• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປ​ະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ຊີ້​ນຳ​ຜັນ​ຂະ​ຫຍາຍ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນເປ​ເພ

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພໃນທົ່ວປະເທດແມ່ນໂຄງການທີ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງຂອງພັກ, ລັດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nhandan.vn)
ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພໃນທົ່ວປະເທດ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳ ເພື່ອຕີລາຄາສະພາບການ, ໝາກຜົນປະຕິບັດໂຄງການ ແລະ ໜ້າທີ່ໃນໄລຍະຈະມາເຖິງ. ກອງປະຊຸມໄດ້ດຳເນີນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ແລະ ມີການເຊື່ອມຕໍ່ແບບທາງໄກກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພໃນທົ່ວປະເທດແມ່ນໂຄງການທີ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງຂອງພັກ, ລັດ; ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ, ການຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີ, ສະແດງໃຫ້ເຫັນຈິດໃຈສາມັກຄີທົ່ວປວງຊົນທັງຊາດ, ແມ່ນຄວາມຮັບຜິດຊອບຕໍ່ປະຊາຊົນ, ເປັນຕົ້ນແມ່ນຜູ້ມີຄວາມສ່ຽງສູງກ່ວາໝູ່, ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ… ດັ່ງນັ້ນທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຍູ້ແຮງຄວາມຄືບໜ້າ, ຕັດສິນໃຈຮອດວັນທີ 31 ຕຸລາ 2025 ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພໂດຍພື້ນຖານ. ເພື່ອປະຕິບັດໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງຕ້ອງຫັນແຫຼ່ງກຳລັງປະຕິບັດໂຄງການເປັນຫຼາຍຮູບແບບ, ພິເສດແມ່ນບັນດາທ້ອງຖິ່ນນຳໜ້າດ້ານເສດຖະກິດຄື: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ບັກນິງ, ກ໋ວາງນິງ, ດົ່ງນາຍ…. ຄວນໜູນຊ່ວຍບັນດາທ້ອງຖິ່ນຍັງປະສົບກັບຄວາມຫຍຸ້ງຍາກໃນການປະຕິບັດໂຄງການ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ຍິງ​ປຶນ​ໃຫຍ່ 21​ນັດ​ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ອິນ​ໂດ​ເນ​ເຊຍ ຍິງ​ປຶນ​ໃຫຍ່ 21​ນັດ​ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ມີການພົບປະ ແລະ ດຳເນີນການເຈລະຈາຂັ້ນສູງເພື່ອປຶກສາຫາລື ແລະ ວາງອອກບັນດາມາດຕະການແນໃສ່ສືບຕໍ່ຮັກສາ, ພັດທະນາ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

Top