ດິນແດນຫີນຜາ ບານດອກໄມ້
ເຂກພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ)-ເປັນດິນແດນ ທີ່ມີພູມສັນຖານ ແລະ ສະພາບອາກາດໂຫດຮ້າຍທີ່ສຸດ, ເປັນດິນແດນ ທີ່ຜູ້ຄົນ “ອາໄສຢູ່ເທິງຫີນ, ຝັງສົບໃນຫີນ”, ເປັນດິນແດນທີ່ “ດິນບໍ່ຮາບພຽງສາມບາດ ກ້າວ, ທ້ອງຟ້າບໍ່ມີແດດຮອດສາມມື້”, ແຕ່ໃນລະດູບານໃໝ່, ດອກຄາຍ, ດອກໝັ້ນ, ດອກຜັກກາດ ຈະບານສະພັ່ງ, ປ່ຽນດິນແດນຫີນສີເທົາ ໃຫ້ກາຍເປັນດິນແດນທີ່ ສວຍງາມ ແບບມະຫັດສະຈັນ.
ພູພຽງຫີນ ດົ່ງວັນເປັນເຂດທໍລະນີສາດ, ພູມສັນຖານ ແລະ ດິນຟ້າອາ ກາດສຸດທີ່ພິເສດ. ເຖິງແມ່ນວ່າ ຢູ່ໃນລະດັບຄວາມສູງຄືກັບ ພູພຽງຫີນ, ແຕ່ເມື່ອດອກຄາຍ ຢູ່ສາຍພູ ເໝົ້າເຊີນ (ແຂວງ ລ້າງເຊີນ), ຢູ່ເມືອງ ບ໋າດຊ໋າດ, ເທສະບານເມືອງ ຊາປາ (ແຂວງ ລາວກາຍ), ຢູ່ເທສະບານເມືອງ ມົກເຈົາ (ແຂວງ ເຊີນລາ) ບານສະພັ່ງ ຕ້ອນຮັບລະດູບານໃໝ່, ດອກຄາຍຢູ່ເຂດພູພຽງຫີນ ດົ່ງວັນ ຍັງຄົງນອນຫຼັບທ່າມກາງເມກໝອກ. ເມື່ອດອກຄາຍ ດອກສຸດທ້າຍ ໃນເຂດອື່ນໆ ໄດ້ຫຼົ່ນອອກຈາກກິ່ງແລ້ວ, ດອກຄາຍ ຢູ່່ເຂດພູພຽງຫີນ ຈຶ່ງເລີ່ມ “ຕື່ນນອນ”.
ໃນຊ່ວງເວລາ ດອກຄາຍ ຢູ່ທີ່ນີ້ ຕື່ນນອນ ກໍບໍ່ໄດ້ກຳນົດໄວ້ລ່ວງໜ້າ. ມັນອາດເກີດຂຶ້ນທັນທີ ຫຼັງຈາກບຸນປີໃໝ່ ປະຈຳຊາດ, ອາດຈະເປັນໃນມື້ຂຶ້ນ 15 ຄ່ຳເດືອນຈຽງ ຫຼື ອາດຈະເປັນທ້າຍເດືອນຈຽງ, ເຂົ້າສູ່ ເດືອນ ກຸມພາ ຕາມຈັນທະປະຕິທິນ. ດອກຄາຍ ບານເມື່ອໃດ ບໍ່ພຽງແຕ່ ຂຶ້ນກັບສະພາບອາກາດ ໃນປີນັ້ນ ໜາວໜ້ອຍ ຫຼື ໜາວຫຼາຍ, ແຕ່ຍັງຂຶ້ນກັບປັດໄຈ ທີ່ລຶກລັບອື່ນໆ.
ມັນເປັນເລື່ອງຍາກ ທີ່ຈະບັນລະຍາຍ ດ້ວຍຄວາມຄຳເວົ້າ ເພື່ອພັນລະນາ ຄວາມງາມ ຂອງ ດອກຄາຍ ຢູ່ເຂດພູພຽງຫີນ. ມັນມີດອກຫ້າກີບ, ເກສອນ ສີເຫຼືອງ ທີ່ອ່ອນໂຍນ, ຍັງມີສີບົວທີ່ສົດໃສ ແລະ ບໍລິສຸດ, ແຕ່ກີບດອກຄາຍຫີນ ຢູ່ເຂດພູພຽງຫີນຈະໜາ, ໃຫຍ່, ແຂງແຮງ ແລະ ສີຈະເຂັ້ມກວ່າ ດອກຄາຍຊະນິດອື່ນໆ ທີ່ຂ້າພະເຈົ້າເຄີຍພົບເຫັນ. ຕົ້ນຄາຍຕ້ອງໄດ້ ຕໍ່ສູ້ກັບຄວາມໂຫດຮ້າຍ ຂອງສະພາບອາກາດ ຢູູ່ເຂດພູພຽງຫີນຄື: ຂາດນ້ຳ, ຂາດດິນ, ຕ້ອງໄດ້ເກາະກ່າຍຫີນເພື່ອການຢູ່ລອດ, ຕ້ອງປະເຊີນກັບແສງແດດ ທີ່ຈັດກ້າ ໃນລະດູຮ້ອນ, ປະເຊີນກັບ ຄວາມໜາວເຢັນ ທີ່ແຊກຊຶມ ເຂົ້າໄປໃນກະດູກ ໃນລະດູໜາວ ທີ່ຍາວນານ, ດັ່ງນັ້ນກີບດອກຄາຍ ຢູ່ເຂດພູພຽງຫີນ ຈຶ່ງບໍ່ສາມາດບາງໆ, ບໍ່ສາມາດອ່ອນແອ ແລະ ອ່ອນຊ້ອຍໄດ້. ດອກໄມ້ ທີ່ບານສະພັ່ງ ໃນໝອກພູ ທີ່ ໜາວຈັດ ຄືກັບຈຸດໄຟ ສີບົວ ທີ່ອົບອຸ່ນ. ແຕ່ລະກຸ່ມດອກຄາຍຫີນ ທີ່ບານສະພັ່ງ ແມ່ນກຸ່ມໄຟສີບົວ ທີ່ງົດງາມ, ຂັບໄລ່ ຄວາມໜາວເຢັນ.
ສະຫຼັບກັນກັບສີບົວ ຂອງ ດອກຄາຍ ແມ່ນສີຂາວບໍລິສຸດ ຂອງ ດອກໝັ້ນ ແລະ ດອກຈອງ. ໃນຊຸມມື້ຕົ້ນປີໃໝ່, ເມື່ອມາຢ້ຽມຢາມໝູ່ບ້ານ ຢູ່ເຂດ ພູພຽງຫີນ, ນັກທ່ອງທ່ຽວ ຈະຮູ້ສຶກຄືກັບຫຼົງທາງ ເຂົ້າສູ່ດິນແດນ ສວຍງາມ ດັ່ງແດນສະຫວັນ ຍ້ອນສີສັນຂອງດອກໝັ້ນ ທີ່ປົກຄຸມທົ່ວພູເຂົາ, ສ້າງເປັນຮູບແຕ້ມທຳມະຊາດທີ່ສວຍງາມ.
ສິ່ງທີ່ໜ້າປະທັບໃຈທີ່ສຸດອາດຈະແມ່ນ ການປະສົມປະສານ ຂອງ ດອກໝັ້ນ ແລະ ດອກຈອງ ບານຢູ່ຂ້າງປະຕູໄມ້ ຂອງ ຮົ້ວຫີນ. ບັນດາກ້ອນຫີນ ສີດຳທີ່ແຫຼມຄົມ, ເກາະຕິດເຂົ້າກັນຢ່າງນຸ້ມນວນ ອ້ອມຮອບເຮືອນກໍ່ດ້ວຍດິນ. ພວກມັນຖືກສານເຂົ້າກັນ ດ້ວຍສາຍຕາ ທີ່ມີປະສົບການ ແລະ ຄູ່ມືທີ່ຫຍາບກະດ້າງ ແລະ ແຂງແຮງ ຂອງ ຊາວເຜົ່າ ມົ້ງ. ຫີນຖືກວາງຢູ່ຂ້າງກັນ, ຍົກສູງຂຶ້ນ, ໂອບກອດ ເຮືອນ ແລະ ຜູ້ຄົນໃນເຂດພູດອຍ ແລະ ຍິ່ງໄປກວ່າ ທຸກສິ່ງທຸກຢ່າງ, ເທິງຫີນ ແມ່ນສີຂາວບໍລິສຸດ ຂອງດອກໝັ້ນ ທີ່ຂາວສົດໃສ ເທິງກິ່ງງ່າເກົ່າແກ່ ທີ່ເຕັມໄປດ້ວຍເຊື້ອລາ. ສີຂາວ ແຜ່ລາມ ຜ່ານຮົ້ວຫີນ, ແຜ່ລາມຜ່ານ ຫຼັງຄາເຮືອນສີໝາກກະເບົາເຂັ້ມ, ແຂ່ງຂັນ ກັບໝອກ ແລະ ຫິມະ.
ລະດູດອກໝັ້ນບານ ສະພັ່ງຢູ່ ຮ່າຢາງ ໃນລະຫວ່າງຕົ້ນເດືອນ ກຸມພາ ຫາ ທ້າຍເດືອນ ມີນາ. ນັກທ່ອງທ່ຽວ ສາມາດ ເພີດເພີນກັບສີສັນ ຂອງດອກໄມ້ ຢູ່ເຂດຕ່າງໆ ຂອງ ພູພຽງຫີນ ດົ່ງວັນ.
ນອກຈາກດອກຄາຍ ແລະ ດອກໝັ້ນ, ຢູ່ຮ່ອມພູ ທີ່ມີແສງແດດ, ແມ່ນສີເຫຼືອງສົດໃສ ຂອງ ດອກຜັກກາດ. ຈາກປະຕູສະຫວັນ-ກວານບ້າ ໄປຫາເທສະບານເມືອງ ດົ່ງວັນແມ່ນ “ຮູບແຕ້ມ” ລະດູດອກຜັກກາດສີ ເຫຼືອງ.
ຢູ່ພູພຽງຫີນ ດົ່ງວັນ, ທ່ານພຽງແຕ່ຢືນຢູ່ແຄມທາງ, ຕີນພູ, ເນີນພູ ຫຼື ແມ່ນແຕ່ໂງ່ນຫີນສູງໃດໜຶ່ງ, ທ່ານກໍສາມາດ ຊົມບັນດາທົ່ງດອກຜັກກາດ ສີເຫຼືອງ ສົດໃສໄດ້. ສິ່ງທີ່ຍອດຍິ່ງດີທີ່ສຸດ ແມ່ນເມື່ອ ແສງອາລຸນວັນໃໝ່ສາດສ່ອງ ລົງມາຢ່າງສົດໃສ ຫຼື ເມື່ອໃນຍາມຄ້ອຍຄ່ຳລົງແລງ ເຮັດໃຫ້ທິວທັດ ທົ່ງນາຜັກກາດ ຍິ່ງມີຄວາມລະຍິບລະຍັບ ຍິ່ງຂຶ້ນ.
ບັນດາກຸ່ມ ນັກທ່ອງທ່ຽວອິດສະຫຼະ, ລົດຈັກຂະໜາດໃຫຍ່ ຂັບຂີ່ຕໍ່ໆ ກັນໄປເຖິງ ດົ່ງວັນ, ແມ່ວວາກ ເຮັດໃຫ້ໃຈຜູ້ຄົນຍິ່ງຕື່ນເຕັ້ນ. ຜູ້ຄົນແຂ່ງ ຂັນກັນໄປຖ່າຍຮູບດອກໄມ້. ລະດູໜາວຍິ່ງໜາວຫຼາຍ, ລະດູບານໃໝ່ ດອກໄມ້ ກໍຍິ່ງມີສີສັນສົດໃສ. ເບິ່ງຄືວ່າ ຊາວພູດອຍ ບໍ່ມີຄວາມຊິນເຄີຍ ເອົາດອກໄມ້ ມາໄວ້ໃນເຮືອນ, ດອກໄມ້ບານ ຢ່າງເສລີ ຢູ່ຕາມໄຮ່ສວນ ເທິງພູ. ດອກໄມ້ ຖືກສະລ້າງ ດ້ວຍນໍ້າຄ້າງ, ອາບດ້ວຍສາຍລົມ ແລະ ທ້ອງຟ້າ. ດອກໄມ້ ຄືກັບຍິງສາວ ຊາວເຜົ່າ ມົ້ງ, ຢ້າວ, ໂລໂລ, ໄຢ໋… ທີ່ໄຮ້ດຽງສາ ແລະ ບໍລິສຸດ ໃສຊື່.
- ບົດ: ທົງທ້ຽນ - ພາບ: ຫງວຽນຖັ໋ງ, ຮວ່າງຮ່າ, ເຈິ່ນຮ໋ຽວ, ທົງທ້ຽນ - ແປໂດຍ: ບິກລຽນ