• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຢູ​ແກຼນ ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ

ວັນທີ 12 ກຸມພາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ, Donald Trump ໄດ້ໂອ້ລົມເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຕາມລຳດັບ ກ່ຽວກັບການຢຸດຕິການປະທະກັນທີ່ແກ່ຍາວເກືອບ 3 ປີຜ່ານມາຢູ່ ຢູແກຼນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AP)

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 12 ກຸມພາ ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານໄດ້ດຳເນີນການໂອ້ລົມທາງໂທລະສັບ “ທີ່ຍາວ ແລະ ມີປະສິດທິຜົນທີ່ສຸດ” ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ ແລະ ຫຼັງຈາກນັ້ນ ກໍໄດ້ໂອ້ລົມເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ, ທ່ານ Volodymyr Zelensky. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ທ່ານເອງ, ທ່ານປະທານາທິບໍດີ ລັດເຊຍ ແລະ ປະທານາທິບໍດີ ຢູແກຼນ ລ້ວນແລ້ວແຕ່ປາດຖະໜາຢາກໃຫ້ມີສັນຕິພາບ, ຢຸດຕິການປະທະກັນຢູ່ ຢູແກຼນ ໃນທັນທີ.

ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ໂອ້ລົມທາງໂທລະສັບສະເພາະກັບຄູ່ຕຳແໜ່ງສອງປະເທດ ລັດເຊຍ ແລະ ຢູແກຼນ ແລ້ວ, ສປຊ ແລະ ຫຼາຍປະເທດໄດ້ຊົມເຊີຍຄວາມມານະພະຍາຍາມແກ້ໄຂການປະທະກັນລະຫວ່າງ ມົດສະກູ ແລະ ກີແອັບ.

(ແຫຼ່ງຄັດຈາກ VOV)

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຫຼາຍນະໂຍບາຍໂດຍລັດຖະບານສະເໜີໃນຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ.

Top