• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 9

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງໜ້າທີ່ປົກປັກຮັກສາປະເທດຊາດ, ໜ້າທີ່ສ້າງກອງທັບເວົ້າລວມ ແລະ ຂອງທະຫານເຂດ 9 ເວົ້າສະເພາະ.
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ເຮັດວຽກຢູ່ທະຫານເຂດ 9)

ຕອນເຊົ້າວັນທີ 08 ທັນວາ, ຢູ່ ເກິນເທີ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 9 (10 ທັນວາ 1945 – 10 ທັນວາ 2025) ແລະ ພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ.

        ຊົມເຊີຍບັນດາຜົນງານໃນໄລຍະ 80 ປີຜ່ານທີ່ກຳລັງປະກອບອາວຸດທະຫານເຂດ 9 ບັນລຸໄດ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງໜ້າທີ່ປົກປັກຮັກສາປະເທດຊາດ, ໜ້າທີ່ສ້າງກອງທັບເວົ້າລວມ ແລະ ຂອງທະຫານເຂດ 9 ເວົ້າສະເພາະ, ພວມວາງອອກບັນດາຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ ໃນສະພາບສິ່ງທ້າຍໃໝ່ເກີດຂຶ້ນຫຼາຍຢ່າງ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີວ່າ:

        “ສຸມໃສ່ສ້າງກຳລັງປະກອບອາວຸດທະຫານເຂດ 9 ປະຕິວັດເປັນກຳລັງຫຼວງ, ກະທັດລັດ, ທັນສະໄໝ. ສຸມໃສ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກຊ້ອມຕໍ່ສູ້. ເປັນເຈົ້າອາວຸດ, ພາຫະນະອຸປະກອນ, ໂດຍສະເພາະແມ່ນອາວຸດປະເພດໃໝ່, ທັນສະໄໝ, ກ່ຽມພ້ອມໃນທຸກເງື່ອນໄຂ, ສະພາບການ. ໃນການພັດທະນາໃໝ່, ສະພາບການ ແລະ ໜ້າທີ່ໃໝ່, ຕ້ອງເອົາໃຈໃສ່ຍົກສູງລະດັບຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີໃຫ້ແກ່ກອງທັບໃນວຽກງານຝຶກຊ້ອມ, ກ່ຽມພ້ອມສູ້ຮົບ”.

        ພ້ອມກັນນັ້ນ, ປະຕິບັດໜ້າທີ່ການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນກັບບັນດາປະເທດ ອາຊຽນ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top