• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ວັດ​ຕະ​ກຳ - ກຳ​ລັງ​ໜູນ​ແກ່ນ​ສານ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ

“ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ສືບຕໍ່ໄດ້ຮັບການຢັ້ງຢືນວ່າ ເປັນບັນດາຂົງເຂດແກ່ນສານ, ແມ່ນກຳລັງໜູນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ..."
ການຖະແຫຼງຂ່າວຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ

ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ນຳເອົາເນື້ອໃນນະວັດຕະກຳເຂົ້າໃນກົດໝາຍ ແລະ ຖືວ່າເປັນຂົງເຂດທຽບເທົ່າກັບວິທະຍາສາດເຕັກໂນໂລຢີ.  ນີ້ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ຍົກອອກມາໃນການຖະແຫຼງຂ່າວແນະນຳບັນດາເນື້ອໃນພື້ນຖານຂອງກົດໝາຍ 5 ສະບັບ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເປັນປະທານການຮຽບຮຽງ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ຫາກໍ່ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ໃນຕອນບ່າຍວັນທີ 7 ກໍລະກົດ ຢູ່ຮ່າໂນ້ຍ. ໃນກົດໝາຍ 05 ສະບັບດັ່ງກ່າວ ມີ: ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ; ກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຢີດີຈີຕອນ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະລັງງານປະລະມານູ. ນະວັດຕະກຳ ໄດ້ຮັບຖືວ່າ ເປັນກຳລັງໜູນແກ່ນສານເພື່ອຍົກສູງຄວາມສາມາດແກ້ງແຍ້ງແຫ່ງຊາດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຫງວຽນຝູຮຸ່ງ, ຫົວໜ້າກົມວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຢີ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໃຫ້ຮູ້ວ່າ:

        “ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ສືບຕໍ່ໄດ້ຮັບການຢັ້ງຢືນວ່າ ເປັນບັນດາຂົງເຂດແກ່ນສານ, ແມ່ນກຳລັງໜູນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໂດຍເປັນຄັ້ງທຳອິດທີ່ກົດໝາຍຖືນະວັດຕະກຳແມ່ນຂົງເຂດທຽບເທົ່າກັບວິທະຍາສາດເຕັກໂນໂລຢີ. ວິທະຍາສາດເຕັກໂນໂລຢີ ໄດ້ສ້າງເປັນພູມປັນຍາ ແລະ ໂດຍບັນດານັກຄົ້ນຄວ້າ, ນັກວິທະຍາສາດສ້າງຂຶ້ນ, ສ່ວນນະວັດຕະກຳແມ່ນໂດຍທົ່ວປວງຊົນ, ຫັນພູມປັນຍາກາຍເປັນຄຸນຄ່ານັ້ນ ແມ່ນຈຸດໃໝ່ອ່ຽມຂອງກົດໝາຍສະບັບນີ້”.


(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top