸງ, ຮອງຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ, ການແຂ່ງຂັນນີ້ແມ່ນການເປີດສາກຂອງ “ແຜນການວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປີ 2023”.

“ນີ້ແມ່ນປີທຳອິດທີ່ຄະນະກຳມະການເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດຈັດການແຂ່ງຂັນ ດ້ວຍພາກສ່ວນເຂົ້າຮ່ວມແມ່ນມຸ່ງໄປເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ 5,3 ລ້ານຄົນທີ່ພວມອາໄສຢູ່ຕ່າງປະເທດ, ພິເສດ, ເປີດກວ້າງເຖິງບັນດາຊາວຕ່າງປະເທດ ທີ່ມີຄວາມມັກຮັກ ແລະ ນຳໃຊ້ພາສາ ຫວຽດ ໄດ້ດີ. ຂ້າພະເຈົ້າຫວັງວ່າ, ການແຂ່ງຂັນນີ້ຈະເຊື່ອມຕໍ່ສ່ວນບຸກຄົນແມ່ນ “ທູດພາສາ ຫວຽດ ຢູ່ຕ່າງປະເທດ” ໃນທົ່ວໂລກ, ດ້ວຍບົດບາດແມ່ນຂົວເຊື່ອມຕໍ່, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາ ແລະ ແຜ່ຂະຫຍາຍພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ”.

ບັນດາບົດແຂ່ງຂັນອາດຈະແມ່ນບົດວັນນະຄະດີ, ຂຽນຈົດໝາຍ, ອັດສຽງ/ເທບວີດີໂອ ສ່ວນຕົວ ເລົ່າເລື່ອງ… ນຳໃຊ້ພາສາ ຫວຽດ ເພື່ອໂຄສະນາກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳ, ປະຫວັດສາດ, ພາສາ ຫວຽດ. ການແຂ່ງຂັນໄດ້ຈັດຂຶ້ນແຕ່ວັນທີ 01 ເມສາ - 10 ສິງຫາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top