ທ່ານ ຫງວຽນຢຸຍງອັກ ໃຫ້ຮູ້ວ່າ, ປີ 2025, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ຮ່າໂນ້ຍ ໄດ້ປະຕິບັດສຳເລັດ ແລະ ປະຕິບັດສຳເລັດທັງໝົດ 24/24 ຄາດໝາຍພັດທະນາຕົ້ນຕໍ
(ທ່ານ ຫງວຽນຢຸຍງອັກ, ເລຂາຄະນະພັກນະຄອນ ຮ່າໂນ້ຍ)
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ຈັດຂຶ້ນແຕ່ວັນທີ 19 – 25 ມັງກອນ 2026, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຢຸຍງອັກ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ຫວນຄືນບັນດາຜົນງານທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ໃນອາຍຸການຜ່ານມາ.
ທ່ານ ຫງວຽນຢຸຍງອັກ ໃຫ້ຮູ້ວ່າ, ປີ 2025, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ຮ່າໂນ້ຍ ໄດ້ປະຕິບັດສຳເລັດ ແລະ ປະຕິບັດສຳເລັດທັງໝົດ 24/24 ຄາດໝາຍພັດທະນາຕົ້ນຕໍ; ໃນນັ້ນ, ລະດັບເຕີບໂຕ GRDP ບັນລຸ 8,16%, ລືນກາຍຄາດໝາຍທີ່ໄດ້ວາງອອກ (8%). ນະຄອນຫຼວງ ຮ່າໂນ້ຍ ດ້ວຍພາລະບົດບາດນຳໜ້າ, ພ້ອມແລ້ວຈະປະຕິບັດການຫັນວິໄສທັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃຫ້ປະກົດຜົນເປັນຈິງ.
“ນະຄອນ ຮ່າໂນ້ຍ ພວມສ້າງບັນດາແຜນການເພື່ອສູ້ຊົນລະດັບເຕີບໂຕ 2 ຕົວເລກ (ຈາກ 11% ຂຶ້ນໄປໃນປີ 2026) ແລະ ຮັກສາຄວາມສະຖຽນລະພາບຢ່າງຕໍ່ເນື່ອງໃນຫຼາຍປີ. ເພື່ອເຮັດສິ່ງດັ່ງກ່າວ, ທາງນະຄອນພວມຍູ້ແຮງບັນດາໂຄງການພື້ນຖານດີຈີຕອນ, ເຂດຕົວເມືອງອັດສະລິຍະ, ລະບົບທາງລົດໄຟເຂດຕົວເມືອງ ແລະ ບັນດາຮູບແບບເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພ້ອມກັນນັ້ນປະກາດໃຊ້ແຜນການກະທຳປະຕິບັດມະຕິເລກທີ 57 ຂອງກົມການເມືອງໃນບໍລິເວນນະຄອນ ຮ່າໂນ້ຍ ປີ 2026. ນີ້ແມ່ນການກະກຽມມີແບບມີແຜນເພື່ອໃຫ້ ຮ່າໂນ້ຍ ບໍ່ພຽແຕ່ພັດທະນາໃຫ້ສະເພາະຕົນເທົ່ານັ້ນ ຫາກຍັງເຮັດຫຼ້ອນບົດບາດນຳພາເຂດນະຄອນ ຫຼວງ ແລະ ທັງປະເທດກ້າວເຂົ້າສູ່ສັງກາດໃໝ່ຢ່າງແຮງ”.