ຊຸດປະຈຳເຜົ່າ ມູນເຊື້ອ ຂອງ ຊາວ ເອເດ

ແຟຊັ່ນ

ຊຸດປະຈຳເຜົ່າ ມູນເຊື້ອ ຂອງ ຊາວ ເອເດ

ເອເດ ແມ່ນ​ໜຶ່ງໃນ 54 ຊົນ​ເຜົ່າ​ ຂອງ​

ເອເດ ແມ່ນ​ໜຶ່ງໃນ 54 ຊົນ​ເຜົ່າ​ ຂອງ​ ​ຫວຽດ​ນາມ. ນອກຈາກ ເທບນິຍາຍ, ກາບກອນ, ລຳເລື່ອງ ປະຫວັດສາດ ກໍຄືເຄື່ອງ ດົນຕີ ທີ່ມີຊື່ສຽງແລ້ວ, ຊຸດອາພອນ ປະຈຳເຜົ່າ ຂອງ ຊາວຜົ່າ ເອເດ ກໍ່ແມ່ນຈຸດພົ້ນເດັ່ນອັນໜຶ່ງ ຂອງ ປະຊາຊົນ ຢູ່ທີ່ນີ້.

ກີ່ຕໍ່າແພລາຍດອກ ຂອງ ຊາວເຜົ່າ ເມີນົງ, ມ້າ, ເອເດ ແມ່ນຂ້ອນ ຂ້າງ ຄ້າຍຄືກັນ ແລະ ເຮັດດ້ວຍໄມ້ໄຜ່ ແລະ ໄມ້ ທີ່ມີພ້ອມ. ນີ້​ແມ່ນ​ກີ່ຕໍ່າ ຫູກແບບປະຖົມປະຖານ, ເວລາຕໍ່າຈະໃຊ້ຕີນ ຈັບກີ່ ຕໍ່າ ໃຫ້ແໜ້ນ ແລະ ຕໍ່າດ້ວຍມື. 

ໃນ​ວັດ​ທະ​ນະ​ທຳ ​ຂອງ​ ຊາວ​ເຜົ່າ ເອ​ເດ, ຜູ້​ຊາຍ ແລະ ຜູ້ຍິງ ​ຈະ​ມີ​ຊຸດເສື້ອຜ້າອາພອນມູນເຊື້ອ ສະເພາະຂອງຕົນ ແຕ່ຍັງ​ຄົງ​ຮັກ​ສາ ໄວໄດ້​ຄວາມ​ງາມ​ແບບ​ທົ່ວ​ໄປ​ຂອງ​ຊົນເຜົ່າ. ດ້ວຍສີມື​ອັນຄ່ອງ ແຄ້ວ ພ້ອມກັບຄວາມພິຖີພິຖັນ, ລະອຽດອ່ອນ ຂອງຕົນ, ຊາວ ເຜົ່າເອເດ ໄດ້ປະດິດຂຶ້ນ ບັນດາຊຸດອາພອນ ທີ່ເຂັ້ມຂຸ້ນໄປດ້ວຍ ສີສັນຊົນເຜົ່າ. ຕາມ​ປະ​ເພນີ, ​ເຄື່ອງ​ນຸ່ງ​ຂອງ​ຊາວ​ເຜົ່າ ​ເອ​ເດ ​ໂດຍ​ປົກ​ກະ​ຕິແລ້ວ​ແມ່ນ​ສີດຳ ຫຼື​ ສີຄາມ. 

ຊຸດເຄື່ອງ​ນຸ່ງ​ພື້ນ​ເມືອງ​ຂອງ​ແມ່​ຍິງ ເອເດ ແມ່ນ​ສິ້ນ​ ແລະ ເສື້ອ ສວມຫົວ. ເສື້ອຂອງແມ່ຍິງ ເອເດ ມີການອອກແບບທີ່ພິເສດ, ມັນຖືກຕັດ ຈາກບ່າຊ້າຍ ຫາບ່າຂວາ, ເສື້ອນຸ່ງ ດ້ວຍການສວມ ແຕ່ລຸ່ມ ຂຶ້ນເທິງ. ເມື່ອນຸ່ງແລ້ວ, ເສື້ອຍາວໂອບກອດ ພໍດີຮ່າງ ກາຍຂອງແມ່ຍິງ ລົງເຖິງແອວ. ແຂນເສື້ອຖືກ ອອກແບບສັ້ນ ແລະ ຂ້ອນຂ້າງແຄບ, ສ່ວນຄໍ ແມ່ນສູງ ແລະ ກວ້າງ ເພື່ອງ່າຍ ຕໍ່ການນຸ່ງ. ຢູ່ເທິງພື້ນສີຄາມ, ເສື້ອຖືກຕົແຕ່ງ ດ້ວຍເສັ້ນແຂບ ແລະ ລາຍດອກນ້ອຍໆ ດ້ວຍເສັ້ນດ້າຍສີແດງ, ສີຂາວ, ສີເຫຼືອງ ຢູ່ ຄໍເສື້ອ, ບ່າ, ແຂນເສື້້ອ, ປາກແຂນເສື້ອ ແລະ ແລະ ຕີນເສື້ອ. 

ຕົວແບບລວດລາຍໃນຊຸດ​ພື້ນ​ເມືອງ ຂອງຊາວເຜົ່າ ເອເດ. 
ຕົວແບບລວດລາຍໃນຊຸດ​ພື້ນ​ເມືອງ ຂອງຊາວເຜົ່າ ເອເດ. 

ແມ່ຍິງ ເອເດ ນຸ່ງສິ້ນ ຖືກ​ມັດ​ຮອບ​ແອວ ດ້ວຍເຊືອກ. ໃນເວລານຸ່ງ, ຕີນສິ້ນ ອາດຈະຍາວເຖິງ ສົ້ນຕີນ ເພື່ອສ້າງຄວາມສວຍງາມແບບສຸພາບຮຽບຮ້ອຍ.

ລາຍດອກເທິງສິ້ນ ຂອງແມ່ຍິງ ເອເດ ກໍແມ່ນເສັ້ນແຂບ ປະສົມປະສານ ກັບເສັ້ນດ້າຍສີແດງ, ສີເຫຼືອງ, ສີຟ້າ ແລະ ສີຂາວ ເພື່ອສ້າງຈຸດເດັ່ນ.

ສ່ວນຊຸດປະຈຳເຜົ່າ ຂອງ ​ຜູ້​ຊາຍ​ ເອເດ​ ແມ່ນນຸ່ງກະຕ່ຽວ ແລະ ​ເສື້ອແພ. ເສື້ອ ຂອງ ຜູ້ຊາຍແມ່ນກວ້າງ ແລະ ຍາວກວ່າ ຂອງ ແມ່ຍິງ. ສ່ວນຄໍເສື້ອ ຖືກຕັດເປັນຮູບມົນ ອ່ຽງໄປຂ້າງໜ້າ ແລະ ເປີດຢູ່ໜ້າເອິກ. ແຂນເສື້ອຍາວ, ດ້ານຫຼັງ ຂອງເສື້ອ ແມ່ນຍາວ ກວ່າດ້ານໜ້າ. ເທິງພື້ນຜ້າສີຊ້ໍາຂອງ ຕົວເສື້ອ, ແຂນເສື້ອ, ແຂບ ຄໍ, ຕີນເສື້ອ ຕັດເປັນປ່ຽງ ໄດ້ຖືກຕົກແຕ່ງ ດ້ວຍເສັ້ນແຂບ ສີແດງ ແລະ ສີຂາວ. ໂດຍສະເພາະ, ຢູ່ກາງຜືນເສື້ອ ມີສິ້ນສ່ວນລາຍ ຂວາງຮູບສີ່ຫຼ່ຽມ. ນີ້ແມ່ນ ເສື້ອປະເພດ ຕົວແທນ ຂອງ ຜູ້ຊາຍ ເຜົ່າ ເອເດ. ນອກຈາກນັ້ນ ຍັງມເສື້ອ ແຂນສັ້ນ ເຖິງຂໍ້ສອກ ຫຼື ບໍ່ມີແຂນ.

 
ຜູ້ຊາຍ ເອເດ ໃຊ້ ກະຕ່ຽວ ເພື່ອປົກບັງເຄິ່ງໂຕ ທາງລຸ່ມ ຂອງຕົນ. ປົກກະຕິແລ້ວ, ກະຕ່ຽວ ມີລວງກວ້າງ ປະມານ 30 ຊມ. ອີງຕາມ ໂອກາດ ກະຕ່ຽວ ຈະມີຄວາມຍາວ, ສັ້ນ ແຕກຕ່າງກັນ.

ວິທີນຸ່ງກະຕ່ຽວ ແມ່ນຖືກມັດຮອບແອວ, ຫຼັງຈາກນັ້ນ ສືບຕໍ່ມັດ ຮອບຂາ. ສົ້ນ ໜຶ່ງຖືກມັດຢູ່ດ້ານຂ້າງເພື່ອຊ່ວຍໃຫ້ ກະຕ່ຽວ ຄົງທີ່ ແໜ້ນໜາ, ສ່ວນເຫຼືອແມ່ນປ່ອຍຢູ່ກາງ ທາງດ້ານໜ້າ. ປະເພດ ກະຕ່ຽວ ງາມທີສຸດແມ່ນ ktêh, drai, đrêch, piêk, ໃນຂະນະທີ່ ປະເພດ bong, băl ແມ່ນກະຕ່ຽວທຳມະດາ.

ັດຈຸ​ບັນ, ຊາວ​ເຜົ່າ ​ເອ​ເດ ​ມີຊຸດເຄື່ອງນຸ່ງ ຄົບທຸກປະເພດ, ທຸກຊະນິດ ກັບຮູບແບບສວຍງາມ ທີ່ເປັນຕົວແທນ ຂອງ ບັນດາຊົນເຜົ່າ ຢູ່ເຂດ ໄຕງວຽນ. 

ຊາວ​ເຜົ່າ ​ເອ​ເດ​ນຸ່ງ​ຊຸດ​ພື້ນ​ເມືອງ ​ໃນພິທີຂໍສຸຂະພາບ ໃຫ້ຊ້າງ ຢູ່ ແຂວງ ດັກລັກ. 

ບົດ: ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top