• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ຈີນ

ແຂວງ ຢຸນໜານ ຈະສືບຕໍ່ສົມທົບກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງທຸກຂັ້ນ, ທຸກຂະແໜງການ; ຍູ້ແຮງການຮ່ວມມືຢ່າງແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
  ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: TTXVN)  

ຕອນບ່າຍວັນທີ 28 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ຫວາງໜິງ, ເລຂາພັກແຂວງໆ ຢຸນໜານ, ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມ ລະຫວ່າງ ເລຂາຄະນະພັກບັນດາແຂວງ ຮ່າຢາງ, ລາວກາຍ, ລາຍເຈົາ, ດ້ຽນບຽນຂອງ ຫວຽດນາມ ກັບ ແຂວງຢຸນໜານ, ຈີນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ປາດຖະໜາວ່າ ແຂວງ ຢຸນໜານ ແລະ ບັນດາທ້ອງຖິ່ນເຂດຊາຍແດນຕິດກັບ ຫວຽດນາມ ສືບຕໍ່ເຊື່ອມຊຶມມິດຕະພາບ ແລະ ຄວາມສຳຄັນຂອງການພົວພັນ ຫວຽດນາມ - ຈີນ, ຫັນຖະແຫຼງການຮ່ວມທີ່ບັນລຸໄດ້ໃນການຢ້ຽມຢາມ ຈີນ ຢ່າງເປັນທາງການ ຫວ່າງແລ້ວນີ້ ໃຫ້ເປັນລະອຽດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ.

ສ່ວນທ່ານ ຫວາງໜິງ ຢັ້ງຢືນວ່າ ແຂວງ ຢຸນໜານ ຈະສືບຕໍ່ສົມທົບກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງທຸກຂັ້ນ, ທຸກຂະແໜງການ; ຍູ້ແຮງການຮ່ວມມືຢ່າງແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນວັນດຽວກັນ, ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກຄອມມູນິດ ຫວຽດນາມ ກໍໄດ້ມີການເຮັດວຽກກັບທ່ານ ຫວາງໜິງ, ເລຂາພັກແຂວງໆ ຢຸນໜານ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top