• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: “ຫວຽດນາມ ແລະ ອິນໂດເນເຊຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື”

ບັນດາວິສາຫະກິດ ອິນໂດເນເຊຍ ສືບຕໍ່ມານະພະຍາຍາມບືນຕົວຂຶ້ນກາຍເປັນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ວາລະສົນທະນາ)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາ ອາຊຽນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນຫຼວງ ຈາກາກຕາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມການສົນທະນາວິສາຫະກິດ “ຫວຽດນາມ ແລະ ອິນໂດເນເຊີຍ: ການພົວພັນຄູ່ຮ່ວມມືເພື່ອຄວາມກ້າວໜ້າ ແລະ ວັດທະນາຖາວອນ”.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ, ບັນດາວິສາຫະກິດ ອິນໂດເນເຊຍ ສືບຕໍ່ມານະພະຍາຍາມບືນຕົວຂຶ້ນກາຍເປັນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ. ທ່ານຊີ້ແຈ້ງວ່າ, ບັນດາຂະແໜງ, ຂົງເຂດ, ຄື: ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ; ການພັດທະນາຂະແໜງອຸດສາຫະກຳຊິບ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີການເງິນ, ສາທາລະນະສຸກ… ແມ່ນບັນດາຂະແໜງ, ຂົງເຂດທີ່ ຫວຽດນາມ ແລະ ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ແລະ ພວມມີຄວາມຕ້ອງການດຶງດູດການລົງທຶນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:

“ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ຫວຽດນາມ ພວມໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກນັກລົງທຶນ ປະຊາຄົມສາກົນ; ມີຫຼາຍນັກລົງທຶນຕ່າງປະເທດໄດ້ເລືອກເອົາ ຫວຽດນາມ ແມ່ນສູນຜະລິດຍຸດທະສາດ, ເຊື່ອມຕໍ່ກັບບັນດາລະບົບສະໜອງທົ່ວໂລກ. ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດເປັນຕ່ອງໂສ້ສຳຄັນໃນລະບົບມູນຄ່າໂຄງສ້າງການລົງທຶນໃໝ່ຂອງໂລກ, ພິເສດແມ່ນໃນຂົງເຂດເອເລັກໂຕນິກ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ຊິບ, ເຄິ່ງຊັກນຳໄຟຟ້າ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ”.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມື, ດຳເນີນທຸລະກິດຫຼາຍສະບັບລະຫວ່າງບັນດາອົງການຈັ້ງຕັ້ງ ແລະ ວິສາຫະກິດຂອງ 2 ປະເທດ.

ບັນດາເອກະສານຮ່ວມມືທີ່ໄດ້ລົງນາມໃນການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອິນໂນເນເຊຍ, ລວມມີ:  ບົດບັນທຶກຊ່ວຍຈຳລະຫວ່າງສະຖາບັນການຕ່າງປະເທດ ຫວຽດນາມ ແລະ ສະຖາບັນສື່ສານ ແລະ ດຳເນີນທຸລະກິດ LSPR ໃນຂົງເຂດການສຶກສາ, ບຳລຸງສ້າງ; ບົດບັນທຶກຊ່ວຍຈຳລະຫວ່າງ VinFast ແລະ ທະນາຄານ Negara Indonesia ຮ່ວມມືຍຸດທະສາດຮອບດ້ານ ກ່ຽວກັບບັນດາມາດຕະການຫັນເປັນສີຂຽວ ແລະ ບັນດາແຫຼ່ງການເງິນສີຂຽວໄລຍະຍາວ; ບົດບັນທຶກຊ່ວຍຈຳລະຫວ່າງ SOVICO ແລະ Ciputra Group ກ່ຽວກັບການຮ່ວມມືພັດທະນາບັນດາໂຄງການອະສັງຫາລິມະຊັບ, ເຂດຕົວເມືອງອັດສະລິຍະ, ເຂດພະລາທິການ logistics ແລະ ການຄ້າ, ການບໍລິການຢູ່ ຫວຽດນາມ ແລະ ອິນໂດເນເຊຍ; ຂໍ້ຕົກລົງການບໍລິການຕົ້ນຕໍລະຫວ່າງ FPT Software ແລະ KMP Aryadhana Wisesa, Yogyakarta Sultanate ກ່ຽວກັບການຮ່ວມມືນຳໃຊ້ AI, Blockchain, IOT ເພື່ອຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວໃນບັນດາໂຄງການບຳບັດສິ່ງເສດເຫຼືອ, ເພີ່ມສະມັດຕະພາບ ແລະ ການສຶກສາ…

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ

ວັນທີ 09 ມີນາ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ.

Top