• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ຕ້ອນຮັບນາຍົກລັດຖະມົນຕີ ອິດສະຣາແອັນ, ເນັ້ນໜັກເຖິງເລື່ອງສືບຕໍ່ດຳເນີນການເຈລະຈາກັບ ອີຣານ

ພາຍຫຼັງກອງປະຊຸມ, ໂດຍຂຽນໃນສື່ສັງຄົມ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ 2 ຝ່າຍ “ມີການພົບປະເປັນຢ່າງດີ”.
  ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ (ພາບປະກອບ: REUTERS)  

ວັນທີ 11 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຕ້ອນຮັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ທຳນຽບຂາວ, ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນສະພາບທີ່ ອາເມລິກາ ແລະ ອີຣານ ກະກຽມໃຫ້ແກ່ຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບບັນຫານິວເຄຼຍ.

        ພາຍຫຼັງກອງປະຊຸມ, ໂດຍຂຽນໃນສື່ສັງຄົມ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ 2 ຝ່າຍ “ມີການພົບປະເປັນຢ່າງດີ”. ທ່ານກໍ່ໃຫ້ຮູ້ຂໍ້ມູນຕື່ມອີກວ່າ ຍັງບໍ່ທັນມີຂໍ້ຕົກລົງສຸດທ້າຍສະບັບໃດໄດ້ຍົກອອກມາ, ແຕ່ເນັ້ນໜັກເຖິງເລື່ອງ ຕ້ອງສືບຕໍ່ດຳເນີນບັນດາການເຈລະຈາກັບ ອີຣານ ເພື່ອເບິ່ງວ່າ ສາມາດບັນລຸໄດ້ຂໍ້ຕົກລົງຫຼືບໍ່.

        ໃນການພົບປະ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຊອກຫາວິທີເພື່ອໃຫ້ ອາເມລິກາ ເປີດກວ້າງເນື້ອໃນການເຈລະຈາ, ລວມທັງໂຄງການລູກສອນໄຟນຳວິຖີຂອງ ອີຣານ ແລະ ເລື່ອງ ອີຣານ ໜູນຫຼັງບັນດາກຳລັງມອບສິດໃນພາກພື້ນ, ຄື: ຮາມາດສ ແລະ ເຮັກໂບລາ. ຝ່າຍ ອິດສະຣາແອັນ ມີຄວາມວິຕົກກັງວົນວ່າ ວໍຊິງຕັນ ອາດຈະເດີນຕາມຂໍ້ຕົກລົງໂດຍມີການຈຳກັດ, ບໍ່ກວມເອົາບັນດາຄວາມສ່ຽງນາບຂູ່ດ້ານຄວາມໝັ້ນຄົງອື່ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top