ນັບແຕ່ເມື່ອຮັບດຳລົງຕຳແຫນ່ງ ໃນເດືອນ ມັງກອນຜ່ານມາ, ທ່ານປະທານາທິບໍດີ . D. Trum ຍັງບໍ່ທັນປະກາດບ້ວງຫນູນຊ່ວຍການທະຫານໃດໃຫ້ແກ່ ກີແອບ ເວັ້ນເສຍແຕ່ຄຳຖະແຫລງຫລ້າສຸດທີ່ໄດ້ຍົກອອກມາ ແຕ່ບໍ່ມີຕົວເລກ ແລະ ລາຍລະອຽດໃດໆ.
ປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແຫນ່ງ ຢູແກຼນ ຢູ່ ໂຮນລັງ ໃນວັນທີ 25/6. (ພາບ: Ukrainian Presidential Press Service/Handout via REUTERS)
ວັນທີ 7 ກໍລະກົດ, ປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ປະເທດນີ້ ຈະສົ່ງການຊ່ວຍເຫລືອອາວຸດເພີ່ມເຕີມໃຫ້ແກ່ ຢູແກຼນ. ຕອບສຳພາດນັກຂ່າວຢູ່ ທຳນຽບຂາວ, ທ່ານ D.Trump ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສູ້ຮົບຢູ່ ຢູແກຼນ ແລະ ໃຫ້ຮູ້ວ່າ: ອາເມລິກາ ຈະສົ່ງອາວຸດໄປຕື່ມອີກ ສ່ວນຫລາຍແມ່ນອາວຸດປ້ອງກັນຕົວ.
ອາທິດແລ້ວນີ້, ທຳນຽບຂາວ ປະກາດຈະຢຸດຕິຊົ່ວຄາວການມອບສົ່ງງວດຊ່ວຍເຫລືອອາວຸດທີ່ສຳຄັນໃຫ້ແກ່ ຢູແກຼນ ຊື່ງອຳນາດການປົກຄອງສະໄຫມທ່ານປະທານາທິບໍດີ Joe Biden ໃຫ້ຄຳໝັ້ນສັນຍາ. ເຖິງຢ່າງໃດກໍຕາມ ນັບແຕ່ເມື່ອຮັບດຳລົງຕຳແຫນ່ງ ໃນເດືອນ ມັງກອນຜ່ານມາ, ທ່ານປະທານາທິບໍດີ . D. Trum ຍັງບໍ່ທັນປະກາດບ້ວງຫນູນຊ່ວຍການທະຫານໃດໃຫ້ແກ່ ກີແອບ ເວັ້ນເສຍແຕ່ຄຳຖະແຫລງຫລ້າສຸດທີ່ໄດ້ຍົກອອກມາ ແຕ່ບໍ່ມີຕົວເລກ ແລະ ລາຍລະອຽດໃດໆ.
(ແຫຼ່ງຄັດຈາກ VOV)