• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ການ​ປັບ​ປຸງ​ກົງ​ຈັກ​ໃຫ້​ກະ​ທັດ​ລັດ​ລົງ​ຕ້ອງ​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ເນັ້ນໜັກເຖິງການປັບປຸງກົງຈັກໃຫ້ກະທັດລັດລົງແມ່ນບໍ່ສາມາດຢຸດສະຫງັກໄດ້ຍ້ອນວ່າຖ້າຮອດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ການປຶກສາຫາລືຕາມໜ່ວຍຢູ່ສະພາແຫ່ງຊາດທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ເນັ້ນໜັກເຖິງການປັບປຸງກົງຈັກໃຫ້ກະທັດລັດລົງແມ່ນບໍ່ສາມາດຢຸດສະຫງັກໄດ້ຍ້ອນວ່າຖ້າຮອດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທຸກສິ່ງທຸກຢ່າງ ໄດ້ຮັບການຕັດສິນ ແລະ ການເລືອກຕັ້ງໄດ້ປະຕິບັດສຳເລັດແລ້ວ ການປ່ຽນແປງຈະປະສົບກັບຄວາມຫຍຸ້ງຍາກ.

ຕາມທ່ານເລຂາທິການໃຫຍ່ ໃນວິວັດການຄົ້ນຄ້ວາ, ປະສິດທິຜົນໃນການບໍລິຫານຂອງ ກົງຈັກລັດ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.ບົດຮຽນປະສົບການຈາກປະຫວັດສາດ ແລະ ບັນດາປະເທດອື່ນໆສະແດງໃຫ້ເຫັນວ່າ ລັດຖະບານທີ່ມີການເຄື່ອນໄຫວບໍ່ມີປະສິດທິຜົນ ຈະເສຍຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ຜົນສຳເລັດແມ່ນບໍ່ສາມາດຄາດຄະເນໄດ້. ດັ່ງນັ້ນ ຄວາມເພິ່ງພໍໃຈຂອງປະຊາຊົນຕ້ອງໄດ້ຮັບການຕີລາຄາໂດຍອີງໃສ່ຫຼາຍປັດໄຈ, ສ່ອງແສງໃຫ້ເຫັນປະສິດທິຜົນ, ປະສິດທິພາບຢ່າງແທ້ຈິງຂອງກົງຈັກລັດ.

ທ່ານເລຂາທິການໃຫຍ່ ໂຕເລິມໄດ້ຕີລາຄາສູງຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງປະຊາຊົນ, ບັນດາອົງການ ແລະ ສະພາແຫ່ງຊາດຕໍ່ແຜນນະໂຍບາຍປັບປົງກົງຈັກຂອງສູນກາງໃຫ້ກະທັດລັດລົງ. ການຜັນຂະຫຍາຍໂດຍໄວ ແລະ ມີປະສິດທິຜົນສະແດງໃຫ້ເຫັນແຜນນະໂຍບາຍນີ້ແມ່ນຖືກຕ້ອງ ແລະ ຕອບສະໜອງຄວາມລໍຄອຍແຕ່ດົນນານຂອງປະຊາຊົນ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າປັບປຸງກົງຈັກໃຫ້ກະທັດລັດລົງບໍ່ພຽງແຕ່ແມ່ນການແກ້ໄຂບັນຫາດ້ານເສດຖະກິດເທົ່ານັ້ນ ຫາກຍັງແມ່ນເພື່ອແນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການເຄື່ອນໄຫວອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຫຼາຍນະໂຍບາຍໂດຍລັດຖະບານສະເໜີໃນຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ.

Top