• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - EU

ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະສ້າງແລວນິຕິກຳຢ່າງສະດວກ ໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ຜະລິດ, ດຳເນີນທຸລະກິດຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດເອີລົບ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: quochoi.vn)

ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ສະພາດຳເນີນທຸລະກິດສະຫະພາບ ເອີລົບ (EU) - ອາຊຽນ, ໂດຍທ່ານ Jens Rubbert ປະທານສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ທ່ານ Dominik Meichle ປະທານ EuroCham ຫວຽດນາມ ຮ່ວມເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາດຳເນີນທຸລະກິດ ເອີລົບ - ອາຊຽນ, EuroCham ຫວຽດນາມ ແລະ ບັນດາວິສາຫະກິດ EU ຕ້ອງເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ຊຸກຍູ້ລັດຖະສະພາບາງປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA)ໂດຍໄວ, ສະເໜີ EC ແກ້ໄຂບັດເຫຼືອງ IUU ຕໍ່ການສົ່ງອອກສິນທະເລ ຂອງ ຫວຽດນາມ ໂດຍໄວ. ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະສ້າງແລວນິຕິກຳຢ່າງສະດວກ ໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ຜະລິດ, ດຳເນີນທຸລະກິດຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດເອີລົບ.

ສ່ວນທ່ານ Jens Rubbert ເນັ້ນໜັກວ່າ ສະພາ ແລະ EuroCham ຫວຽດນາມ ສະໜັບສະໜູນເລື່ອງລັດຖະສະພາບັນດາປະເທດສະມາຊິກ EU ໃຫ້ສັດຕະຍາບັນ EVIPA ໂດຍໄວ; ທ່ານປາດຖະໜາຢາກສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ ແມ່ນພິທີກຳທີ່ສຳຄັນໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າ ເອເດ. ພິທີນີ້ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື ຄວາມກະຕັນຍູຂອງລູກຫຼານທີ່ມີຕໍ່ປູ່ຍ່າຕາຍາຍພໍ່ແມ່ ພ້ອມທັງພາວະນາໃຫ້ເທວະດາຟ້າແຖນບັນພະບູລຸດ ໃຫ້ປົກປິດຊ່ວຍເຫຼືອລູກຫຼານ ໃຫ້ມີສຸຂະພາບແຂງແຮງ ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.

Top