ໃນຂະນະທີ່ບຸນເຕັດ ປະຈຳຊາດ ປີມະເມຍ 2026 ໃກ້ຈະມາເຖິງ, ຢູ່ທີ່ ທ່າເຮືອ ຊາກີ່, ຕາແສງ ດົງເຊີນ (ແຂວງ ກວາງຫງາຍ), ບັນດາເຮືອ ຂົນ ສົ່ງສິນຄ້າ ໄດ້ພາກັນເຂົ້າທຽບທ່າ ຢ່າງຄຶກຄື້ນ ເພື່ອລຳລຽງສິນຄ້າ ອຸປະ ໂພກ ບໍລິໂພກ ແລະ ເຄື່ອງຂອງ ທີ່ຈຳເປັນຕ່າງໆ ອອກສູ່ເຂດເສດຖະ ກິດພິເສດ ຫຼີເຊີນ ເພື່ອຮັບໃຊ້ ຄວາມຕ້ອງການຂອງປະຊາຊົນ. ໃນ ໄລ ຍະ 10 ວັນ ຜ່ານມາ, ປະລິມານສິນຄ້າ ທີ່ສົ່ງຈາກແຜ່ນ ດິນໃຫຍ່ ອອກສູ່ເກາະ ຫຼີເຊີນ ຜ່ານທ່າເຮືອ ຊາກີ່ ມີຫຼາຍກວ່າ 2.000 ໂຕນ. ເພື່ອຕອບສະໜອງ ຄວາມຕ້ອງການທີ່ເພີ່ມສູງຂຶ້ນ, ຄະນະຄຸ້ມຄອງທ່າເຮືອແຂວງ ກວາງຫງາຍ ໄດ້ຈັດວາງ ກຳລັງບຸກຄະລາກອນ ແລະ ພາຫະນະ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ເຮືອສິນຄ້າ ເຂົ້າທຽບທ່າ ແລະ ຂົນຖ່າຍ ສິນຄ້າ ຢ່າງທັນການ ພ້ອມທັງຮັບປະກັນຄວາມປອດໄພ ໃນເຂດທ່າເຮືອ.
ເຮືອບັນທຸກສິນຄ້າ ອອກຈາກທ່າເຮືອ ຊາກີ່ ມຸ່ງໜ້າໄປສູ່ເຂດເສດຖະ ກິດພິເສດ ຫຼີເຊີນ ເພື່ອຮັບໃຊ້ຕະຫຼາດບຸນເຕັດ. ພາບ: ເລເຟືອກຫງອກ – VNA
ສິນຄ້າ ແລະ ເຄື່ອງອຸປະໂພກ ບໍລິໂພກ ທີ່ຈຳເປັນ ໄດ້ຖືກຂົນຂຶ້ນເຮືອ ເພື່ອສົ່ງໄປຍັງເຂດເສດຖະກິດພິເສດ ຫຼີເຊີນ. ພາບ: ເລເຟືອກຫງອກ – VNA
ຕົ້ນໝາກແປ້ນປະດັບ ໄດ້ຖືກຂົນຂຶ້ນເຮືອຂົນສົ່ງ ເພື່ອສົ່ງໄປຍັງ ເກາະ ຫຼີເຊີນ. ພາບ: ເລເຟືອກຫງອກ – VNA
ແລ່ນຜ່ານຄື້ນທະເລໃຫຍ່ຂອງເຂດທະເລພາກກາງໃນທ້າຍປີ, ແຕ່ລະ ຖ້ຽວເຮືອ ທີ່ເຂົ້າທຽບທ່າ ຢູ່ເກາະ ຫຼີເຊີນ ບໍ່ພຽງແຕ່ ຂົນສົ່ງ ສິນຄ້າທົ່ວ ໄປເທົ່ານັ້ນ, ແຕ່ຍັງນຳເອົາ ກິ່ນອາຍຂອງບຸນເຕັດ ຈາກແຜ່ນດິນໃຫຍ່ ໄປນຳອີກດ້ວຍ. ຢູ່ຕາມສອງຝາກທາງ ທີ່ມຸ່ງໜ້າສູ່ສູນກາງເມືອງເກາະ, ສີຂຽວຂອງເຂົ້າຕົ້ມ, ສີເຫຼືອງ ຂອງ ຕົ້ນໝາກແປ້ນ ແລະ ສີບົວ ຂອງດອກຄາຍ ໄດ້ເລີ່ມປະກົດໃຫ້ເຫັນ, ເຮັດໃຫ້ທົ່ວທັງເກາະມີຄວາມ ສົດໃສຂຶ້ນຕື່ມ. ປະຊາຊົນ ໃນເກາະ ຕ່າງກໍພາກັນ ໄປຊື້ເຄື່ອງຂອງຢ່າງ ຄຶກຄື້ນ, ສຽງຫົວມ່ວນຊື່ນ ປະສານກັບສຽງແກເຮືອ ໄດ້ສ້າງເປັນບົດ ເພງແຫ່ງການຕ້ອນຮັບ ລະດູບານໃໝ່ ທີ່ເຕັມໄປດ້ວຍພະລັງຊີວິດ.
ສິນຄ້າ ແລະ ເຄື່ອງອຸປະໂພກ ບໍລິໂພກ ທີ່ຈຳເປັນ ໄດ້ຖືກຂົນຂຶ້ນເຮືອ ເພື່ອສົ່ງໄປຍັງເຂດເສດຖະກິດພິເສດ ຫຼີເຊີນ. ພາບ: ເລເຟືອກຫງອກ – VNA
ສິນຄ້າ ແລະ ເຄື່ອງອຸປະໂພກ ບໍລິໂພກ ທີ່ຈຳເປັນ ໄດ້ຖືກຂົນຂຶ້ນເຮືອ ເພື່ອສົ່ງໄປຍັງເຂດເສດຖະກິດພິເສດ ຫຼີເຊີນ. ພາບ: ເລເຟືອກຫງອກ – VNA
ຕົ້ນໝາກແປ້ນ ປະດັບ ໄດ້ຖືກຂົນຂຶ້ນເຮືອຂົນສົ່ງ ເພື່ອສົ່ງໄປຍັງເກາະ ຫຼີເຊີນ. ພາບ: ເລເຟືອກຫງອກ – VNA
ນອກຈາກສິນຄ້າທາງການຄ້າແລ້ວ, ບັນດາຖ້ຽວເຮືອ “ບຸນເຕັດ ກ່ອນກຳນົດ” ເຫຼົ່ານີ້ ຍັງອັດແໜ້ນໄປດ້ວຍ ຄວາມຮັກແພງ ຂອງ ແຜ່ນດິນໃຫຍ່ ທີ່ມີຕໍ່ກອງທັບ ແລະ ປະຊາຊົນຢູ່ໃນເກາະ. ຂອງຂວັນແຫ່ງນ້ຳໃຈ ຫຼາຍຢ່າງ ຈາກບັນດາອົງການຈັດຕັ້ງ ແລະ ບຸກຄົນ ໄດ້ຖືກມອບເຖິງມື ຄອບຄົວນະໂຍບາຍ ແລະ ເຫຼົ່າທະຫານ ທີ່ກຳລັງປະຕິບັດໜ້າທີ່ ໃນຊ່ວງບຸນເຕັດ. ຄວາມເອົາໃຈໃສ່ ຢ່າງທັນການນັ້ນ ແມ່ນກໍາລັງໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ ບັນດານັກຮົບ ມີຄວາມອຸ່ນອ່ຽນໃຈ ໃນການປົກປັກຮັກສາ ນ່ານຟ້າ ແລະ ນ່ານນ້ຳ ຂອງ ປະເທດຊາດ, ພ້ອມທັງຊ່ວຍໃຫ້ ປະຊາຊົນ ຢູ່ທີ່ນີ້ ໄດ້ສະຫຼອງ ບຸນເຕັດ ຢ່າງອົບອຸ່ນ ແລະ ຄົບຖ້ວນ. ເຖິງວ່າ ຈະມີຄວາມຫຍຸ້ງຍາກ ທາງດ້ານພູມສັນຖານ, ແຕ່ດ້ວຍການ ກະກຽມ ຢ່າງລະອຽດຮອບຄອບ, ບັນຍາກາດບຸນເຕັດ ຢູ່ເຂດເສດຖະ ກິດພິເສດ ຫຼີເຊີນ ແມ່ນໄດ້ແຜ່ຂະຫຍາຍໄປທົ່ວ, ຢືນຢັນເຖິງ ຄວາມ ຜູກພັນອັນແໜ້ນແຟ້ນ ລະຫວ່າງເກາະ ໄກຈາກຝັ່ງ ແລະ ແຜ່ນດິນແມ່.
ປະຕິບັດໂດຍ: VNA/VNP