• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: Vietcombank ຄວນບືນຕົວອອກສູ່ໂລກ

ໂດຍເປັນໜຶ່ງໃນທະນາຄານການຄ້າຂອງລັດ 4 ແຫ່ງທີ່ມີຂອບຂະໜາດໃຫຍ່ສຸດໃນລະບົບທະນາຄານ ຫວຽດນາມ, ໃນ 60 ປີຜ່ານມາ, Vietcombank ຍາມໃດກໍ່ຕອບສະໜອງຢ່າງທັນການ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະດັບຫຼຽນໃຫ້ແກ່ທະນາຄານ Vietcombank (ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບນາມມະຍົດວິລະຊົນແຮງງານຂອງທະນາຄານການຄ້າ ຫວຽດນາມ (Vietcombank). ໂດຍເປັນໜຶ່ງໃນທະນາຄານການຄ້າຂອງລັດ 4 ແຫ່ງທີ່ມີຂອບຂະໜາດໃຫຍ່ສຸດໃນລະບົບທະນາຄານ ຫວຽດນາມ, ໃນ 60 ປີຜ່ານມາ,  Vietcombank ຍາມໃດກໍ່ຕອບສະໜອງຢ່າງທັນການ, ມີປະສິດທິຜົນຕໍ່ບັນດາຄວາມຕ້ອງການທຶນສິນເຊື່ອ ແລະ ບັນດາການບໍລິການທະນາຄານທີ່ມີຄຸນນະພາບ, ຮັບໃຊ້ການຜະລິດດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນຈຳກັດ, ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກ, ຮັບປະກັນບັນດາຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ໂດຍຮັບຮູ້, ຍ້ອງຍໍຊົມເຊີຍຜົນງານຂອງ Vietcombank ໃນ 60 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Vietcombank ສືບຕໍ່ຮັກສາທີ່ຕັ້ງເປັນທະນາຄານອັນດັບ 1 ຂອງ ຫວຽດນາມ, ນອນໃນກຸ່ມ 100 ທະນາຄານໃຫຍ່ຂອງພາກພື້ນ ອາຊີ, ເສີມຂະຫຍາຍບັນດາບົດບາດເປັນທະນາຄານຫຼັກແຫຼ່ງ, ນຳພາຕະຫຼາດຂອງລະບົບບັນດາອົງການສິນເຊື່ອ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ , Vietcombank ຄວນກຳນົດແຈ້ງເປົ້າໝາຍ, ການກຳນົດທິດ ແລະ ບັນດາໜ້າທີ່, ມາດຕະການພັດທະນາໄລຍະກາງ ແລະ ຍາວ, ເໝາະສົມກັບຍຸດທະສາດພັດທະນາຂະແໜງທະນາຄານຮອດປີ 2025, ກຳນົດທິດຮອດປີ 2030 ແລະ ທ່າອ່ຽງພັດທະນາລວມຂອງບັນດາທະນາຄານຢູ່ ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top