ວຽດນາມ ຖືສາຍພົວພັນກັບ ມາເລເຊຍ ເປັນສຳຄັນ ແລະ ປາດຖະໜາຢາກໃຫ້ສອງຝ່າຍມີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ໄດ້ສ້າງຕັ້ງຂຶ້ນເມື່ອເດືອນພະຈິກ 2024.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ:VOV)
ຕອນບ່າຍວັນທີ 08 ພຶດສະພາ, ກ່ອນເວລາສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຢູ່ Cebu, ຟີລິບປິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຢັ້ງຢືນຄືນນະໂຍຍາບການຕ່າງປະເທດຂອງ ຫວຽດນາມ ທີ່ວ່າ ຫວຽດນາມ ຖືສາຍພົວພັນກັບ ມາເລເຊຍ ເປັນສຳຄັນ ແລະ ປາດຖະໜາຢາກໃຫ້ສອງຝ່າຍມີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ໄດ້ສ້າງຕັ້ງຂຶ້ນເມື່ອເດືອນພະຈິກ 2024.
(ແຫຼ່ງຄັດຈາກ VOV)