• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫຼວງ ຮ່າໂນ້ຍ ດ້ວຍພາລະບົດບາດນຳໜ້າ, ພ້ອມແລ້ວຈະປະຕິບັດການຫັນວິໄສທັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃຫ້ປະກົດຜົນເປັນຈິງ

ທ່ານ ຫງວຽນຢຸຍງອັກ ໃຫ້ຮູ້ວ່າ, ປີ 2025, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ຮ່າໂນ້ຍ ໄດ້ປະຕິບັດສຳເລັດ ແລະ ປະຕິບັດສຳເລັດທັງໝົດ 24/24 ຄາດໝາຍພັດທະນາຕົ້ນຕໍ
  (ທ່ານ ຫງວຽນຢຸຍງອັກ, ເລຂາຄະນະພັກນະຄອນ ຮ່າໂນ້ຍ)  

  ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ຈັດຂຶ້ນແຕ່ວັນທີ 19 – 25 ມັງກອນ 2026, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຢຸຍງອັກ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ຫວນຄືນບັນດາຜົນງານທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ໃນອາຍຸການຜ່ານມາ.

        ທ່ານ ຫງວຽນຢຸຍງອັກ ໃຫ້ຮູ້ວ່າ, ປີ 2025, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ຮ່າໂນ້ຍ ໄດ້ປະຕິບັດສຳເລັດ ແລະ ປະຕິບັດສຳເລັດທັງໝົດ 24/24 ຄາດໝາຍພັດທະນາຕົ້ນຕໍ; ໃນນັ້ນ, ລະດັບເຕີບໂຕ GRDP ບັນລຸ 8,16%, ລືນກາຍຄາດໝາຍທີ່ໄດ້ວາງອອກ (8%). ນະຄອນຫຼວງ ຮ່າໂນ້ຍ ດ້ວຍພາລະບົດບາດນຳໜ້າ, ພ້ອມແລ້ວຈະປະຕິບັດການຫັນວິໄສທັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃຫ້ປະກົດຜົນເປັນຈິງ.

        “ນະຄອນ ຮ່າໂນ້ຍ ພວມສ້າງບັນດາແຜນການເພື່ອສູ້ຊົນລະດັບເຕີບໂຕ 2 ຕົວເລກ (ຈາກ 11% ຂຶ້ນໄປໃນປີ 2026) ແລະ ຮັກສາຄວາມສະຖຽນລະພາບຢ່າງຕໍ່ເນື່ອງໃນຫຼາຍປີ. ເພື່ອເຮັດສິ່ງດັ່ງກ່າວ, ທາງນະຄອນພວມຍູ້ແຮງບັນດາໂຄງການພື້ນຖານດີຈີຕອນ, ເຂດຕົວເມືອງອັດສະລິຍະ, ລະບົບທາງລົດໄຟເຂດຕົວເມືອງ ແລະ ບັນດາຮູບແບບເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພ້ອມກັນນັ້ນປະກາດໃຊ້ແຜນການກະທຳປະຕິບັດມະຕິເລກທີ 57 ຂອງກົມການເມືອງໃນບໍລິເວນນະຄອນ ຮ່າໂນ້ຍ ປີ 2026. ນີ້ແມ່ນການກະກຽມມີແບບມີແຜນເພື່ອໃຫ້ ຮ່າໂນ້ຍ ບໍ່ພຽແຕ່ພັດທະນາໃຫ້ສະເພາະຕົນເທົ່ານັ້ນ ຫາກຍັງເຮັດຫຼ້ອນບົດບາດນຳພາເຂດນະຄອນ ຫຼວງ ແລະ ທັງປະເທດກ້າວເຂົ້າສູ່ສັງກາດໃໝ່ຢ່າງແຮງ”.

(ແຫຼ່ງຄັດຈາກ VOV)

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ມະຕິ 9 ສະບັບສວມບົດບາດກຳນົດທິດຈິນຕະນາການ, ສ້າງກຳລັງໜູນບຸກທະລຸ, ນຳ ຫວຽດນາມ ພັດທະນາຢ່າງວ່ອງໄວໃນສັງກາດໃໝ່

Top