• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫນຸ່ມ ນຳຫນ້າໃນກິດຈະການຫັນເປັນດິຈີຕອນແຫ່ງຊາດ

ກິດຈະການຫັນເປັນດິຈີຕອນແຫ່ງຊາດ ພວມໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງຢູ່ທຸກຂັ້ນ ທຸກຂະແຫນງການ ແລະ ບັນດາກຳລັງ, ໃນນັ້ນມີຖັນແຖວສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ. ນີ້ກໍ່ແມ່ນແຜນນະໂຍບາຍໂດຍໄດ້ເຕື້ອງເຖິງຢູ່ ກອງປະຊຸມ ໂດຍທ່ານນາຍົກລັດຖະມົນຕີ ໂອ້ລົມສົນທະນາກັບ ຊາວຫນຸ່ມ ປີ 2023 ດ້ວຍຫົວຂໍ້ວ່າ: “ສ້າງແຫລ່ງຊັບພະຍາກອນມະນຸດຫນຸ່ມທີ່ມີຄຸນນະພາບສູງ ຕອບສະຫນອງ ສະຫັດສະວັດ 4.0 ຊື່ງ ໄດ້ດຳເນີນໃນຕອນເຊົ້າວັນທີ 22 ມີນາ ຢູ່ ຮ່າໂນ້ຍ ພ້ອມທັງແມ່ນຫົວຂໍ້ຂອງເດືອນເຄື່ອນໄຫວຂອງຊາວຫນຸ່ມ ປີ 2023 ໄດ້ ແລະ ພວມຜັນຂະຫຍາຍຢູ່ທຸກແຖບຖິ່ນຂອງປະເທດຊາດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມໂອ້ລົມສົນທະນາກັບຊາວຫນຸ່ມປີ 2023.  

ກ່ອນທີ່ກາຍເປັນບັນຫາໄດ້ຮັບຄວາມສົນໃຈທີ່ກອງປະຊຸມໂດຍທ່ານນາຍົກລັດຖະມົນຕີ ໂອ້ລົມສົນທະນາກັບຊາວຫນຸ່ມປີ 2023, ຊາວຫນຸ່ມທົ່ວປະເທດໄດ້ປະຕິບັດເດືອນເຄື່ອນໄຫວຂອງຊາວຫນຸ່ມປີ 2023 ດ້ວຍຫົວຂໍ້ “ຊາວຫນຸ່ມນຳຫນ້າໃນການຫັນເປັນດິຈີຕອນ”

ເດືອນເຄື່ອນໄຫວຂອງຊາວຫນຸ່ມ ແລະຂະບວນການຫັນເປັນດິຈີຕອນ

ຄະນະຊາວຫນຸ່ມ ໂຮ່ຈິມີນ ແຂວງ ກວ໋າງນິງ ໄດ້ປຸກລະດົມເດື່ອນເຄື່ອນໄຫວຂອງຊາວຫນຸ່ມປີ 2023 (ເດືອນມິນາປີ 2023) ດ້ວຍຫລາຍການເຄື່ອນໄຫວຫັນເປັນດິຈີຕອນຢ່າງຄົບຊຸດໃນທຸກດ້ານວຽກງານຂອງຊາວຫນຸ່ມ. ຄະນະຊາວຫນຸ່ມທຸກຂັ້ນໃນແຂວງ ໄດ້ຍູ້ແຮງການຂົນຂວາຍ “ຊາວຫນຸ່ມແຕ່ລະຄົນມີແນວຄວາມຄິດຫນຶ່ງ, ຂໍ້ລິເລີ່ມຫນຶ່ງ”, ຂະບວນການ “ 3 ຫນ້າທີ່ຮັບຜິດຊອບ” ໃນພະນັກງານ, ລັດຖະກອນຫນຸ່ມ, ຮັກສາ ແລະ ສ້າງຕັ້ງບັນດາກອງຊາວຫນຸ່ມອາສາສະໝັກ ຫນູນຊ່ວຍປະຊາຊົນ ຢູ່ ບັນດາສູນຮັບໃຊ້ວຽກງານດ້ານບໍລິຫານສາທາລະນະ.                                                             

ສະຫາຍ ຫງວຽນເທວິງ, ຮອງເລຂາ ຜູ້ຮັບຜິດຊອບ ຄະນະຊາວຫນຸ່ມ ນະຄອນ ມອງກາຍ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

“ໃນເດືອນເຄື່ອນໄຫວຂອງຊາວຫນຸ່ມ ພວກຂ້າພະເຈົ້າປຸກລະດົມການເຄື່ອນໄຫວແທດຈິງຫລາຍຢ່າງມຸ່ງເຖິງ ຊາວຫນຸ່ມເຍົາວະຊົນ ແລະ ປະຊາຊົນໃນບໍລິເວນ. ພວກຂ້າພະເຈົ້າ ໄດ້ສົມທົບກັບບັນດາໂຮງຮຽນ ປະຕິບັດຮູບແບບຫັນເປັນດິຈີຕອນຢູ່ ໂຮງຮຽນອອນລາຍ, ເຊື່ອມຕໍ່ຂໍ້ມູນຂ່າວສານ ລະຫວ່າງພໍ່ແມ່ນັກຮຽນ, ນັກຮຽນ ແລະ ອົງການຄະນະຊາວຫນຸ່ມ. ພ້ອມກັນນັ້ນ ຕິດປ້າຍ QR code ເພື່ອແນະນຳຂໍ້ມູນຂ່າວສານບັນດາສາຍທ່ອງທ່ຽວຢູ່ບໍລິເວນ ນະຄອນ ມອງກາຍ”

ນຕະຫລອດເດືອນເຄື່ອນໄຫວຂອງຊາວຫນຸ່ມປີ 2023, ບໍ່ພຽງແຕ່ສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ນະຄອນ ມອງກາຍ ຫາກຊາວຫນຸ່ມໃນທົ່ວປະເທດ ລ້ວນແຕ່ເພີ່ມທະວີການຫັນເປັນດິຈີຕອນ ຢ່າງຄົບຊຸດໃນທຸກດ້ານຂອງວຽກງານຊາວຫນຸ່ມ ພ້ອມທັງເສີມຂະຫຍາຍບົດບາດຂອງຊາວຫນຸ່ມໃນການເຂົ້າຮ່ວມການໝູນໃຊ້ເຕັກໂນໂລຊີໃນຊີວິດຕົວຈິງ ແລະຍົກສູງກຳລັງຄວາມສາມາດດ້ານດິຈີຕອນໃຫ້ແກ່ຊາວຫນຸ່ມເຍົາວະຊົນ. ສະຫາຍ ຫງວຽນມິງຈຽດ, ເລຂາສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ໄດ້ກຳນົດການເຄື່ອນໄຫວເພື່ອໃຫ້ຊາວຫນຸ່ມເຂົ້າຮ່ວມວຽກງານຫັນເປັນດິຈີຕອນ, ຜັນຂະຫຍາຍການເຄື່ອນໄຫວຜ່ານ App ຊາວຫນຸ່ມ ຫວຽດນາມ. ນອກນັ້ນ ພວກຂ້າພະເຈົ້າ ຍັງຫນູນຊ່ວຍຜັນຂະຫຍາຍບາງເນື້ອໃນຫັນເປັນດິຈີຕອນ ຂອງຂະແຫນງຕຳຫລວດ ເພື່ອຮັບໃຊ້ການຄຸ້ມຄອງພົນລະເມືອງ ຫລື ຊ່ວຍປະຊາຊົນໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເຂົ້າເຖິງຮູບແບບຫັນເປັນດິຈີຕອນ”

ຊາວຫນຸ່ມຕ້ອງນຳຫນ້າໃນກິດຈະການຫັນເປັນດິຈີຕອນແຫ່ງຊາດ

ສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ຫວຽດນາມ ນຳຫນ້າໃນການຫັນເປັນດິຈີຕອນ ບໍ່ພຽງແຕ່ແມ່ນເນື້ອໃນການເຄື່ອນໄຫວຂອງເດືອນຊາວຫນຸຸມປີ 2023, ແມ່ນຫົວເລື່ອງໄດ້ຍົກອອກມາໃນກອງປະຊຸມໂດຍທ່ານນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວຫນຸ່ມເມື່ອວັນທີ 22 ມີນາ ຢູ່ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງໄດ້ຮັບຄວາມເອົາໃຈໃສ່ຊີ້ນຳປະຕິບັດຈາກການນຳພັກ, ລັດ ຫວຽດນາມ ອີກດວ້ຍ. ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອງຊວນ ກ່າວຄຳເຫັນໃນພິທີໄຂເດືອນເຄື່ອນໄຫວຂອງຊາວຫນຸ່ມປີ 2023 ໄດ້ຮຽກຮ້ອງວ່າ:

“ຍູ້ແຮງວຽກງານໂຄສະນາຍົກສູງຄວາມຮັບຮູ້ໃຫ້ຊາວຫນຸ່ມ, ໄວຫນຸ່ມທົ່ວປະເທດ ກ່ຽວກັບການຫັນເປັນດິຈີຕອນ, ເຕັກໂນໂລຊີຂອງລຸ້ນໄວຫນຸ່ມ ເພື່ອໃຫ້ໄວຫນຸ່ມ ຫວຽດນາມ ສືບໄດ້ເຂົ້າເຖິງການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງວ່ອງໄວ. ຕິດພັນຫນ້າທີ່ຫັນເປັນດິຈີຕອນຂອງຄະນະຊາວຫນຸ່ມກັບຫນ້າທີ່ພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ, ຂອງທຸກຂະແຫນງການ, ທຸກຂັ້ນ ໃນນັ້ນ ໄວຫນຸ່ມແມ່ນກຳລັງຫລັກແຫລ່ງ, ກຳລັງນຳຫນ້າ.”

ສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ນຳຫນ້າໃນວຽກງານຫັນເປັນດິຈີຕອນແຫ່ງຊາດ ແມ່ນເນື້ອໃນທີ່ໄດ້ຍົກອອກມາໃນການເຮັດວຽກຂອງປະທານສະພາແຫ່ງຊາດ ຫວຽດນາມເວື່ອງດິງເຫວະ ກັບຄະນະເລຂາສູນກາງຊາວຫນຸ່ມກອມມູນິດ ໂຮ່ຈິມີນ ເມື່ອວັນທີ 21 ມີນາປີ 2023 ຢູ່ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຕີລາຄາສູງ ເລື່ອງສູນກາງຊາວຫນຸ່ມ ໄດ້ເລືອກເຟັ້ນຫົວຂໍ້ວຽກງານ ປີ  2023 ແລະ ຫົວເລື່ອງ ເດືອນເຄື່ອນໄຫວຂອງຊາວຫນຸ່ມ ແມ່ນຕິດພັນກັບການຫັນເປັນດິຈີຕອນ. ຕາມທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫວະແລ້ວ, ການຫັນເປັນດິຈີຕອນ ແມ່ນຫນ້າທີ່ສຳຄັນ, ຮີບດ່ວນ, ຕອບສະຫນອງທ່າອ່ຽງຂອງລວມຂອງຍຸກສະໄຫມເພື່ອນຳຫວຽດນາມ ເຊື່ອມໂຍງເຂົ້າກັບການພັດທະນາລວມຂອງໂລກຢ່າງເລິກເຊິ່ງກວ້າງຂວາງ. ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່, ການເບິ່ງແຍງດູແລຂອງພັກ, ລັດ, ສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ຈະເສີມຂະຫຍາຍໄດ້ທ່າແຮງໃນການປະຕິບັດການຫັນເປັນດິຈີຕອນ, ສ້າງລັດຖະບານດິຈີຕອນ, ສັງຄົມດິຈີຕອນ ແລະ ປະຊາກອນດິຈີຕອນຢູ່ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top