• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍັງ​ມີ 95 ຄົນ​ໄດ້​ຮັບ​ຖື​ວ່າ ຫາຍ​ສາບ​ສູນ​ຫຼັງ​ເຫດ​ບຸກ​ໂຈມ​ຕີ​ຢູ່ ມົດ​ສະ​ກູ, ລັດ​ເຊຍ

ໄລ່ຮອດປັດຈຸບັນ, ໄດ້ຢັ້ງຢືນວ່າ ມີ 140 ຄົນເສຍຊີວິດໃນເຫດວິນາດຕະກຳນີ້. ກຳລັງເຈົ້າໜ້າທີ່ ລັດເຊຍ ພວມມານະພະຍາຍາມຊອກຫາບັນດາກໍລະນີທີ່ຖືວ່າ ຖືກຫາຍສາບສູນ.
ໂຮງລະຄອນ Crocus City Hall ວັນທີ 23/3/2024 (ພາບ: AFP/TTXVN)

ບັນດາອົງການເຈົ້າໜ້າທີ່ຂອງ ລັດເຊຍ ໃຫ້ຮູ້ວ່າ ໄລ່ຮອດປັດຈຸບັນນີ້, ຍັງມີ 95 ຄົນ ໄດ້ຮັບຖືວ່າ ຫາຍສາບສູນໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ໂຮງລະຄອນ Crocus City Hall, ຢູ່ຊານເມືອງ ມົດສະກູ, ປະເທດ ລັດເຊຍ. ບັນຊີລາຍຊື່ຫາຍສາບສູນແມ່ນລວມມີບຸກຄົນທີ່ບໍ່ສາມາດຕິດຕໍ່ໄດ້ພາຍຫຼັງເຫດບຸກໂຈມຕີ ແລະ ບຸກຄົນທີ່ບໍ່ນອນໃນບັນຊີຜູ້ຖືກບາດເຈັບ ຫຼື ເສຍຊີວິດ. ໄລ່ຮອດປັດຈຸບັນ, ໄດ້ຢັ້ງຢືນວ່າ ມີ 140 ຄົນເສຍຊີວິດໃນເຫດວິນາດຕະກຳນີ້. ກຳລັງເຈົ້າໜ້າທີ່ ລັດເຊຍ ພວມມານະພະຍາຍາມຊອກຫາບັນດາກໍລະນີທີ່ຖືວ່າ ຖືກຫາຍສາບສູນ.

ຕາມການສະຖິຕິຂອງອົງການສາທາລະນະສຸກລັດເຊຍ, ໄລ່ຮອດຕອນເຊົ້າວັນທີ 27 ມີນາ, ຕາມເວລາທ້ອງຖິ່ນ, ຈຳນວນຜູ້ຖືກບາດເຈັບໃນເຫດດັ່ງກ່າວໄດ້ເພີ່ມຂຶ້ນ 360 ຄົນແລ້ວ, ໃນນັ້ນ, ມີເດັກນ້ອຍ 11 ຄົນ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.

Top