• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຕະຫຼາດບຸລິມະສິດຂອງ ອາເມລິກາ ໃນຂົງເຂດທັນຍາຫານ ແລະ ກະສິກຳ

ຫວຽດນາມ ແມ່ນປະເທດນຳເຂົ້າທັນຍາຫານ ແລະ ຜະລິດຕະພັນກະສິກຳໃຫຍ່ຢືນອັນດັບທີ 10 ຂອງ ອາເມລິກາ. ໃນຂະນະນັ້ນ, ອາເມລິກາ ແມ່ນປະເທດນຳເຂົ້າກະສິກຳ, ທັນຍາຫານຢືນອັນດັບທີ 3 ຂອງ ຫວຽດນາມ.
ທີ່ການພົບປະກັບສື່ມວນຊົນ (ພາບ: dangcongsan.vn)

ຫວຽດນາມ ແມ່ນຕະຫຼາດບຸລິມະສິດຂອງ ອາເມລິກາ ໃນຂົງເຂດກະສິກຳ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ, ກ່ຽວຂ້ອງເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກະສິກຳແບບຍືນຍົງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີຮັບຜິດຊອບການຕ່າງປະເທດກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ອາເມລິກາ ນາງ Alexis Taylor, ທີ່ການພົບປະກັບສື່ມວນຊົນໃນຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດຄະນະຜູ້ແທນດ້ານການຄ້າຂອງ ອາເມລິກາ ມາຢ້ຽມຢາມ ຫວຽດນາມ. ຄະນະຜູ້ແທນມີກວ່າ 100 ທ່ານເປັນຜູ້ຕາງໜ້າກະຊວງກະສິກຳ, ບັນດາວິສາຫະກິດ ແລະ ສະມາຄົມບັນດາຂະແໜງຜະລິດຕະພັນກະເສດ ອາເມລິກາ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Alexis Taylor, ແບ່ງປັນວ່າ:

“ນີ້ແມ່ນຄະນະຜູ້ແທນການຄ້າມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນທີ່ມາ ຫວຽດນາມ. ສິ່ງດັ່ງກ່າວຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສົນໃຈຂອງບັນດາວິສາຫະກິດກະສິກຳ ແລະ ທັນຍາຫານຂອງ ອາເມລິກາ ສຳລັບຕະຫຼາດ ຫວຽດນາມ. ການຢ້ຽມຢາມຂອງຄະນະຜູ້ແທນກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມປາດຖະໜາຂອງພວກຂ້າພະເຈົ້າໃນການຊຸກຍູ້ໂອກາດຮ່ວມມືກັບ ຫວຽດນາມ”.

ຫວຽດນາມ ແມ່ນປະເທດນຳເຂົ້າທັນຍາຫານ ແລະ ຜະລິດຕະພັນກະສິກຳໃຫຍ່ຢືນອັນດັບທີ 10 ຂອງ ອາເມລິກາ. ໃນຂະນະນັ້ນ, ອາເມລິກາ ແມ່ນປະເທດນຳເຂົ້າກະສິກຳ, ທັນຍາຫານຢືນອັນດັບທີ 3 ຂອງ ຫວຽດນາມ.

ກໍ່ທີ່ການພົບປະ, ທ່ານນາງ Alexis Taylor ກໍ່ສະແດງການແບ່ງເບົາກັບລັດຖະບານ  ແລະ ປະຊາຊົນ ຫວຽດນາມ ຍ້ອນບັນດາຄວາມເສຍຫາຍຈາກພາຍຸ Yagi ກໍ່ຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ.

Top