• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ການທ່ອງທ່ຽວສີຂຽວ ກວາງນາມ

“ກວາງນາມ - ແຫຼ່ງທ່ອງທ່ຽວສີຂຽວ” ບໍ່ພຽງແຕ່ແມ່ນຫົວຂໍ້ ຂອງປີທ່ອງທ່ຽວແຫ່ງຊາດ 2022 ເທົ່ານັ້ນ, ແຕ່ຍັງເປັນທິດທາງຍຸດທະສາດ ໃຫ້ແກ່ການ ສ້າງຍີ່ຫໍ້ ການທ່ອງທ່ຽວ ຂອງ ທ້ອງຖິ່ນນີ້. ​ໂດຍ​ແມ່ນ​ທ້ອງ​ຖິ່ນ ທຳ​ອິດ​ ຂອງ ປະ​ເທດ ໄດ້ປະກາດ ​ແລະ ນຳ​ໃຊ້​ບັນດາ​ມາດຖານ​ການທ່ອງທ່ຽວ​ສີຂຽວ, ທ່ອງ​ທ່ຽວ ກວາງ​ນາມ ​ໄດ້​ປ່ຽນ​ໃໝ່​ຢ່າງ​ວ່ອງ​ໄວ, ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ປອດ​ໄພ, ເປັນມິດ ​ແລະ ມີ​ຄວາມ​ດຶງ​ດູດ​ໃຈ ​ບົນ​ເສັ້ນທາງ​ມໍລະດົກ​ພາກ​ກາງ.

ໃນ​ທ່າ​ອ່ຽງ ທີ່​ໂລກ​ ກໍາລັງພະຍາຍາມ​ກ້າວ​ໄປ​ສູ່​ຂະ​ແໜງ​ການ ທ່ອງທ່ຽວ​ສີຂຽວ ​ແບບ​ຍືນ​ຍົງ, ປອດ​ໄພ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຂະແໜງການ​ທ່ອງ​ທ່ຽວ​ ກວາງ​ນາມ ​ໄດ້​ດຳ​ເນີນ​ບັນ ດາ​ບາດກ້າວ​ທີ່​ສອດຄ່ອງ​ກັບ​ທຳ​ມະ​ຊາດ, ເງື່ອນໄຂ ທີ່ເປັນທ່າ ແຮງ ທີ່​ມີພ້ອມ​ຂອງ​ທ້ອງ​ຖິ່ນ​, ທັງຕອບສະໜອງໄດ້ທ່າ​ອ່ຽງ​ໃໝ່ ການ​ທ່ອງ​ທ່ຽວ​ ໂດຍ​ການ​ສ້າງ​ມາດ​ຖານ​ການ​ທ່ອງ​ທ່ຽວ​ສີ​ຂຽວ​ເພື່ອ​ນຳ​ໃຊ້​ ກັບ​ການ​ທ່ອງ​ທ່ຽວ ​ປະ​ເພດ​ຕ່າງໆ​ ທ້ອງຖິ່ນ.

ມາດຖານ​ການ​ທ່ອງ​ທ່ຽວ​ສີຂຽວ ​ຂອງ​ ກວາງ​ນາມ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ໂຄງການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ ຂອງ​ ສະ​ວິດ (SSTP) ບົນ​ພື້ນຖານ​ອີງ​ໃສ່ 25 ມາດຖານ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ ທີ່ໄດ້ນຳໃຊ້ໃນ​ຂອບ​ເຂດ​ ສາກົນ ​ແລະ ຖືກ​ດັດ​ປັບ​ໃຫ້​     ເໝາະ​ສົມ​ກັບ​ການທ່ອງທ່ຽວ​ຂະໜາດ​ນ້ອຍ ​ແລະ ກາງ ​ແລະ ສະ ພາບ​ການ​ດຳ​ເນີນ​ທຸລະ​ກິດ ​ຕົວ​ຈິງ​ຢູ່ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ​ມາດຖານ​ການທ່ອງທ່ຽວ​ສີຂຽວ​ ກວາງ​ນາມ ລວມມີ 6 ມາດຖານ​ໃຫ້ 6 ປະ​ເພດ ​ການ​ບໍລິການ​ທ່ອງ​ທ່ຽວ​ຄື: ​ໂຮງ​ແຮມ (9 ຫົວ​ຂໍ້),  homestay (10 ​ຫົວ​ຂໍ້), ຣີສອດ (10 ​ຫົວ​ຂໍ້), ບໍລິການ​ທ່ອງ​ທ່ຽວ (5 ຫົວ​ຂໍ້), ​ເຂດທ່ອງທ່ຽວ​ ຊຸມ​ຊົນ (9 ຫົວຂໍ້), ສະຖານທີ່ທ່ອງທ່ຽວ (11 ຫົວຂໍ້).

ທ່ານ ເລ​ຈີ໋ແທ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຢືນຢັນ​ວ່າ: “ພ້ອມ​ກັບ​ທົ່ວ​ປະ​ເທດ, ກວາງ​ນາມ ປາດ​ຖະໜາ​ຢາກ​ຟື້ນ​ຟູ ​ແລະ ພັດທະນາ​ການ​ທ່ອງ​ທ່ຽວ​ຢ່າງ​ແຮງ, ​ເພາະ​ບໍ່​ພຽງ​ແຕ່​ແມ່ນ​ຂະ​ແໜງ​ເສດຖະກິດ​ເທົ່າ​ນັ້ນ, ແຕ່​ຍັງ​ນຳມາຄວາມໝາຍດ້ານ ສັງຄົມທີ່ຍິ່ງໃຫຍ່​ອີກ​ດ້ວຍ. ກວາງ​ນາມ ຖື​ການ​ພັດ​ທະ​ນາ​ສີຂຽວ ​ແລະ ​ຍືນ​ຍົງ​ເປັນ​ເສົາ​ຄ້ຳ. ເພາະສະ​ນັ້ນ, ມາດ ຖານ​ການທ່ອງທ່ຽວ​ສີຂຽວ​ ສໍາລັບ​ບັນດາ​ຈຸດທ່ອງ​ທ່ຽວ ​ແລະ ວິສາຫະກິດເຄື່ອນໄຫວໃນຂົງເຂດການ​ທ່ອງ​ທ່ຽວ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ອັນ​ໜັກ​ແໜ້ນ ​ຂອງ​ພັກ, ລັດຖະບານ, ປະຊາຊົນ ​ແລະ ວົງ​ຄະນາ​ຍາດ​ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດການ​ທ່ອງ​ທ່ຽວ​ທົ່ວ​ແຂວງ​ ພ້ອມ​ກັນ​ສ້າງ​ສະພາບແວດລ້ອມ ການທ່ອງທ່ຽວທີ່ແປກໃໝ່, ເປັນມິດ, ປອດ​ໄພ ​ແລະ ມີຄວາມຮັບຜິດຊອບ”.

 

ທັດສະນີຍະພາບຂອງແມ່ນ້ຳລຳເຊ ທີ່ງົດງາມຂອງເມືອງບູຮານ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ນັກ​ທ່ອງ​ທ່ຽວ​ຕ່າງປະເທດ ຢ້ຽມຢາມເມືອງເກົ່າ ໂຮ້ຍອານ ໂດຍ​ການລົດ​ຖີບ​. ພາບ: ແທງຮ່ວາ/VNP
ຄວາມ​ດຶງດູດໃຈ ຂອງ ​ການທ່ອງ​ທ່ຽວ ​​ຢ້ຽມ​ຢາມ​ປ່າ​ໝາກ​ພ້າວ ເກີມແທງ, ນະ​ຄອນ ໂຮ້ຍອານ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ ສ.​ເກົາຫຼີ ​ໄປ​ຢ້ຽມ​ຢາມ​ໝູ່​ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ​ບູ​ຮານ ແທງ​ຮ່າ. ພາບ: ແທງຮ່ວາ/VNP
ຄວາມ​ງາມທີ່ດຶງດູດໃຈ​ ແລະ​ ງຽບສະຫງົບ ຂອງ ເຂດ​ຊົນ​ນະ​ບົດ ໂຮ້ຍອານ​. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ສຳ​ຜັດ​ກັບ​ການ​ປູກ​​ຜັກ​ ຢູ່​ໝູ່​ບ້ານ​ປູກ​ຜັກ​ ຈ່າເກ້ວ, ເມືອງ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ພະນັກງານຢູ່ຮ້ານອາຫານ Field ໃນນະຄອນ ໂຮ້ຍອານ ແນະນຳໃຫ້ນັກທ່ອງທ່ຽວຮູ້ວິທີການນຳໃຊ້ຂີ້ເຫຍື້ອໃນເຮືອນຄົວເປັນຝຸ່ນຊີວະພາບ. ພາບ: ແທງຮ່ວາ/VNP

ຜະ​ລິດ​ຕະ​ພັນ​ສະ​ບູ​ຈາກ​ນ​້​ໍ​າ​ມັນຄົວກິນ​ທີ່​ໃຊ້​ແລ້ວ​ຂອງ​ຮ້ານ​ອາ​ຫານ​ໃນ ໂຮ້ຍອານ​. ພາບ: ແທງຮ່ວາ/VNP

ດ້ວຍ​ບັນດາ​ມາດຖານ​ດັ່ງກ່າວ, ກວາງ​ນາມ ຄາດ​ວ່າ “ການທ່ອງ ທ່ຽວ​ສີຂຽວ” ຈະ​ແມ່ນ​ບາດກ້າວ​ບຸກທະລຸ, ມີລັກສະນະ ມະນຸດ ສະທຳ, ມີຄວາມໝາຍສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ຊັບພະຍາ ກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ, ອະນຸລັກ​ຮັກສາ​ ຄຸນຄ່າ​ວັດທະ ນະທຳ-ມໍລະດົກ, ປະກອບ ສ່ວນ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ສີ ຂຽວ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຊາດ, ພ້ອມ​ກັນ​ນັ້ນ ກໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ທ່ອງ​ທ່ຽວ​ທີ່​ສົດ​ຊື່ນ, ​ເປັນ​ມິດ, ປອດ​ໄພ ​ແລະ ​ເປັນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ມາ​ຍັງ​ ກວາງ​ນາມ ​ໃນ​ທຸກ​ວັນ​ນີ້, ນັກ​ທ່ອງ​ທ່ຽວ ​ບໍ່​ພຽງ​ແຕ່​ສາມາດ​ຊອກ​ຮູ້​ຄວາມ​ງາມ​ທີ່​ຍືນ​ຍົງ​ ຂອງ 2 ມໍລະດົກ​ໂລກ​ ທີ່​ມີ​ຊື່​ສຽງ​ຄື: ​ເມືອງ​ເກົ່າ ​ໂຮ້ຍອານ, ວິຫານ ໝີ໋ເຊີນ ​ແລະ ເຂດອະນຸລັກລະບົບນິເວດ ສຳລັບສິ່ງມີຊີວິດ ຂອງ ໂລກ​ ກູ່ລາວຈ່າມ ​ເທົ່າ​ນັ້ນ, ຫາກຍັງໄດ້ນຳໃຊ້ບັນດາທົວທ່ອງທ່ຽວ ທີ່ໜ້າຈັບໃຈ ດ້ວຍບັນຍາກາດ ທີ່ປອດໃສ, ທຳມະຊາດ ອັນມະຫັດສະຈັນ ຂອງ ພູມສັນຖານ ຊົນນະບົດ, ຫາດຊາຍ, ພູເຂົາ, ປ່າໄມ້, ແຫຼ່ງທ່ອງ ທ່ຽວແບບທຳມະຊາດ, ນິຄົມສີຂຽວ... ກວາງນາມ ຍັງເປັນດິນແດນທີ່ເຕັມໄປດ້ວຍນໍ້າໃຈ ຂອງ ຜູ້ຄົນ, ບັນດາເຍື່ອງ ອາຫານທີ່ເປັນເອກະລັກຂອງ ທ້ອງຖິ່ນ ທີ່ມີຄວາມ ຫຼາກຫຼາຍ ຂອງ ສີສັນວັດ ທະນະທຳຂອງ ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ ພວມອາໄສ ຢູ່ທ່າມກາງ ປ່າໄມ້ ສີຂຽວ ຂອງ ສາຍພູຫຼວງທີ່ກວ້າງໃຫຍ່ໄພສານ.

 

ຄວາມ​ງາມ​ ທີ່ດຶງດູດໃຈ​ ຂອງ ​ປ່າ​ໝາກພ້າວ​ ຢູ່​ຕາ​ແສງ​ ຕາມ ຫາຍ. ພາບ: ແທງຮ່ວາ/VNP

ຄອບຄົວ​ນັກ​ທ່ອງ​ທ່ຽວມາຈາກ ​ຮ່າ​ໂນ້ຍ ​ໃຫ້​ລູກ​ຫຼານ​ສຳ​ຜັດ​ກັບ​ການ​ທ່ອງ​ທ່ຽວ​ຂຽວ​ຢູ່​ຟາມ​ສະອາດ​ຢູ່​ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ນັກທ່ອງທ່ຽວຕ່າງປະເທດຄົ້ນພົບຄວາມງາມທໍາມະຊາດຂອງເກາະ ກູ່ລາວຈ່າມ. ພາບ: ແທງຮ່ວາ/VNP

ເຮືອໄປທ່ຽວຊົມທຳມະຊາດທີ່ຣີສອດ Vinpearl ນາມໂຮ້ຍອານ. ພາບ: ແທງຮ່ວາ/VNP

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ຊອກ​ຮູ້​ສິ​ລະ​ປະ​ການ​ປຸງ​ແຕ່ງ​ອາ​ຫານ ​​ກວາງ​ນາມ ​ຢູ່​ຮ້ານ​ອາ​ຫານແຫ່ງໜຶ່ງ​ ຂອງ​ໝູ່​ບ້ານ​ປູກ​ຜັກ​ ຈ່າເກ້ວ, ​ເມືອງ ​ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP

ກວາງ​ນາມ ​ມີ​ອາຊີບ​ທໍ​ໄໝ​ພື້ນ​ເມືອງ​ທີ່​ມີ​ຊື່​ສຽງ. ພາບ: ແທງຮ່ວາ/VNP

ທົວທ່ອງທ່ຽວ ຄົ້ນຫາ​ໝູ່​ບ້ານ​ຊາວ​ເຜົ່າ ເກີຕູ ຢູ່​ເຂດ​ພູດ​ອຍ ນາມ​ຢາງ, ກວາງ​ນາມ. ພາບ: ແທງຮ່ວາ/VNP

ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ກັບ​ຊີ​ວິດ​ຂອງ​ຊາວ​ເຜົ່າ ເກີຕູ ຢູ່​ເຂດ​ພູດ​ອຍ ນາມ​ຢາງ, ແຂວງ ກວາງ​ນາມ. ພາບ: ແທງຮ່ວາ/VNP

ບົດ ແລະ ພາບ: ແທງຮ່ວາ - ແປໂດຍ: ຢືຟຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top