• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປເຖິງພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມ

ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນໃນທົ່ວປະເທດມຸ່ງໄປເຖິງທາງທິດເໜືອ, ບັນດາອົງການ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ປຸກລະດົມການຂົນຂວາຍແຜ່ບໍລິຈາກ
ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ມາເລເຊຍ ທີ່ການການຂົນຂວາຍແຜ່ບໍລິຈາກ (ພາບ: TTXVN)

ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນໃນທົ່ວປະເທດມຸ່ງໄປເຖິງທາງທິດເໜືອ, ບັນດາອົງການ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ປຸກລະດົມການຂົນຂວາຍແຜ່ບໍລິຈາກ, ສະໜັບສະໜູນພໍ່ແມ່ປະຊາຊົນທາງພາກເໜືອ ທີ່ພວມຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi.

ທີ່ພິທີປຸກລະດົມໃນວັນທີ 12 ກັນຍາ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ມາເລເຊຍ ທັງໝົດ ໄດ້ປະກອບສ່ວນເງິນຢ່າງໜ້ອຍສຸດແມ່ນ 1 ມື້ເຮັດວຽກ, ລວມໄດ້ກວ່າ 1.300 USD. ການເຄື່ອນໄຫວຈະແກ່ຍາວຮອດວັນທີ 21 ກັນຍາ.

ຢູ່ ສ.ເຊັກໂກ, ສະຫະສະມາຄົມຊາວ ຫວຽດນາມ ປະຈຳ ເອີລົບ, ສະມາຄົມຊາວ ຫວຽດນາມ ປະຈຳ ສ.ເຊັກໂກ, ພ້ອມກັບບັນດາຄະນະຊາວ ຫວຽດນາມ ປະຈຳ ເອີລົບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກ, ໜູນຊ່ວຍດ້ານການເງິນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ ຫວຽດນາມ. ໄລ່ຮອດຕອນຄ່ຳວັນທີ 12 ກັນຍາ (ຕາມເວລາທ້ອງຖິ່ນ), ບັນດາອົງການຈັດຕັ້ງສະມາຄົມຊາວ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ອຸປະຖຳຈຳນວນເງິນປະມານ 57.000 USD. ລາຍການແຜ່ບໍລິຈາກສືບຕໍ່ໄດ້ປະຕິບັດໃນຊຸມມື້ຈະມາເຖິງ.

ຢູ່ ເຢຍລະມັນ, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ຂົນຂວາຍພະນັກງານ ແລະ ພາລະກອນສະຖານທູດ ແລະ ອ້ອມຂ້າງສະຖານທູດທັງໝົດ, ແຕ່ລະຄົນຈະສະຫງວນເງິນໃນ 3 ມື້ເຮັດວຽກເພື່ອອຸປະຖຳພໍ່ແມ່ປະຊາຊົນເຂດຖືກພາຍຸນ້ຳຖ້ວມ. ຈຳນວນເງິນທີ່ປະກອບສ່ວນລວມໄດ້ 3,330 ເອີໂຣ; ສະຫະພັນແມ່ຍິງ ຫວຽດນາມ ໃນທົ່ວປະເທດ ເຢຍລະມັນ ໄດ້ອຸປະຖຳຈຳນວນເງິນເບື້ອງຕົ້ນແມ່ນ 10.000 ເອີໂຣ...

ນອກນັ້ນ, ສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້, ອານເຊຣີ, ຮຸງກາຣີ... ກໍ່ໄດ້ຈັດການຂົນຂວາຍແຜ່ບໍລິຈາກເພື່ອຮ່ວມແຮງຮ່ວມໃຈໜູນຊ່ວຍ, ໃຫ້ກຳລັງໃຈພໍ່ແມ່ປະຊາຊົນພາຍໃນປະເທດຜ່ານຜ່າຄວາມຫຍຸ້ງຍາກ.

ໃນຂະນະນັ້ນ, ວັນທີ 12 ກັນຍາ, ອົງການພັດທະນາ ແລະ ຮ່ວມມື ສະວິດ (SDC) ໄດ້ແຈ້ງໃຫ້ຊາບວ່າ, ຈະຈັດສົ່ງນັກຊ່ຽວຊານ 6 ທ່ານຈາກພາກສ່ວນອຸປະຖຳມະນຸດສະທຳ ສະວິດ ມາ ຫວຽດນາມ ແລະ ສະໜອງ 1 ລ້ານ franc ເພື່ອໜູນຊ່ວຍປະຊາຊົນ ຫວຽດນາມ ທີ່ຖືກຜົນສະທ້ອນຈາກພາຍຸ Yagi. ຕາມ SDC ແລ້ວ, ຫວຽດນາມ ຍັງບໍ່ທັນປະເຊີນໜ້າກັບໄພທຳມະຊາດໃດມີຂອບຂະໜາດໃຫຍ່ຄືແນວນີ້ໃນຮອບເວລາກວ່າ 30 ປີຜ່ານມາ.

(ແຫຼ່ງຄັດຈາກ VOV)

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ.

Top