ຊາວໜຸ່ມ ໄຊງ່ອນ ສຳຜັດປະສົບການເຮັດເຄື່ອງປັ້ນດິນເຜົາ ແບບຫັດຖະກຳ

ວິຖີຊີວິດ ຂອງ ຄົນ ຫວຽດ

ຊາວໜຸ່ມ ໄຊງ່ອນ ສຳຜັດປະສົບການເຮັດເຄື່ອງປັ້ນດິນເຜົາ ແບບຫັດຖະກຳ

ຫຼັງ​ຈາກ​​ເຮັດ​ວຽກ​ ແລະ​ການ​ສຶກສາ​ທີ່​ເຄັ່ງ​ຕຶງ​ ມາທັງອາທິດ, ແທນ​ທີ່​ຈະ​ເລືອກ​ ໄປທ່ອງທ່ຽວສວນສະໜຸກ​, ນັ່ງ​ຮ້ານ​ ກາ​ເຟ ຫຼື​ໄປ​ເບິ່ງ​ຮູບເງົາ, ໜຸ່ມ​ສາວ​ ຫຼາຍ​ຄົນ​ໃນ​ໄຊ​ງ່ອນ​ ໄດ້​ນັດ​ກັນ​ໄປ​ຮ້ານ​ເຄື່ອງປັ້ນດິນ​ເຜົາ​ແຫ່ງໜຶ່ງ ເພື່ອ​ສຳຜັດ​ກັບ​ການ​ເຮັດ​ເຄື່ອງປັ້ນ​ດິນ​ເຜົາ ແບບຫັດຖະກຳ. 

ຫຼັງ​ຈາກ​​ເຮັດ​ວຽກ​ ແລະ​ການ​ສຶກສາ​ທີ່​ເຄັ່ງ​ຕຶງ​ ມາທັງອາທິດ, ແທນ​ທີ່​ຈະ​ເລືອກ​ ໄປທ່ອງທ່ຽວສວນສະໜຸກ​, ນັ່ງ​ຮ້ານ​ ກາ​ເຟ ຫຼື​ໄປ​ເບິ່ງ​ຮູບເງົາ, ໜຸ່ມ​ສາວ​ ຫຼາຍ​ຄົນ​ໃນ​ໄຊ​ງ່ອນ​ ໄດ້​ນັດ​ກັນ​ໄປ​ຮ້ານ​ເຄື່ອງປັ້ນດິນ​ເຜົາ​ແຫ່ງໜຶ່ງ ເພື່ອ​ສຳຜັດ​ກັບ​ການ​ເຮັດ​ເຄື່ອງປັ້ນ​ດິນ​ເຜົາ ແບບຫັດຖະກຳ. 

ຂະບວນການ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ ​ແມ່ນ​ໄດ້​ຮັບ​ຄວາມ​ ນິຍົມຈາກ​ຊາວ​ໜຸ່ມ​ຢູ່​ ​ໄຊ​ງ່ອນ.

ຢູ່ໃນຫ້ອງ, ນັ່ງອ້ອມໂຕະໄມ້, ເລືອກຕົວແບບທີ່ທ່ານມັກ, ເລີ່ມຕົ້ນດ້ວຍການນວດດິນໃຫ້ອ່ອນນິ້ມ, ໜຽວ, ແລ້ວຈິ່ງ ແຕ່ງຮູບຊົງ. ຫຼັງ​ຈາກ​ແຕ່ງຮູບ​ຊົງແລ້ວ​, ທ່ານ​ສາ​ມາດ​ໃຊ້​ຟອຍເພື່ອ​ແຕ້ມລວດລາຍ​ຕົກແຕ່ງໃສ່​ຜະ​ລິດ​ຕະ​ພັນ ເຄື່ອງປັ້ນດິນເຜົາດິບ. ຈາກນັ້ນ, ພະນັກງານຮ້ານເຄື່ອງປັ້ນດິນເຜົາ ຈະເກັບເອົາ ຜະລິດຕະພັນ ແລ້ວສົ່ງໄປເຄືອບສີ, ຂັ້ນຕອນສຸດທ້າຍແມ່ນ ເອົາໄປໃສ່ໃນເຕົາເຜົາ ແລະ ລໍຖ້າ 15 ວັນ, ທ່ານ ມາຮັບເອົາ ຜະລິດຕະພັນ ສຳເລັດຮູບທີ່ທ່ານເຮັດດ້ວຍມື ຂອງຕົນເອງ.

ນາງ ຮວ່າງອຽ໋ນ, ນັກ​ສຶກສາ​ຄົນໜຶ່ງ ໄດ້ກ່າວ​ວ່າ: ພາຍຫຼັງ​ໄດ້​ສຸມ​ໃສ່​ໃນການຂຽນ​ບົດ​ນິພົນ ​ຈົບ​ຊັ້ນ​ແລ້ວ, ຂ້າພະ​ເຈົ້າ​ຢາກ​ຜ່ອນຄາຍອາລົມ, ສະນັ້ນ ຂ້າພະ​ເຈົ້າ​ໄດ້​ຊວນ​ໝູ່​ເພື່ອນ​ໄປສຳຜັດກັບການ​ເຮັດ​ເຄື່ອງປັ້ນດິນ​ເຜົາ, ພ້ອມກັນ ນັ່ງ​ຢູ່​ກັບ​ໂຕະ​ມົນ, ຈະ​ຮູ້ສຶກສະ ບາຍໃຈ, ມີຄວາມສຸກ ແລະ ມີເວລາ ທີ່ຈະສົນທະນາ”.

 

ດິນດາກ, ວັດຖຸດິບສໍາລັບການ ຜະລິດເຄື່ອງປັ້ນດິນເຜົາ.


ທ່ານ ເລຮວ່າງມິງ, ໜຶ່ງໃນບັນດາສະມາຊິກ ຜູ້ກໍ່ຕັ້ງສູນ ເຄື່ອງປັ້ນ ດິນເຜົາ ໄຊງ່ອນ ໃຫ້ຮູ້ວ່າ: ດ້ວຍຄວາມຫຼົງໄຫຼ ກັບເຄື່ອງປັ້ນດິນ ເຜົາ, ຂ້າພະເຈົ້າໄດ້ຕັດສິນໃຈ ສ້າງຮູບແບບ ສຳຜັດກັບ ການເຮັດເຄື່ອງປັ້ນດິນເຜົາ ແບບຫັດຖະກຳ, ນຳເອົາເຄື່ອງປັ້ນ ດິນເຜົາມາໃກ້ຊິດກັບໄວໜຸ່ມ. ຢູ່​ໃນ​ກາງ​ເມືອງ​ ທີ່​ມີ​ຄວາມ​ຄຶກຄັກ​ຄື​ ໄຊງ່ອນ, ຜູ້​ຄົນ​ທີ່​ມັກ​ວິຊາ​ນີ້​ ສາມາດ​ຊອກ​ຫາ​ບ່ອນ​ທີ່​ງຽບ​ສະຫງົບ​ເພື່ອ​ມີ​ຄວາມ​ສ້າງສັນ ​ແລະ ມີ​ຄວາມ​ມ່ວນ​ຊື່ນ​ກັບ​ວຽກງານດັ່ງກ່າວ ຢ່າງແທ້ຈິງ”.


ຜະລິດຕະພັນຈຳນວນໜຶ່ງສາມາດເຜົາໂດຍແສງແດດ.

ການເຮັດເຄື່ອງປັ້ນດິນເຜົາ ແບບຫັດຖະກຳ ແມ່ນໂອກາດ ເພື່ອຕອບສະໜອງຄວາມຄິດສ້າງສັນ, ຮຽກຮ້ອງ ໃຫ້ມີຄວາມ ຕັ້ງໃຈສູງ, ດັ່ງນັ້ນ ຈະຊ່ວຍໃຫ້ທຸກຄົນ ສາມາດ ອອກຈາກ ຄວາມຄິດ ແລະ ຄວາມກັງວົນ ໃນຊີວິດ ປະຈໍາວັນ. ເຖິງແມ່ນວ່າ ຜະລິດຕະພັນຈະບໍ່ງາມ, ບໍ່ສົມບູນແບບ ຫຼື ຍັງມີລັກສະນະ ຫຍາບໆ, ແຕ່ມັນ ແມ່ນເຄື່ອງປັ້ນດິນເຜົາ ທີ່ເຮັດດ້ວຍຄວາມ ລະອຽດ, ອົດທົນ ແລະ ການສໍາຜັດ ສ່ວນຕົວຂອງທ່ານເອງ”.

ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ເຮັດ​ດ້ວຍ​ມື​ຈຳນວນໜຶ່ງໂດຍ​ໄວ​ໜຸ່ມ​ ໄຊ​ງ່ອນ ເຮັດ:


ບົດ ແລະ ພາບ: VNP/ທົງຫາຍ - ແປໂດຍ: ຢືຟຽນ

ເດິດເຟືອງນາມ

ເດິດເຟືອງນາມ

ຫ່າງຈານນະຄອນ ໂຮ່ຈີມິນ ປະມານ 60 ກິໂລແມັດ, ແລ່ນລົດ ຈັກໃຊ້ເວລາປະມານ 2 ຊົ່ວໂມງ, ຟາມ Dat Phuong Nam (ເຂດດິນທາງຕອນໃຕ້) ຕັ້ງຢູ່ນະຄອນ ເຕິນອານ, ແຂວງ ລອງ ອານ ກຳລັງເປັນບ່ອນເລືອກອັນດັບໜຶ່ງ ສຳລັບຜູ້ທີ່ມີຄວາມ ຫວັງຢາກອອກຈາກນະຄອນ ທີ່ແອອັດ ແລະ ໝອກຄວັນ ເພື່ອ ໄດ້ສຳຜັດ ກັບແບບວິຖີຊີວິດ ໃກ້ຊິດກັບທຳມະຊາດ ຂອງ ເຂດ ຊົນນະບົດ ນາມໂບ້ (ພາກໃຕ້ ຫວຽດນາມ).

Top