• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Vladimir Putin ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ອີກ​ສະ​ໄໝ​ໜຶ່ງ

ພາຍຫຼັງນັບບັດໄດ້ 82,76% ບັດ, ຜູ້ຮັບສະໝັກເລືອກຕັ້ງເອກະລາດ Vladimir Putin ຍາດໄດ້ບັດສະໜັບສະໜູນ 87,18%.
ທ່ານ Vladimir Putin (ພາບ: AFP)

ໃນມື້ທີ 3 ການເລືອກຕັ້ງປະທານາທິບໍດີ ລັດເຊຍ (ວັນທີ 17 ມີນາ, ບັນດາສະຖານທີ່ປ່ອນບັດສ່ວນໃຫຍ່ໄດ້ອັດລົງໃນເວລາ 20 ໂມງ ຕາມເວລາມົດສະກູ. ເຂດ Kaliningrad ອັດຊ້າກວ່າໝູ່, ໃນເວລາ 21 ໂມງ. ບັນດາສະຖານທີ່ປ່ອນບັດຢູ່ບາງປະເທດຍັງສືບຕໍ່ເຄື່ອນໄຫວ. ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ກໍໄດ້ປະກາດໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງແລ້ວ. ຕາມໝາກຜົນດັ່ງກ່າວ, ພາຍຫຼັງນັບບັດໄດ້ 82,76% ບັດ, ຜູ້ຮັບສະໝັກເລືອກຕັ້ງເອກະລາດ Vladimir Putin ຍາດໄດ້ບັດສະໜັບສະໜູນ 87,18%. ຮອງມາແມ່ນຜູ້ສະໝັກເລືອກຕັ້ງພັກຄອມມູນິດ ສະຫະພັນ ລັດເຊຍ (KPRF) Nikolai Kharitonov, ດ້ວຍຈຳນວນບັດສະໜັບສະໜູນ 4,23%.  

ຕອນຄ່ຳວັນທີ 17 ມີນາ, ກ່າວຄຳເຫັນຢູ່ສຳນັກງານທີ່ດຳເນີນການຫາສຽງເລືອກຕັ້ງຂອງຕົນ, ທ່ານ Vladimir Putin ໃຫ້ຮູ້ວ່າ: “ພວກເຮົາທຸກຄົນແມ່ນຢູ່ຖັນແຖວດຽວກັນ”. ທ່ານເນັ້ນໜັກວ່າ ແຫຼ່ງກຳລັງແຮງຂອງປະເທດ ແມ່ນປະຊາຊົນ ລັດເຊຍ, ເຈດຈຳນົງລວມຂອງປະຊາຊົນທົ່ວປະເທດໄດ້ສ້າງຂຶ້ນດ້ວຍສຽງເວົ້າຂອງປະຊາຊົນທຸກຄົນ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.

Top