• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ອິນ​ໂດ​ເນ​ເຊຍ ​ທາງ​ລັດ​ຖະ​ກິດ, ຢ້ຽມ​ຢາມ ຄະ​ນະ​ເລ​ຂາ​ອາ​ຊຽນ ແລະ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ

ການເດີນທາງໄປປະຕິບັດງານ ສະແດງໃຫ້ເຫັນການຜັນຂະຫຍາຍແນວທາງການທູດຢ່າງມີຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຖືການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນເປັນສຳຄັນ
ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: baoquocte.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ, ປະທານພັກຂະບວນການ ອິນໂດເນເຊຍ ຍິ່ງໃຫ່ຍ (Gerindra),  ທ່ານ  Kao Kim Hourn ເລຂາທິການໃຫ່ຍ ອາຊຽນ ແລະ ທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ, ເລຂາທິການໃຫ່ຍພັກການກະທຳເພື່ອ ປຊຊ ສິງກະໂປ, ຕອນເຊົ້າວັນທີ 9 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມ ອິນໂດເນເຊຍ ທາງລັດຖະກິດ, ຢ້ຽມຢາມ ຄະນະເລຂາ ອາຊຽນ ແລະ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 9 ຫາວັນທີ 13 ມີນາ 2025.

ການເດີນທາງໄປປະຕິບັດງານ ສະແດງໃຫ້ເຫັນການຜັນຂະຫຍາຍແນວທາງການທູດຢ່າງມີຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຖືການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນເປັນສຳຄັນ, ໃນນັ້ນ ມີສອງຄູ່ຮ່ວມມືສຳຄັນແມ່ນ ອິນໂດເນເຊຍ ແລະ ສິງກະໂປ, ສະແດງໃຫ້ເຫັນຢ່າງແຮງກ່ວາອີກຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ປະດິດຄິດສ້າງຂອງ ຫວຽດນາມ ດ້ວຍບັນດາການປະກອບສ່ວນຢ່າງແທ້ຈິງ, ຮ່ວມແຮງຮ່ວມໃຈປະຕິບັດຄວາມມຸ່ງຫວັງອະນາຄົດຂອງ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ

ວັນທີ 09 ມີນາ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ.

Top