• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.
ກອງປະຊຸມຂ່າວ ປຸກລະດົມລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 29 ມີນາ ທີ່ສຳນັກຂ່າວສານ ຫວຽດນາມ. ພາບ: ມິງເຊີນ/ Vietnam+

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX. ລາງວັນດັ່ງກ່າວແມ່ນເພື່ອແນ ໃສ່ຮັບຮອງ ແລະ ເຊີດຊູບັນດານັກປະພັນ, ຜົນງານ ແລະ ບົດປະ ພັນດີ ເດັ່ນ ໃນຂົງເຂດວຽກງານຂ່າວສານ ການພົວພັນຕ່າງປະເທດ ແລະ ປະກອບສ່ວນໂຄສະນາ ບັນດາຜົນງານການພັດທະນາປະ ເທດຊາດໃນຫຼາຍຂົງເຂດ. ສຳ​ນັກ​ຂ່າວ​ຫວຽດ​ນາມ ແມ່ນ​ອົງ​ການ​ປະ​ຈຳ​ມອບລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານການ ພົວ ພັນ ຕ່າງປະເທດ ຄັ້ງທີ IX.

ກ່າວ​ຄຳ​ເຫັນ​ໃນກອງ​ປະຊຸມຖະແຫຼງ​ຂ່າວ, ສະຫາຍ ​ເລ​ຫາຍ​ບິ່ງ, ກຳ ມະການສຳຮອງ​ ຄະນະບໍລິຫານງານ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະ ນະ ໂຄສະນາ​ອົບຮົມສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ປະຈຳ ຄະນະຊີ້​ນຳ​ວຽກ​ງານ​ຂ່າວສານ ​ການພົວພັນຕ່າງປະເທດ ​ໄດ້ທົບທວນຄືນບັນ ດາຜົນງານດີເດັ່ນຂອງປະເທດ ໃນ​ຫຼາຍ​ຂົງ​ເຂດ ໃນ​ປີ 2022 ​ແລະ ​ເນັ້ນ​ໜັກ​ວ່າ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານການພົວພັນຕ່າງປະເທດ ຄັ້ງທີ IX ​ໄດ້​ດຳ​ເນີນ​ໃນ​ສະພາບ​ ທີ່​ປີ 2023 ​ແມ່ນ​ປີ​ທີ່​ສຳຄັນ, ມີ​ຄວາມ​ໝາຍ​​ໃນ​ການ​ປະຕິບັດ​ມະຕິ​ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ລາງວັນ​ດັ່ງກ່າວ ຕ້ອງສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງວຽກງານຂ່າວ​ສານການພົວພັນຕ່າງປະເທດ ເຂົ້າໃນການກໍ່​ສ້າງ ​ແລະ ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ ​ແລະ ​ເພື່ອນ​ມິດສາ​ກົນ​ ທ່ີມີຕໍ່ຫວຽດນາມ, ລະດົມ​ທຸກ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ, ສົມ ທົບ​ກັບ​ກຳ ລັງ​ແຮງ​ພາຍ​ໃນ ​ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍການ​ພັດທະນາ​ ​ປະ​ເທດ​ໃນ​ປີ 2023.

ພາຍຫຼັງ​ປະສົບ​ຜົນສຳ​ເລັດ ມອບລາງວັນ ໃນ 8 ຄັ້ງຜ່ານມາ, ລາງ ວັນທົ່ວປະເທດ ກ່ຽວກັບຂໍ້ມູນຂ່າວສານ ການພົວພັນຕ່າງ ປະເທດ ​ໄດ້​ຢັ້ງຢືນອິດທິພົນ ຊື່ສຽງ ແລະ ຄຸນ​ນະພາ​ບດ້ານ​ວິຊາ​ການ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງໂອກາດປະດິດສ້າງ ​ໃຫ້​ແກ່​ຖັນແຖວພະ ນັກງານ​ທີ່ເຮັດວຽກກ່ຽວກັບຂໍ້ມູນຂ່າວສານ ການພົວພັນຕ່າງປະທດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ລາງວັນ​ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຫ້າວ ຫັນ ຈາກບັນດາ​ນັກ​ປະພັນ/ກຸ່ມນັກ​ປະພັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ຫຼາຍຄົນ ທ່ີມີບົດປະ ພັນ​/ຜະລິດ​ຕະພັນ​ ໄດ້​ຮັບ​ລາງວັນ​ສູງ.

ລາງວັນທົ່ວປະເທດ ກ່ຽວກັບຂໍ້ມູນຂ່າວສານ ການພົວພັນຕ່າງປະ ເທດ ຄັ້ງທີ IX ຄາດ​ວ່າ​ ຈະ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ໂຄ ສະນາ ​ເຜີຍ​ແຜ່​ເວົ້າລວມ ແລະ ວຽກ​ງານຂ່າວສານ ​ເວົ້າ​ສະ​ເພາະ, ນຳ​ເອົາ​ພາບ​ພົດ​ຂອງ​ປະ​ເທດຊາດ, ຜູ້ຄົນ, ວັດທະນະທຳ ​ແລະ ການ​ພັດທະ ນາ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ ​ໄປ​ສູ່​ເພື່ອນ​ມິດສາ​ກົນ.

ລາງວັນທົ່ວປະເທດ ກ່ຽວກັບວຽກງານຂໍ້ມູນຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX ​ໄດ້ພິຈາລະນາມອບລາງວັນ ໃຫ້ແກ່ບັນດາບົດປະພັນ ເປັນພາສາ ຫວຽດ ແລະ ພາສາຕ່າງປະເທດ​ ໃນ​ບັນດາ​ປະ​ເພດ​ຄື: (1) ສິ່ງພິມ ພາສາຫວຽດ; (2) ໜັງສືພິມ ເອເລັກໂຕຣນິກ, ເວັບໄຊ ເປັນພາສາ ຫວຽດ; (3) ສິ່ງພິມ ພາສາຕ່າງປະເທດ; (4) ໜັງສືພິມເອເລັກໂຕຣນິກ ແລະ ເວັບໄຊເປັນພາສາຕ່າງປະເທດ; (5) ກະຈາຍສຽງ; (6) ໂທລະພາບ; (7) ຮູບພາບ (ລວມທັງຮູບພາບຂ່າວ ແລະ ຮູບພາບ ທິວທັດທຳມະຊາດ); (8) ປຶ້ມ; (9) ຄລິບວີດີໂອ ແລະ (10) ຄວາມຄິດລິເລີ່ມ ແລະ ຜະລິດຕະພັນ ທີ່ມີມູນຄ່າຂໍ້ມູນຂ່າວສານ ການພົວພັນຕ່າງປະເທດ; ໄດ້ລົງໃນພາພະນະສື່ມວນຊົນ; ​ໄດ້​ຈັດ​ພິມ, ​ເຜີຍ​ແຜ່, ປະກາດ ​ແລະ ນຳ​ໃຊ້​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ໃນ​ລະຫວ່າງ​ວັນ​ທີ 01 ກໍລະກົດ 2022 ຫາ​​ວັນ​ທີ 30 ມິຖຸນາ 2023.

ມື້ສຸດທ້າຍ ໃນການຮັບບົດ ເຂົ້າປະກວດ ແມ່ນວັນທີ 31 ກໍລະກົດ 2023 (ຕາມກາຈໍ້າ ໄປສະນີ)

ສະຖານທີ່ຮັບບົດ: ສູນຝຶກອົບຮົມວິຊາການ-ສໍານັກຂ່າວສານຫວຽດນາມ, ຫ້ອງເລກທີ 301, ເຮືອນເລກທີ 11, ຖະໜົນ ເຈິ່ນຮຶງດ້າວ, ເມືອງ ຮ່ວານກ໋ຽມ, ນະຄອນ ຮ່າໂນ້ຍ.

ເບີໂທ: 024. 39330540

ອີເມວ: giathongtindoingoailan9@gmail.com

ດ້ານນອກຂອງຊອງຈົດໝາຍ ຕ້ອງຂຽນຢ່າງຊັດເຈນວ່າ: ສຳເນົາເອກະສານ ປະກວດ ລາງວັນທົ່ວປະເທດ ກ່ຽວກັບຂໍ້ມູນຂ່າວສານການພົວພັນຕ່າງປະເທດ.

ໃນ​ປີ 2022, ​ໃນ​ທ່າມກາງ​ການ​ຜັນ​ແປ​ ທີ່​ສັບສົນ​ຂອງ​ການລະບາດ​ໂຄ​ວິດ-19, ຄະນະ​ຈັດ​ຕັ້ງ​ ລາງວັນທົ່ວປະເທດ ກ່ຽວກັບຂໍ້ມູນຂ່າວ ສານ ການພົວພັນຕ່າງປະເທດ ຄັ້ງທີ VIII ​ໄດ້​ຮັບ 1.172 ບົດ ແລະ ຜະລິດຕະພັນ ໄດ້​ສະແດງ ເປັນ 14 ພາສາ, ​ໃນ​ນັ້ນ​ມີ​ປະມານ 200 ບົດ ​ເປັນ​ພາສາ​ຕ່າງປະ​ເທດ; 70 ບົດ ໂດຍນັກຂຽນຕ່າງ ປະເທດແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ສະພາລາງວັນ​ ຄັ້ງທີ VIII ​ໄດ້​ມອບລາງວັນ ໃຫ້ 112 ບົດ ແລະ ຜະລິດ​ຕະພັນ​ດີ​ເດັ່ນ, ​ໃນ​ນັ້ນ​ໄດ້​ເຊີດຊູ ພິເສດ​ໃຫ້ “ປະຊາ​ຄົມ​ຊາວ​ ຫວຽດນາມ ​ໃນ​ງານ​ມະ ຫາ ​ກຳ​ກິລາ​ ຊີ​ເກມ​ຄັ້ງ​ທີ 31”, ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຄວາມ​ສຳ​ເລັດ​ຂອງ​ງານ​ມະຫາ​ກຳ​ກິລາ​ໃຫຍ່​ທີ່​ສຸດ​ຢູ່ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ໄດ້​ຈັດ​ຂຶ້ນຢູ່ ​ຫວຽດນາມ ​ແລະ ​ໄດ້​ແນະນຳ​ໃຫ້​ໂລກ​ຮູ້​ກ່ຽວ​ກັບ​ຄວາມ​ສວຍ​ງາມ, ປອດ​ໄພ, ​ເປັນ​ມິດ, ​ໄມຕີ​ຈິດ​ມິດຕະພາບ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ປະຫວັດສາດ ​ແລະ ວັດທະນະທຳ ຫວຽດ ນາມ./.

* ງານ​ວາງ​ສະ​ແດງ​ຮູບ​ພາບ “ຄວາມອົບອຸ່ນ ຂອງ ມະນຸດ ​ຢູ່​ຈຸດ​ສູນ​ກາງ ​ແຜ່ນ​ດິນ​ໄຫວ​ ຕວກຕີ” 

ເນື່ອງ​ໃນ​ໂອກາດ​ປຸກລະດົມ​ລາງວັນ​ຂໍ້ມູນຂ່າວສານການພົວພັນ​ຕ່າງປະ​ເທດ​ແຫ່ງ​ຊາດ ​ຄັ້ງ​ທີ IX, ສຳນັກ​ຂ່າວສານ ​ຫວຽດນາມ ​ໄດ້​ແນະ ນຳ​ຊຸດ​ຮູບ​ພາບ “ຄວາມ​ອົບ​ອຸ່ນ ​ຂອງ​ ມະນຸດ​ ຢູ່​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ ຕວກກີ” ​ໂດຍ​​ນັກ​ຂ່າວ VNA ປະຕິບັດຢູ່​ແຂວງ Hatay, ສະ ຖານ ທີ່ໄດ້​ສົມ​ທຽບ​ຄືກັບ “ເມືອງ ຜີ” ຫຼັງຈາກແຜ່ນດິນໄຫວຄັ້ງປະ ຫວັດສາດໃນ ຕວກກີ ເມື່ອ ເດືືອນ ກຸມພາ 2023. ນັກຂ່າວ ທີ່ມີໜ້າຢູ່ ຕວກກີ ຫຼັງຈາກໄພພິບັດ ໄດ້ບັນທຶກຮູບພາບທີ່ໜ້າປະທັບໃຈ ໂດຍຫວັງວ່າ ຈະຖ່າຍທອດຂໍ້ຄວາມ: “ໄພພິບັດ ສິ້ນສຸດລົງ, ຄວາມຮັກ ຂອງ ມະນຸດແມ່ນຕະຫຼອດໄປ” ແລະ ຄວາມເຊື່ອໝັ້ນ ຂອງ ປະ ຊາຊົນ ປະເທດນີ້ ຈະເອົາຊະນະການສູນເສຍ ແລະ ຄວາມເຈັບປວດ ເພື່ອ​ການຟື້ນ​ຟູ​.

ປະຕິບັດ: VNA/VNP

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top