• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານ​ຮ່ວມ​ການ​ພົບ​ປະ​ກັບ​ຜູ້​ນຳ​ໜ້າ​ຂອງ​ສາມ​ພັກ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

ຕອນບ່າຍວັນທີ 06 ກຸມພາ, ຢູ່ສຳນັກງານພັກປະຊາຊົນກຳປູເຈຍ (CPP) ທີ່ນະຄອນຫຼວງ ພະນົມເປັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍທ່ານ Hun Sen ປະທານພັກ CPP ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປັນປະທານຮ່ວມການພົບປະລະຫວ່າງຜູ້ນຳໜ້າຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ.
ຜູ້ນຳໜ້າຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນແບ່ງປັນກ່ຽວກັບສະພາບການຢູ່ ຫວຽດນາມ ແລະ ບັນດາໝາກຜົນສຳຄັນ, ມີລັກສະນະກຳນົດທິດຍຸດທະສາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການປັບປຸງ, ພັດທະນາສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ - ລາວ ຢ່າງສະເໝີຕົ້ນສະເໝີປາຍ.

ບັນດາຜູ້ແທນເຂົ້າຮ່ວມງານພົບປະ

ການພົບປະໄດ້ແລກປ່ຽນກ່ຽວກັບທຸກຂົງເຂດໃນສາມພັກ, ສາມປະເທດ ແລະ ອີກຄັ້ງໜຶ່ງຢັ້ງຢືນສາຍພົວພັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ ແມ່ນມີຄວາມໝາຍຍຸດທະສາດ, ຍາວນານ. ເມື່ອສິ້ນສຸດການພົບປະ, ການນຳສາມທ່ານໄດ້ເຫັນດີເປັນເອກະພາບຈັດການພົບປະລະຫວ່າງຜູ້ນຳໜ້າຂອງສາມພັກຄັ້ງທີ 5 ປີ 2027 ຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ່າງ​ສົມ​ກຽດເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ່າງ​ສົມ​ກຽດເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ຄັ້ງນີ້ ໄດ້ຮັບຄວາມຄາດຫວັງຈະສ້າງບາດກ້າວບຸກທະລຸ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ເພີ່ມຂຶ້ນຢູ່ລະດັບສູງກວ່າ, ການຮ່ວມມືໃນຂອບເຂດ ແລະ ລະດັບທີ່ເລິກເຊິ່ງກ້ວາງຂວາງກວ່າອີກ, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກວ່າອີກ.

Top