• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ໃນ​ຂົງ​ເຂດ​ພັດ​ທະ​ນ​າ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ສິ່ງ​ແວດ​ລ້ອມ​ແຖວ​ໜ້າ ຈີນ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF ຕະຫຼຽນ 2024) ແລະ ເຮັດວຽກຢູ່ ຈີນ, ຕອນເຊົ້າວັນທີ 27 ມິຖຸນາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ປັກກິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດໃນຂົງເຂດພັດທະນາພື້ນຖານໂຄງລ່າງ, ພະລັງງານ, ສິ່ງແວດລ້ອມແຖວໜ້າ ຈີນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນເຈຍເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ

ທີ່ການຕ້ອນຮັບທ່ານ ແຢນເຈຍເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ປະທານສະຖາບັນຄົ້ນຄວ້າ ຈວາງແຢນ ແລະ ບັນດາການນຳກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ແລກປ່ຽນ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ຄົ້ນຄວ້າ, ຊອກຫາກາລະໂອກາດລົງທຶນໃໝ່, ເປີດກວ້າງການລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຮ່ວມເດີນທາງ, ໃຫ້ການຊ່ວຍເຫຼືອ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຈີນ ຜັນຂະຫຍາຍໂຄງການລົງທຶນດຳເນີນທຸລະກິດແບບຍືນຍົງ, ມີປະສິດທິຜົນ, ຜົນສຳເລັດ, ຮັບປະກັນປະຕິບັດຖືກຕ້ອງຕາມຂໍ້ກຳນົດກົດໝາຍ.

ໃນການຕ້ອນຮັບທ່ານ ແຢນເຊິງຈຽນ, ທ່ານປະທານສະພາຝ່າຍບໍລິຫານ ແລະ ບັນດາພະນັກງານຂັ້ນສູງຂອງກຸ່ມບໍລິສັດ ແທນອິງ, ເຊິ່ງເປັນກຸ່ມບໍລິສັດນາໆຊາດທີ່ລົງທຶນ 4 ໂຄງການບຳບັດສິ່ງເສດເຫຼືອດ້ວຍເຕັກໂນໂລຢີເອກເລັກໂຕນິກ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊົມເຊີຍແຜນການເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ຂອງກຸ່ມບໍລິສັດໃນຂົງເຂດສິ່ງແວດລ້ອມ ແລະ ພະລັງງານສີຂຽວ, ສະອາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ໃຫ້ການຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນການສະເໜີແນວຄວາມຄິດໃໝ່, ໂຄງການລົງທຶນໃໝ່,  ຄົ້ນຄວ້າການຮ່ວມມືໃນບັນດາຂົງເຂດບຸລິມະສິດຂອງ ຫວຽດນາມ ເຊິ່ງກຸ່ມບໍລິສັດມີທ່າແຮງ.

(ແຫຼ່ງຄັດຈາກ VOV)

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ ແມ່ນພິທີກຳທີ່ສຳຄັນໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າ ເອເດ. ພິທີນີ້ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື ຄວາມກະຕັນຍູຂອງລູກຫຼານທີ່ມີຕໍ່ປູ່ຍ່າຕາຍາຍພໍ່ແມ່ ພ້ອມທັງພາວະນາໃຫ້ເທວະດາຟ້າແຖນບັນພະບູລຸດ ໃຫ້ປົກປິດຊ່ວຍເຫຼືອລູກຫຼານ ໃຫ້ມີສຸຂະພາບແຂງແຮງ ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.

Top