• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຊົມບັນດາວັດຖຸ ທີ່ລ້ຳຄ່າ ລະດັບຊາດ ທາງພຸດທະສາສະໜາ ຂອງ ຫວຽດນາມ ຜ່ານງານວາງສະແດງ “ວັດທະນະທຳ ພຸດທະສາສະໜາ ຫວຽດນາມ” ໃນງານ -Vesak 2025

ເປັນຄັ້ງທຳອິດ ທີ່ຂໍ້ມູນຂ່າວສານ ຂອງ 87 ວັດຖຸ ທີ່ລ້ຳຄ່າລະດັບຊາດ ທີ່ກ່ຽວຂ້ອງເຖິງ ພຸດທະສາສະໜາ ຂອງ ຫວຽດນາມ ໄດ້ຖືກ ນຳສະເໜີ ຕໍ່ສາທາລະນະຊົນ, ພະສົງສໍາມະເນນ ແລະ ພຸດທະສາສະນິກະຊົນ  ເພື່ອຮ່ວມກັນຊອກຮູ້ ແລະ ເຊີຍຊົມ ຜ່ານງານວາງ ສະແດງ “ວັດທະນະທຳ ພຸດທະສາສະໜາ ຫວຽດນາມ” ໃນກອບມະຫາກຳ ວິສາຂະບູຊາ-Vesak 2025 ທີ່ນະຄອນ ໂຮ່ຈີມິນ.

 

ມີ 87 ຮູບຈຳລອງ ແລະ ຮູບພາບ ຂອງບັນດາວັດຖຸທີ່ລ້ຳຄ່າ ລະດັບ ຊາດ ທາງພຸດທະສາສະໜາ ຂອງ ຫວຽດນາມ ໄດ້ຖືກນຳມາ ວາງສະ ແດງ ຢູ່ສະຖາບັນ ພຸດທະສາສະໜາ ຫວຽດນາມ, ເມືອງ ບິ່ງແຈ໋ງ, ໃນ ກອບມະຫາກຳ ວິສາຂະບູຊາ-Vesak 2025.

ງານວາງສະແດງ ດັ່ງກ່າວຈັດໂດຍ ຄະນະ ວັດທະນະທຳ ສູນກາງ ພຸດ ທະສາສະໜາ ຫວຽດນາມ, ພາຍໃຕ້ຫົວຂໍ້ “ວັດທະນະທຳ ພຸດທະສາ ສະໜາ ຫວຽດນາມ: ພາສາ-ເຄື່ອງນຸ່ງ ທາງສາສະໜາ-ສະຖາປັດຕະ ຍະກຳ-ມໍລະດົກ”, ນຳສະເໜີຄຸນຄ່າ ທີ່ໂດດເດັ່ນ ຂອງ ພຸດທະສາສະ ໜາ ຫວຽດນາມ ຄຽງຄູ່ກັບຈິດໃຈແຫ່ງການເຊື່ອມໂຍງ ແລະ ເຊື່ອມຕໍ່ ກັບ ວັດທະນະທຳ ພຸດທະສາສະໜາ ຂອງ ບັນດາປະເທດ ໃນໂລກ.

                   ພະພຸດທະຮູບ ເຈົ້າແມ່ກວນອິນ ພັນມືພັນຕາຢູ່ ວັດ ບ໋າວອານ.

ກຸ່ມພະພຸດທະຮູບ ສາມອົງ ທີ່ວັດ ທາບ (ແຂວງ ບັກນິງ).
ພະພຸດທະຮູບ ເຟີດຮວ່າງ ເຈິ່ນເຍິນຕົງ (ກະສັດ ເຈິ່ນເຍິນຕົງ).
ພະພຸດທະຮູບ ເຈົ້າແມ່ກວນອິນ ພັນມືພັນຕາຢູ່ ວັດ ເມ້ເຊີ (ແຂວງ ຮຶງອຽນ), ຖືກສ້າງຂຶ້ນໃນສະຕະວັດທີ XIX, ໄດ້ຮັບການຮັບຮອງ ເປັນ ວັດຖຸ ທີ່ລ້ຳຄ່າ ລະດັບຊາດ ໃນປີ 2018.
ພະພຸດທະຮູບ ເຈົ້າແມ່ ກວນອິມ ຕົ໋ງຕື້ ວັດ ເມ໋ຍ (ຮ່າໂນ້ຍ).
ພະພຸດທະຮູບ ເຈົ້າແມ່ ກວນອິມ ເທິງພູ ວັດເມ້ຍ (ຮ່າໂນ້ຍ).

ພາຍໃນງານ, ສາທາລະນະຊົນ ຈະໄດ້ຊົມ ພື້ນທີ່ ວັດຖຸ ທີ່ລຳຄ່າ ທາງ ວັດທະນະທຳ ພຸດທະສາສະໜາ ຂອງ ຫວຽດນາມ ທີ່ໄດ້ຮັບການ ຟື້ນ ຊີບຄືນໃໝ່ ຢ່າງມີຊີວິດຊີວາ ເຊັ່ນ: ພິທີກຳ, ເຄື່ອງນຸ່ງ ທາງສາສະໜາ, ເຄື່ອງດົນຕີພື້ນເມືອງ, ພະຄຳພີ, ແມ່ພິມດ້ວຍໄມ້, ສິລະປະ ດື່ມຊາ, ພະລາຊະບັນຍັດ ວ່າດ້ວຍປະດັບຍົດ, ພ້ອມທັງ ລະບົບຮູບພາບ ແລະ ເອກະສານ ທີ່ມີຄ່າຫາຍາກ.

ຊຸດພະພຸດທະຮູບສາມອົງ ທີ່ວັດ ລິງອຶ໋ງ (ແຂວງ ບັກນິງ), ສະຕະວັດ ທີ XVII, ໄດ້ຖືກຮັບຮອງເປັນ ວັດຖຸທີ່ລ້ຳຄ່າ ລະດັບຊາດໃນປີ 2013.
ພະພຸດທະຮູບ ເຈົ້າແມ່ກວນອິມ ພັນຕາ ພັນມືຢູ່ວັດ ບຸດທາບ (ແຂວງ ບັກນິງ), ໃນລະຫວ່າງ ສະຕະວັດທີ XVII.
ພະພຸດທະຮູບ ອະມິຕາ ພຸດທະເຈົ້າ ຢູ່ວັດ ເຟີດຕິກ (ແຂວງ ບັກນິງ).
ພະພຸດທະຮູບ ອະມິຕາ ພຸດທະເຈົ້າ ຢູ່ວັດ ຫວິ໊ງງຽມ (ແຂວງ ບັກຢາງ).
ພະພຸດທະຮູບ ປາງສະມາທິ ຢູ່ ວັດເຢົາ (ແຂວງ ບັກນິງ), ໃນສະຕະວັດ ທີ XVI, ໄດ້ຖືກຮັບຮອງໃຫ້ເປັນ ວັດຖຸ ທີ່ລ້ຳຄ່າລະດັບຊາດ ໃນປີ 2017.
ຖ້ຳຕວ໋ຽດເຊີນ ຢູ່ວັດ ເມ໋ຍ (ໝູ່ບ້ານບູຮານ ເດື່ອງເລີມ-ຮ່າໂນ້ຍ) ຖືກ ສ້າງຂຶ້ນໃນລະຫວ່າງ ສະຕະວັດທີ XVII-XVIII.

ໂດຍສະເພາະ, ນີ້ເປັນຄັ້ງທຳອິດ ທີ່ຮູບຈຳລອງ ຂອງ 87 ວັດຖຸ ທີ່ລ້ຳ ຄ່າ ລະດັບຊາດ ທີ່ກ່ຽວຂ້ອງ ເຖິງ ພຸດທະສາສະໜາ ໄດ້ຖືກນຳມາ ເຕົ້າ ໂຮມກັນ ໃນເຫດການ ວັດທະນະທຳ ຄວາມເຊື່ອຖື ລະດັບສາກົນ, ເຊິ່ງ ລວມມີພະພຸດທະຮູບ, ຮູບແກະສະຫຼັກ, ເຄື່ອງໃຊ້ທາງສາສະໜາ, ພະ ຄຳພີບູຮານ… ທີ່ໄດ້ນຳມາວາງສະແດງ ແລະ ແນະນຳ ຄືກັບຫຼັກຖານ ທີ່ມີຊີວິດຊີວາ ກ່ຽວກັບບົດບາດ ຂອງ ພຸດທະສາສະໜາ ຕະຫຼອດໄລ ຍະປະຫວັດສາດ ວັດທະນະທຳ ຂອງ ຫວຽດນາມ. ບັນດາວັດຖຸ ເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນ ຢ່າງຈະແຈ້ງ ເຖິງຮ່ອງຮອຍຂອງ ລາຊະວົງ ຫຼີ, ເຈິ່ນ, ເລ, ຫງວຽນ ໃນຂະບວນ ວິວັດແຫ່ງການ ປະກອບເປັນຮູບເປັນ ຮ່າງ ສີສັນຂອງ ພຸດທະສາສະໜາ ຫວຽດນາມ. ນັກທ່ອງທ່ຽວ ຫຼາຍຄົນ ກໍຄືວົງການ ພະສົງສຳມະເນນ ແລະ ພຸດທະສາສະນິກະຊົນໄດ້ສະແດງ ຄວາມສົນໃຈ ແລະ ຕື່ນຕາຕື່ນໃຈ ເມື່ອເປັນຄັ້ງທຳອິດໄດ້ ເຫັນກັບຕາ ວັດຖຸ ທີີ່ລໍ້າຄ່າ ທີ່ມີຕົ້ນກຳເນີດ ພ້ອມທັງເລື່ອງລາວທີ່ໜ້າສົນໃຈ ປິ່ນ ອ້ອມ ບັນດາວັດຖຸ ທ່ີມີຄ່າລໍ້າ ໃນຄັງສົມບັດ ວັດທະນະທຳພຸດ ທະສາສະໜາ. ວັດຖຸ ທີ່ໄດ້ຮັບຄວາມສົນໃຈ ແລະ ຊອກຮູ້ຫຼາຍທີ່ສຸດ ຈາກ ສາທາລະນະຊົນ ຕົວຢ່າງ: ຮູບຈຳລອງ ທາດ ເຈດີ ເຟີດຕິກ ໃນສະໄໝ ຫຼີ (ແຂວງ ບັກນິງ), ແມ່ພິມ ດ້ວຍໄມ້ ແກະສະຫຼັກພະຄຳພີ ທີ່ວັດໃຫຍ່ ຫວີ໊ງງຽມ (ແຂວງ ບັກຢາງ), ເສື້ອ ກາສະວະພັດ ແລະ ຂັນ ໃນສະໄໝ ຫງວຽນ, ນົກແກ້ວ ແລະ ຮີດຄອງການບູຊາ ຂອງ ຄົນຫວຽດ ບູຮານ, ພະພຸດທະຮູບ ພັນມື ພັນຕາ ວັດ ບຸດທາບ (ແຂວງ ບັກນິງ), ພະພຸດທະຮູບ ພັນມືພັນຕາ ວັດ ເມ້ເຊີ (ແຂວງ ຮຶງອຽນ), ເຄື່ອງນຸ່ງ ທາງພຸດທະສາສະໜາ ຫວຽດນາມ…  

ຊຸດພະຄຳພີ ຕິ້ງໂດ້ຕ້າງ ລວມມີ 25 ພາກ, ຮວບຮວມກວ່າ 120 ຜົນ ງານ ພະຄຳພີ, ບົດວິຈານ, ສໍາເນົາ ຕະຫຼອດເຖິງຜົນງານທາງວິຊາການ ຂອງ ນັກປະຕິບັດທໍາ ແລະ ນັກວິຊາການທ່ີມີຊື່ສຽງລະດັບໂລກ, ພ້ອມ ດ້ວຍຊຸດ ວັດຈະນານຸກົມ ສະເພາະ.
ພະລາຊະບັນຍັດ ປະດັບຍົດ ໃຫ້ແກ່ ຊຸງເຕ້ວຈຽວຮຸຍ ຫຽນຈື້ ດ້າຍ ແທ໋ງຟາບດ້ຽນເຟີດ.
ມຸມໜຶ່ງ ຂອງ ພື້ນທີ່ວາງສະແດງ.
ຕົວຢ່າງ ເຄື່ອງນຸ່ງ ທາງພຸດທະສາສະໜາ ຂອງ ຫວຽດນາມ ໄດ້ນຳມາ ຈັດສະແດງ ໃນງານວາງສະແດງ.
ທາດບູຊາ-ພື້ນແກະສະຫຼັກຕົວໜັງສືນູນ. 
ຄຳພີໃບລານ, ເຈ້ຍສະໄໝລາຊະວົງ ຫງວຽນ ໃນສະຕະວັດທີ XIX-XX (ວັດ ກວ໋ານສື-ຮ່າໂນ້ຍ).
ນອກຈາກ ບັນດາຮູບຈຳລອງ ທີ່ຖືກນຳມາ ຈັດສະແດງ ແລ້ວ ຍັງມີຮູບ ພາບ, ເອກະສານ ແລະ ບົດຄັດຕອນຕ່າງໆ ທີ່ແນະນຳ ກ່ຽວ ກັບຄຸນຄ່າ ຂອງ ບັນດາວັດຖຸ ທີ່ລ້ຳຄ່າລະດັບຊາດ ທາງພຸດທະສາສະໜາ ຂອງ ຫວຽດນາມ. 

ສິ່ງເຫຼົ່ານີ້ ບໍ່ພຽງແຕ່ເປັນມໍລະດົກ ທາງວັດຖຸອັນລ້ຳຄ່າເທົ່ານັ້ນ, ແຕ່ຍັງ ເປັນຫຼັກຖານທີ່ມີຊີວິດຊີວາ ກ່ຽວກັບບົດບາດ ຂອງ ພຸດທະສາສະໜາ ໃນຊີວິດວັດທະນະທຳ-ຈິດໃຈຂອງຄົນ ຫວຽດນາມ ໃນແຕ່ລະຍຸກ ສະ ໄໝ. ຜ່ານງານວາງສະແດງ “ວັດທະນະທຳ ພຸດທະສາສະໜາ ຫວຽດ ນາມ” ຫວັງວ່າ ຈະໄດ້ນຳສະເໜີ ພາບລວມ ກ່ຽວກັບວັດທະນະທຳ ພຸດ ທະສາສະໜາ ຫວຽດນາມ ໃນດ້ານພາສາ, ເຄື່ອງນຸ່ງ ທາງສາສະໜາ, ສະຖາປັດຕະຍະກຳ, ມໍລະດົກ, ຜ່ານນັ້ນ ສະແດງໃຫ້ເຫັນເຖິງ ຄວາມ ອຸດົມສົມບູນ ແລະ ຫຼາກຫຼາຍຂອງ ວັດທະນະທຳ ພຸດທະສາສະໜາ ຫວຽດນາມ ທີ່ໄດ້ຮັບການເຄົາລົບ, ຮັກສາ, ສືບທອດ ແລະ ເຜີຍແຜ່ ໂດຍຄົນຮຸ່ນຫຼັງຢູ່ສະເໝີ.

ໃນກອບ ມະຫາກຳ ວິສາຂະບູຊາ ສະຫະປະຊາຊາດ-Vesak 2025 ທີ່ນະຄອນ ໂຮ່ຈີມິນ, ພຸດທະສາສະໜາ ຫວຽດນາມ ໄດ້ອັນເຊີນ ພະບໍ ລົມສາລີຄະທາດ ຂອງ ພະໂພທິສັດ ຖິກກວ໋າງດຶກ ມາປະດິດສະ ຖານ ຢູ່ວັດ ຫວຽດນາມ ກວັກຕື້ (ເຂດ 10, ນະຄອນ ໂຮ່ຈີມິນ) ເພື່ອໃຫ້ ສາ ທາລະນະຊົນ ເຂົ້າ ສັກກາລະບູຊາ ໄດ້ (ຮອດວັນທີ 10 ພຶດສະ ພາ), ຫຼັງຈາກນັ້ນ, ພະບໍລົມສາລີຄະທາດ ຂອງ ເພິ່ນຈະໄດ້ປະດິດສະຖານ ຖາວອນ ຢູ່ວັດ ຫວຽດນາມ ກວັກຕື້.

 

ບົດ: ເຊີນເງ້ຍ - ພາບ: ເລມິງ/VNP - ແປໂດຍ: ບິກລຽນ

ຄວາມລຶກລັບ ຂອງ ໝີ໊ເຊີນ

ຄວາມລຶກລັບ ຂອງ ໝີ໊ເຊີນ

ທ່າມກາງປ່າເຂົາ ຂອງ ເມືອງ ຢຸຍຊວຽນ ແຂວງ ກວາງນາມ ພາກກາງ ຫວຽດນາມ ມີກຸ່ມສະຖາປັດຕະຍະກຳບູຮານ ທີ່ລຶກລັບ ແລະ ເປັນເອກະລັກ ຢ່າງຍິ່ງ, ໄດ້ຮັບການຕີລາຄາທຽບເທົ່າກັບບັນດາວັດວາອາຣາມ ທີ່ມີຊື່ສຽງ ໃນ ອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ອັງກໍວັດ (ກຳປູເຈຍ), ໂບໂຣບູດູ (ອິນໂດເນເຊຍ), ພູກາມ (ມຽນມາ), ວັດພູ (ລາວ), ປາສາດຫີນ ພິມາຍ (ໄທ). ນັ້ນຄືກຸ່ມມໍລະດົກໂລກ ກຸ່ມ ຫໍຜະສາດ ໝີ໊ເຊີນ, ສູນກາງວັດທະນະທຳ, ສາສະໜາ, ຄວາມເຊື່ອ ແລະ ສະຖາປັດຕະຍະກຳ ຈຳປາ ບູຮານ ໃຫຍ່ທີ່ສຸດໃນ ຫວຽດນາມ.

Top