• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການ (ພາບ: qdnd.vn)

ຕອນຄ່ຳວັນທີ 30 ສິງຫາ, ຢູ່ສະໜາມຫຼວງ ບາບິ່ງ, ທີ່ນະຄອນຫຼວງ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ແລະ ໂທລະພາບແຫ່ງຊາດ ຫວຽດນາມ ສົມທົບກັນຈັດລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ຄຳສັ່ງຂອງເພີ່ນ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ (1969 – 2024) ແລະ  55 ປີ ເພີ່ນ ຈາກໄປ (02 ກັນຍາ 1969 – 02 ກັນຍາ 2024). ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການ.

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ. 55 ປີທີ່ ເພີ່ນ ຈາກໄປ, ແຕ່ແນວຄິດ, ຄຸນສົມບັດ ແລະ ຄຳພິໄນກຳທີ່ສັກກະລະບູຊາຂອງ ເພີ່ນ ຍາມໃດກໍ່ຮ່ວມເດີນທາງ, ນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເປັນຈິດໜຶ່ງໃຈດຽວຢືດໝັ້ນ ແລະ ສືບທອດພາລະກິດປະຕິວັດທີ່ຍິ່ງໃຫຍ່ເຊິ່ງ ເພີ່ນ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ.

ແລະກໍ່ໃນວັນດຽວກັນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ປະທານ ໂຮ່ຈີມິນ, ຢູ່ທຳນຽບປະທານປະເທດ, ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດງານວາງສະແດງລະດັບຊາດ “ຄຳພິໄນກຳຂອງປະທານ ໂຮ່ຈີມິນ - ຄຸນຄ່າ ແລະ ພະລັງຊີວິດຕະຫຼອດໄປ”. ງານວາງສະແດງຮັບໃຊ້ຜູ້ມາຢ້ຽມຊົມແຕ່ວັນທີ 30 ສິງຫາ ຮອດວັນທີ 30 ກັນຍາ 2024.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.

Top