• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ຊາວ​ໜຸ່ມ ຫວຽດນາມ​ເສີມ​ຂະ​ຫຍາຍ​ຈິດ​ໃຈ 5 ນຳ​ໜ້າ

ການໂອ້ລົມສົນທະນາ ໄດ້ສຸມໃສ່ 3 ຫົວຂໍ້ໃຫຍ່ລວມມີ: ການສຶກສາ, ການບຳລຸງສ້າງເພື່ອເປົ້າໝາຍກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສັງກາດ 4.0…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການໂອ້ລົມສົນທະນາ ລະຫວ່າງ ນາຍົກລັດຖະມົນຕີ ກັບ ຊາວໜຸ່ມ ດ້ວຍຫົວຂໍ້ “ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມ ທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສັງກາດ 4.0”. ການໂອ້ລົມສົນທະນາ ໄດ້ສຸມໃສ່ 3 ຫົວຂໍ້ໃຫຍ່ລວມມີ: ການສຶກສາ, ການບຳລຸງສ້າງເພື່ອເປົ້າໝາຍກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສັງກາດ 4.0…

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ຊາວໜຸ່ມ ຫວຽດນາມ ເສີມຂະຫຍາຍຈິດໃຈ 5 ນຳໜ້າໃຫ້ດີກ່ວານີ້ອີກ. ນັ້ນແມ່ນ: ນຳໜ້າໃນການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ຍົກສູງລະດັບຄວາມຮູ້, ມີຄຸນນະທາດ, ເຈດຈຳນົງໃນການດຳລົງຊີວິດ ແລະ ວຽກງານ, ນຳໜ້າໃນການອອກແຮງງານ, ຜະລິດ, ດຳເນີນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງໃນຍຸກສະໄໝປະຕິວັດອຸດສາຫະກຳຄັ້ງທີ 4, ນຳໜ້າໃນພາລະກິດແຫ່ງການປົກປັກຮັກສາເອກະລາດແຫ່ງຊາດ, ສັງຄົມນິຍົມຢ່າງໝັ້ນແກ່ນ, ປົກປັກຮັກສາອະທິປະໄຕປະເທດຊາດເວົ້າລວມ ແລະ ອະທິປະໄຕທະເລໝູ່ເກາະເວົ້າສະເພາະໃນທຸກກໍລະນີ, ນຳໜ້າໃນການເຊື່ອມໂຍງເຂົ້າກັບສາກົນ ເພື່ອໃຫ້ເພື່ອນມິດສາກົນເຫັນໄດ້ວ່າ ຊາວໜຸ່ມ ຫວຽດນາມບໍ່ຫຼຸດດ້ອຍນ້ອຍໜ້າ ກ່ວາປະເທດໃດກ່ຽວກັບເຈດຈຳນົງ, ພູມປັນຍາ, ຄຸນນະທາດ, ນ້ຳໃຈຄວາມຮັກແພງ, ຄວາມຈິງໃຈ, ນຳໜ້າໃນການປ້ອງກັນຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການຕໍ່ສູ້ຕ້ານກຳລັງທີ່ເປັນປໍລະປັກ…

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top