• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວປະ​ມົງ ວ້ານ​ເຕື່ອງ (ກວາງ​ງາຍ) ອອກ​ຝັ່ງ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ເພື່ອ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

ວັນທີ 26 ກຸມພາ, ຄະນະກຳມະການປະຊາຊົນຕາແສງ ວ້ານເຕື່ອງ, ແຂວງ ກວາງງາຍ ໄດ້ຈັດພິທີເລີ່ມເຄື່ອນໄຫວການໄປຈັບຫາປາຍາມຕົ້ນປີ ແລະ ປຸກລະດົມການປະຕິບັດໂຄງການເປົ້າໝາຍແຫ່ງຊາດສ້າງຊົນນະບົດໃໝ່ປີ 2026, ດ້ວຍສານທີ່ວ່າ “ອອກຝັ່ງຢ່າງປອດໄພ, ຂຸດຄົ້ນຢ່າງມີປະສິດທິຜົນ, ເພື່ອອາຊີບຫາປາແບບຍືນຍົງ”.
   ຊາວປະມົງຕາແສງ ວ້ານເຕື່ອງ ອອກຝັ່ງຈັບຫາປາ (ພາບ: VOV)  

ໃນພິທີເລີ່ມເຄື່ອນໄຫວຈັບຫາປາຍາມຕົ້ນປີ, ຊາວ ປະມົງ ຕາແສງ ວ້ານເຕື່ອງ ໄດ້ສະແດງຄວາມຕັດສິນໃຈຕິດພັນກັບທະເລ, ຈັບຫາປາຢ່າງປອດໄພ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ໂດຍໄວ. ລຸງ ຝູ່ຈູງບິ່ງ ຊາວປະມົງຢູ່ບ້ານ ຝູທ້ຽນ 1, ຕາແສງ ວ້ານເຕື່ອງ, ໃຫ້ຮູ້ວ່າ:

        “ເຮືອຫາປາຂອງຂ້າພະເຈົ້າອອກໄປຈັບຫາປາໄກຈາກຝັ່ງແຕ່ 30  40 ໄມທະເລ, ຈັບຫາປາທູນ່າ. ເມື່ອອອກຈາກທ່າ, ພວກຂ້າພະເຈົ້າຕ້ອງແຈ້ງໜັງສືທີ່ກ່ຽວຂ້ອງກັບທະຫານປ້ອງກັນຊາຍແດນຢ່າງຄົບຖ້ວນ. ໄປຮອດໃສກໍຕ້ອງລາຍງາຍຮອດນັ້ນ. ປີໃໝ່, ຫວັງວ່າອາກາດຈະອຳນວຍຄວາມສະດວກເພື່ອໃຫ້ການທຳມາຫາກິນມີແຕ່ຄວາມໂຊກດີ.”

        ປັດຈຸບັນ, ຕາແສງ ວ້ານເຕື່ອງ ມີເຮືອຫາປາເກືອບ 900 ລຳ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານປະມານ 3.000 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ການ​ໃຫຍ່ ໂຕ​ເລິມ: ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ​ສູງ​ສຸດ​ ນັ້ນ​ແມ່ນ​ການ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ທົ່ວ​ປວງ​ຊົນ

ທ່ານເລ​ຂາ​ການ​ໃຫຍ່ ໂຕ​ເລິມ: ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ​ສູງ​ສຸດ​ ນັ້ນ​ແມ່ນ​ການ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ທົ່ວ​ປວງ​ຊົນ

ຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານການແພດໂຮງໝໍມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 71 ປີ (27/02/1955 – 27/02/2026).

Top