ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມແມ່ນເພື່ອນທີ່ຈິງໃຈ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມ BRICS ແລະ ສາກົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ບຣາຊິນ (ພາບ: TTXVN)
ກອງປະຊຸມສຸດຍອດ BRICS 2025 ໄດ້ໄຂຂຶ້ນໃນວັນທີ 6 ກໍລະກົດ, ຢູ່ນະຄອນ Rio de Janeiro, ບຣາຊິນ. ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມດ້ວຍຖານະແມ່ນປະເທດຄູ່ຮ່ວມມືຢູ່ກອງປະຊຸມສຸດຍອດ BRICS, ເຊິ່ງແມ່ນກົນໄກຮ່ວມມືຫຼາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ແລະ ນັບມື້ນັບມີຜົນສະທ້ອນໃຫຍ່ນັບທັງດ້ານເສດຖະກິດ ແລະ ການເມືອງ.
ດ້ວຍຖານະເປັນປະເທດຄູ່ຮ່ວມມື BRICS, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມແມ່ນເພື່ອນທີ່ຈິງໃຈ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມ BRICS ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງສະເໜີ ສາມນຳໜ້າຍຸດທະສາດສຳລັບ BRICS ແລະ ບັນດາປະເທດຄູ່ຮ່ວມມື. ທີໜຶ່ງແມ່ນ ນຳໜ້າໃນການສ້າງລັດທິຫຼາຍຝ່າຍ, ສະເໝີພາບ, ຕ້ານສິດຜູກຂາດ, ອາລັກຂາ, ຢຶດໝັ້ນກັບການສົນທະນາ, ການຮ່ວມມື, ຫຼີກລ້ຽງການສູ້ຢັນກັນ, ບົນບັນດາຫຼັກການພື້ນຖານ ຂອງກົດບັດ ສປຊ ແລະ ກົດໝາຍສາກົນ. ທີສອງແມ່ນ, ນຳໜ້າໃນການຊຸກຍູ້ການຫັນການຄ້າເປັນເສລີ, ສະເໝີພາບ, ຕ້ານສິດຜູກຂາດ ແລະ ເຄົາລົບສິດສະເໝີພາບ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ. ທີສາມ, ນຳໜ້າເສີມຂະຫຍາຍກຳລັງແຮງຂອງປັນຍາປະດິດເພື່ອຮັບໃຊ້ມະນຸດ ແຕ່ບໍ່ອາດທົດແທນມະນຸດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ:
ບັນດາການຜັນແປທີ່ສັບສົນຂອງໂລກໃນປັດຈຸບັນ ຍິ່ງສະແດງໃຫ້ເຫັນແຈ້ງບັນດາຂໍ້ສັງເກດຢ່າງເລິກເຊິ່ງ ຂອງທ່ານປະທານາທິບໍດີ ບຣາຊິນ Lula da Silva. ການຢຶດໝັ້ນການປົກປ້ອງລັດທິຫຼາຍຝ່າຍແມ່ນເສັ້ນທາງໜຶ່ງດຽວເຊິ່ງພວກເຮົາຕ້ອງກ້າວເດີນ, ບົນວິວັດການນັ້ນ ຫວຽດນາມ ພ້ອມກັບ BRICS ແລະ ບັນດາປະເທດທາງທິດໃຕ້ ຈະສູ້ຊົນຢ່າງບໍ່ຢຸດຢັ້ງ, ສາມັກຄີ, ມານະພະຍາຍາມ, ເພື່ອສ້າງລະບົບຄຸ້ມຄອງທົ່ວໂລກ, ມີຄວາມຍຸຕິທຳ, ສະເໝີພາບ, ມີວິທະຍາສາດ, ກວມລວມ ແລະ ຍືນຍົງຢ່າງແທ້ຈິງ.
(ແຫຼ່ງຄັດຈາກ VOV)