• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທິມບານເຕະຕາບອດ

ເຖິງວ່າ ເປັນຄົນຕາບອດ, ແຕ່ບັນດານັກຮຽນຂອງໂຮງຮຽນ ມັດທະຍົມສຶກສາ ຫງວຽນດິງຈຽວ ມີຄວາມເມົາມົວ ກັບກິລາ ເຕະບານ. ຄົນຕາບອດເຕະບານ ແມ່ນເລື່ອງຫາຍາກໃນຊີວິດ ແຕ່ສິ່ງດັ່ງກ່າວມີຈິງ ທີ່ໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ, ຮ່າໂນ້ຍ.
ໄດ້ຮັບການສ້າງຕັ້ງແຕ່ປີ 1997, ມາເຖິງປະຈຸບັນນີ້, ຂັນເຕະບານສຳລັບໃຫ້ແກ່ເດັກຕາບອດ ຍັງໄດ້ຮັບການຈັດຕັ້ງເປັນປະຈຳ 2 ປີຕໍ່ຄັ້ງ.
ທິມບານເຕະຕາບອດຂອງໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ ມີທັງໝົດ 10 ຄົນ, ເຖິງວ່າ ຕາບອດແຕ່ພວກນ້ອງນ້ອຍ ສາມາດຫຼອກບານ, ແລ່ນ ແລະ ຍິງປະຕູຄືກັບນັກເຕະບານ ມືອາຊີບ. ພວກນ້ອງບໍ່ພຽງແຕ່ເຕະບານໃນໂຮງຮຽນເທົ່ານັ້ນ, ຫາກຍັງມີໂອກາດ ໄປແຂ່ງຂັນກັບບັນດາທິມບານເຕະຕາບອດຕ່າງໆ ອີກດ້ວຍ. ທິມບານເຕະຕາບອດຂອງໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ ໄດ້ເຂົ້າຮ່ວມ ໃນການແຂ່ງຂັນ ຊີງຂັນບານເຕະຕາບອດ ທົ່ວປະເທດ ເປັນເລື້ອຍໆ, ເຂົ້າຮ່ວມມີ 4 ທິມບານເຕະ ຕາບອດມາຈາກນະຄອນ ຖາຍງວຽນ, ດ່າໜັງ, ຫາຍຝ່ອງ ແລະ ໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ, ຮ່າໂນ້ຍ.

 

ງານແຂ່ງຂັນຕຳເຂົ້າປຸ້ນ ເພີ່ມສີສັນອັນເບີກບານມ່ວນຊື່ນ ຢູ່ ເມືອງ ມູກາງຈາຍ

ງານແຂ່ງຂັນຕຳເຂົ້າປຸ້ນ ເພີ່ມສີສັນອັນເບີກບານມ່ວນຊື່ນ ຢູ່ ເມືອງ ມູກາງຈາຍ

ສຽງກອງດັງກ້ອງກັງວານໄປທົ່ວເຂດພູດອຍ ໃນຂະນະທີ່ງານແຂ່ງຂັນຕຳເຂົ້າປຸ້ນ (ເຂົ້າໜົມໂມຈິ) ແບບດັ້ງເດີມ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ທີ່ສະໜາມກິລາເມືອງ ມູກາງຈາຍ, ແຂວງ ລາວກາຍ, ທາງພາກເໜືອຂອງ ຫວຽດນາມ.

Top