• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະກັບທ່ານ Heng Samrin ປະທານກຽດຕິມະສັກ ພັກປະຊາຊົນ ກຳປູເຈຍ (ພາບ: TTXVN)
ຕອນບ່າຍວັນທີ 6 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ໃນການພົບປະກັບທ່ານ Heng Samrin ປະທານກຽດຕິມະສັກ ພັກປະຊາຊົນ ກຳປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈອັນດີງາມ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານປະທານ Heng Samrin ທີ່ມີຕໍ່ສາຍພົວພັນ ຫວຽດນາມ - ກຳປູເຈຍ ໃນຕະຫຼອດຫຼາຍທົດສະວັດຜ່ານມາ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ຄົນລຸ້ນຫຼັງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ທ່ານເລຂາທິການໃຫຍ່ ກໍເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ ເມື່ອ ຫວຽດນາມ ຫາກໍຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ວາງອອກວິໄສທັດຍຸດທະສາດໃໝ່. ສ່ວນທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ພິ​ເສດ​ເຂດ​ພາກ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່

ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ພິ​ເສດ​ເຂດ​ພາກ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່

ໃນເນື້ອທີ່ເກືອບ 9.500 ຕາແມັດ, ເຂດວາງສະແດງ “ຜະລິດຕະພັນກະເສດຫວຽດ - ແຜ່ກະຈາຍສີສັນລະດູບານໃໝ່” ມີຮ້ານຂາຍເຄື່ອງທີ່ບັນລຸມາດຖານ 300 ຮ້ານນັບ ແຕ່ຜະລິດຕະພັນກະເສດສົດ, ຜະລິດຕະພັນປຸງແຕ່ງ, ສິນພິເສດຂອງເຂດພາກ ຈົນຮອດບັນດາຜະລິດຕະພັນ OCOP ທີ່ເຂັ້ມຂຸ້ນໄປດ້ວຍສີສັນທ້ອງຖິ່ນ…

Top