• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄົ້ນພົບການເຮັດອາຫານຢູ່ ຮ່າໂນ້ຍ

ໃນ​ກາງ​ເດືອນ ​ກັນຍາ 2022, ​ເມື່ອ ​ຮ່າ​ໂນ້ຍ ກ້າວ​ເຂົ້າສູ່​ລະດູ​ໃບ​ໄມ້ຫຼົ່ນ ​ທີ່​ເຢັນ​ສະບາຍ, ພວກ​ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ໄປ​ຄົ້ນຫາອາຫານການກິນຢູ່ ​ຮ່າໂນ້ຍ, ​ເຊິ່ງ​ ເຝີ, ກາເຟ, ເຂົ້າຈີ່ ແມ່ນ​ເຍື່ອງ​ອາຫານ​ທີ່​ຂາດບໍ່​ໄດ້​ຈາກ​ລາຍການ​ອາຫານຂອງ ຮ່າໂນ້ຍ.

ເຝີ ຖື​ວ່າ ​ແມ່ນ “ອາຫານ​ປະຈຳ​ຊາດ” ຂອງ​ຊາວ ​ຫວຽດນາມ, ພິ​ເສດ​ແມ່ນ​ຢູ່ ​ຮ່າ​ໂນ້ຍ. ​​​ທົ່ວ​ທຸກແຫ່ງຢູ່ນະຄອນຫຼວງ​ ຮ່າ​ໂນ້ຍ, ຈາກ​ຖະໜົນ​ນ້ອຍ​ ຫາ​ຖະໜົນ​ໃຫຍ່, ທ່ານ ​ສາມາດ​ເຫັນ​ຊາວ ​ຮ່າ​ໂນ້ຍ ​ເລືອກ​ກິນ​ອາ​ຫານ​ເຊົ້າ​ ຢູ່​ບັນດາ​ຮ້ານ ​ເຝີ ມູນເຊື້ອ ຕືລຸ່ນ ຫຼື ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ ມັກມາຮ້ານ​ອາຫານ​ ທີ່​ມີ​ຊື່​ສຽງ​ ເພື່ອ​ຮັບ​ປະທານ​ອາຫານ​ຢ່າງ​ມ່ວນ​ຊື່ນ​ເຊັ່ນ: ເຝີ ຫຼີກວັກຊື, ເຝີ ບາດດ່ານ, ເຝີ ຖິ່ນ...

ບາງທີບໍ່ມີໃຜຮູ້ວ່າ ເຝີ ຮ່າໂນ້ຍ ມີແຕ່ເມື່ອໃດ, ແຕ່ແນ່ນອນ ທຸກຄົນໃຜກໍ່ຮູ້ວ່າ ເຝີແຊບຖ້ວຍໜຶ່ງ ແມ່ນຂຶ້ນກັບປະສົບການ ແລະ ຄວາມລັບທີ່ເປັນມູນເຊື້ອຂອງພໍ່ຄົວ, ໃນນັ້ນສິ່ງທີ່ສຳຄັນແມ່ນ ນໍ້າເຝີ. ນ້ຳ ທີ່ນຳໃຊ້ເພື່ອປຸງແຕ່ງ ເຝີ ​ແມ່ນ​ມັກ​ຕົ້ມ​ຈາກ​ກະດູກ​​ງົວ ​ພ້ອມ​ດ້ວຍ​ເຄື່ອງ​ເທດ​ຫຼາຍ​ຊະນິດ​ເຊັ່ນ: ແຄ່, ຕົ້ນ​ອານິດ, ແກ່ນ​ຜັກຫອມປ້ອມ... ຕົ້ມດ້ວຍ​ໄຟ​ອ່ອນໆ. ເຝີ ຖ້ວຍໜຶ່ງປະ ກອບດ້ວຍເສັ້ນ ເຝີ ໄດ້ຕັດເປັນເສັ້ນນ້ອຍ ແລ້ວປະກອບໄປດ້ວຍຊີ້ນງົວ ເຊັ່ນ: ເຄິ່ງສຸກເຄິ່ງດິບ, ສຸກ ຫຼື ຊີ້ນໄກ່ ສີກເປັນ ເສັ້ນໆ ແລ້ວໃສ່ນໍ້າເຝີ ທີ່ຮ້ອນໆ ຈະມີລົດຊາດໂດຍສະເພາະຂອງ ຮ່າໂນ້ຍ, ບໍ່ມີບ່ອນອື່ນຄື ຫຼື ສາມາດພົບເຫັນໄດ້ທ່ີອື່ນ.

ຮ້ານ​ ເຝີ ແຕ່​ລະ​ຮ້ານ​ຢູ່​ ຮ່າ​ໂນ້ຍ ​ມີ​ຄວາມ​ລັບ​ສະເພາະ ເປັນຂອງ​ຕົນ​ເອງ ເພື່ອ​ສ້າງ​ລົດ​ຊາດຫອມແຊບ​ທີ່​ແຕກ​ຕ່າງ​ກັນ​. ພາບ: ແຄ໋ງລອງ/VNP
ຕັ້ງ​ແຕ່​ປີ 1979 ຮອດ​ປັດ​ຈຸ​ບັນ​ເປັນ​ເວ​ລາ 40 ກວ່າ​ປີ, ຮ້ານ​ອາ​ຫານ ເຝີຖິ່ນ ຕັ້ງ​ຢູ່​ຖະ​ໜົນ ລໍ່ດູກ (ຮ່າ​ໂນ້ຍ) ຍັງ​ຄົງ​ຕ້ອນ ​ຮັບ​ແຂກ​ມາກິນ ເຝີ ​ນັບ​ພັນ​ຄົນ​ໃນ​ແຕ່​ລະ​ມື້. ພາບ: ແຄ໋ງລອງ/VNP
ເຝີ ຮ່າໂນ້ຍ ຖ້ວຍໜຶ່ງ​ທີ່​ແຊບ ​ຕ້ອງ​ຮັບ​ປະ​ກັນ​ອົງ​ປະ​ກອບ​ຂອງ​ນ​້​ໍ​າ​ ເຝີ​, ເສັ້ນ ເຝີ​ ແລະ ​ຊີ້ນ​ງົວ, ໄກ່ ຕ້ອງ​ສົດ. ພາບ: ແຄ໋ງລອງ/VNP
ຊີ້ນ ເພື່ອກິນ​ກັບ ເຝີ ມີ​ຫຼາຍຊະນິດ​, ແຂກມາກິນເຝີ ​ສາ​ມາດ ​ເລືອກ​ເອົາ​ຕາມ​ຄວາມ​ມັກ​ ຂອງຕົນ​​. ພາບ: ແຄ໋ງລອງ/VNP

ຫຼັງຈາກກິນ ເຝີ ທີ່ສົດໆ ຮ້ອນໆ, ເໝາະກັບອາກາດລະດູໃບໄມ້ຫຼົ່ນທີ່ເຢັນສະບາຍ, ພວກຂ້າພະເຈົ້າເລືອກໄປດື່ມກາເຟ. ວັດ ທະນະທຳ ​ແລະ ນິໄສ​ການ​ດື່ມ ​ກາ​ເຟ ຢູ່ ຮ່າ​ໂນ້ຍ ​ແມ່ນ​ມັກ​ໄປ​ກັບ​ໝູ່​ເພື່ອນ. ສະ​ນັ້ນ ເມື່ອ​ແລ່ນ​ຜ່ານ​ຮ້ານ​ ກາ​ເຟ ​ທີ່​ມີ​ຊື່​ສຽງ​ຢູ່​ ຮ່າ​ໂນ້ຍ ຈຳນວນໜຶ່ງ​ເຊັ່ນ: ກາ​ເຟ ຢາງ, ກາ​ເຟ ເລີມ, ກາ​ເຟ ເຖາະ, ກາ​ເຟ ອຽນ, ກາ​ເຟ ດິງ... ຈະ​ພົບເຫັນ​ຜູ້​ຄົນນັ່ງຕາມກຸ່ມ, ​ທັງ​ລົມ​ກັນ ​ທັງຈິບ ກາ​ເຟ ໄປນໍາ.

ພວກຂ້າພະເຈົ້າເລືອກຮ້ານ ກາເຟ ດິງ ທີ່ຕັ້ງຢູ່ຊັ້ນ 2 ຂອງເຮືອນ ຝຣັ່ງ ເກົ່າຫຼັງໜຶ່ງ. ບາງທີນອກຈາກຈອກ ກາເຟ ທີ່ມີລົດຊາດ ຫອມແຊບແລ້ວ, ສະຖາປັດຕະຍະກໍາ ຝຣັ່ງ ທີ່ເກົ່າແກ່ ຍັງເປັນເຫດຜົນທີ່ເຮັດໃຫ້ຮ້ານ ກາເຟ ດິງ ເຖິງວ່ານ້ອຍ, ແຕ່ກໍ່ຍັງເປັນຮ້ານທີ່ຫຼາຍຄົນຢາກຊອກຫາ.

ກາ​ເຟ ​ຮ່າ​ໂນ້ຍ ຈະບໍ່ເຂັ້ມຂຸ້ນ ​ແລະ ອຸດົມ​ດ້ວຍ​ຫຼາຍ​ທາງເລືອກ​ເຊັ່ນ: ກາ​ເຟ​ດຳຮ້ອນ, ກາ​ເຟດຳ​​ເຢັນ, ກາເຟ ນົມ​​ຮ້ອນ, ກາເຟນົມເຢັນ​... ພິ​ເສດ​ແມ່ນ​ກາ​ເຟ​ໄຂ່​ ໄດ້​ຖື​ວ່າ​ ແມ່ນ​ຈຸດ​ພິ​ເສດ​ຂອງນະຄອນຫຼວງ ຮ່າ​ໂນ້ຍ. ເປັນເຄື່ອງດື່ມທີ່ແຊບ ແລະ ແປກໃໝ່ ທີ່ໃຜໆ ກໍ່ຢາກລອງຄັ້ງໜຶ່ງ ຖ້າມີໂອກາດໄດ້ມາຕັ້ງໂຕະຢູ່ທີ່ນີ້. ເພາະມັນບໍ່ພຽງແຕ່ມີລົດຊາດ ຂອງໄຂ່ແດງເທົ່ານັ້ນ, ແຕ່ຍັງມີລົດຊາດ ທີ່ເຂັ້ມຂຸ້ນ ຂອງ ກາເຟ ແລະ ຮູບນອກທີ່ງາມອີກດ້ວຍ.

ກາເຟ ດິງ ທີ່ຕັ້ງຢູ່ຊັ້ນ 2 ຂອງເຮືອນ ຝຣັ່ງ ເກົ່າຫຼັງໜຶ່ງ. ພາບ: ແຄ໋ງລອງ/VNP
ບັນດາຈອກ ກາເຟໄຂ່ ທີ່ມີຊື່ສຽງຂອງ ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP
ກາເຟ ອຽນ ເປັນຮ້ານທີ່ມີເຄື່ອງໝາຍພິເສດຫຼາຍຢ່າງ ເພື່ອເຕືອນລູກຄ້າໃຫ້ຫຼີກລ່ຽງ ສຽງດັງ, ຮັກສາພື້ນທີ່ງຽບ ທີ່ໄດ້ຮັບຄວາມຢາກຮູ້ ຢາກເຫັນຂອງນັກທ່ອງທ່ຽວ ຈໍານວນຫຼາຍ.. ພາບ: ແຄ໋ງລອງ/VNP
ກາເຟ ແມ່ນທາງເລືອກທີ່ຂາດບໍ່ໄດ້ຂອງຊາວ ຫວຽດນາມ ສ່ວນຫຼາຍ. ພາບ: ແຄ໋ງລອງ/VNP

ນາງ ມາ​ລານ, ນັກ​ທ່ອງ​ທ່ຽວ​ຊາວ ​ອິນ​ເດຍ ​ກ່າວ​ວ່າ: “​ເມື່ອ​ມາ​ຢ້ຽມຢາມ ​ຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ວັດທະນະທຳ ​ກາ​ເຟ ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ ​ສຸດທີ່​ພິ​ເສດ. ປະຊາຊົນ ສາມາດນັ່ງດື່ມຢູ່ຂ້າງທາງ, ໃນຮ່ອມບ້ານທີ່ນ້ອຍໆ ຫຼື ໃນຮ້ານ ແລະ ​ເມື່ອ​ໄປ​ຮ້ານ ກາເຟ ດິງ ເພື່ອ​ດື່ມ ​ກາ​ເຟ​ ທີ່​ມີ​ລົດ​ຊາດ​ເຂັ້ມ​ຂຸ້ນ ໃນ​ບັນ​ຍາ​ກາດ​ຂອງ​ຄຸ້ມເມືອງ​ເກົ່າ, ຂ້າ​ພະ​ເຈົ້າຮູ້ສຶກ​ປະ​ທັບ​ໃຈ​ແທ້ໆ”.

ຫຼັງຈາກສົນທະນາກັບກຸ່ມນັກທ່ອງທ່ຽວ ມາຈາກ ອິນເດຍ ແລ້ວກໍ່ເຖິງເວລາເກືອບທ່ຽງ, ດັ່ງນັ້ນພວກຂ້າພະເຈົ້າຕັດສິນໃຈເລືອກກິນເຂົ້າຈີ່ ເປັນອາຫານທ່ຽງ. ຜ່ານທາງ ອິນເຕີເນັດ, ຂ້າພະເຈົ້າໄດ້ເຫັນການທົບທວນຄືນທີ່ດີຈາກຜູ້ທີ່ເຄີຍໄປກິນຢູ່ຮ້ານ ເຂົ້າຈີ່ 25. ຈາກຄວາມຢາກຮູ້ຢາກເຫັນກ່ຽວກັບເຂົ້າຈີ່ຂອງຮ້ານ, ຂ້າ ພະເຈົ້າຈຶ່ງຕັດສິນໃຈທີ່ຈະມາລອງຊື້. ແທ້ຈິງແລ້ວ, ຂ້າພະເຈົ້າກໍ່ແປກໃຈຫຼາຍ ເມື່ອນັ່ງຢູ່ຮ້ານປະມານ 2 ຊົ່ວໂມງ, ຈະເຫັນລູກຄ້າສ່ວນໃຫຍ່ທີ່ມາຕໍ່ແຖວຊື້ ລ້ວນແຕ່ແມ່ນຄົນຕ່າງປະເທດ.

ທ່ານ ດົ່ງ​ລິງ​ເຟືອງ, ​ເຈົ້າ​ຂອງ​ຮ້ານ​ເຂົ້າ​ຈີ່ 25 ​ໃຫ້​ຮູ້​ວ່າ ຕາມ​ປົກ ກະຕິ​ແລ້ວ, ຢູ່​ ຮ່າ​ໂນ້ຍ, ຜູ້ຄົນ​ມັກ​ກິນເຂົ້າຈີ່ ທີ່ປະກອບດ້ວຍຂອງກິນມູນເຊື້ອ​ຄື: ປາເຕ, ໄສ້ກອກ ​ແລະ ຊີ້ນ. ແຕ່ເຂົ້າຈີ່ 25 ແມ່ນແຕກຕ່າງ, ປະກອບດ້ວຍໃສ້ຫຼາຍຊະນິດທີ່ແຕກຕ່າງກັນ, ຕອບສະໜອງຄວາມ ຕ້ອງການກິນອາຫານທີ່ແຕກຕ່າງກັນ ຂອງ ຜູ້ຄົນຈໍານວນຫຼາຍ.

 

ຮ້ານ ເຂົ້າຈີ່ ຢູ່ຖະໜົນ ຮ່າງກາ. ພາບ: ແຄ໋ງລອງ/VNP

ມີອາຫານຫຼາຍຊະນິດເພື່ອໃຫ້ຜູ້ກິນເຂົ້າເລືອກ ຕາມໃຈມັກຂອງຕົນເອງ. ພາບ: ແຄ໋ງລອງ/VNP
ເຂົ້າຈີ່ ຍັງມີຫຼາກຫຼາຍວິທີການປຸງແຕ່ງ, ເຂົ້າຈີ່ ສໍາເລັດຮູບສໍາລັບຜູ້ທີ່ຊື້ກັບບ້ານ, ຜູ້ທີ່ຢາກກິນຢູ່ກັບທີ່ ກໍ່ສາມາດເລືອກກິນເຂົ້າຈີ່ ຫຼາຍປະເພດທີ່ຮ້ອນໆ ຫຼື ເຂົ້າຈີ່ ກິນກັບແກງຊີ້ນງົວ. ພາບ: ແຄ໋ງລອງ/VNP

ຢູ່ ​ຮ່າ​ໂນ້ຍ, ພຽງ​ແຕ່ໃຊ້ເງິນ 25.000-35.000 ດົ່ງ​ ແມ່ນສາ ມາດ​ ຊື້​ເຂົ້າ​ຈີ່ ມີໃສ້ ທ່ີແຕກຕ່າງກັນ ດ້ວຍສ່ວນປະສົມ​ທີ່​​ແຊບເຊັ່ນ: ​ເຂົ້າ​ຈີ່ປະສົມ, ​ເຂົ້າຈີ່ ປາເຕ, ໄຂ່, ໄກ່... ​ມີທັງເຂົ້າຈີ່  ເພື່ອຮັບໃຊ້​ໃຫ້​ແກ່​ຜູ້​ກິນເຈ ອີກດ້ວຍ. ນອກຈາກ​ນັ້ນ, ນັກ​ທ່ອງ​ທ່ຽວ​ສາມາດ​ນັ່ງ​ກິນ​ເຂົ້າຈີ່ ​ແລະ ຊົມ​ວິຖີ​ຊີວິດ ​ແລະ ຖະໜົນ​ຫົນທາງ​ໃນ​ຄຸ້ມ​ຖະໜົນ​ເກົ່າ ​ຮ່າ​ໂນ້ຍ.

ໃນ​ຕອນ​ທ້າຍ​ຂອງ​ລາຍການ​ທ່ອງ​ທ່ຽວຊີມ​ອາຫານ​ ຮ່າ​ໂນ້ຍ, ​ເຖິງ​ວ່າ ​ກິນ ແຕ່ເຝີິ, ກາ​ເຟ ແລະ ເຂົ້າ​ຈີ່ ກໍ່ຕາມ, ​ແຕ່ພວກຂ້າພະ ເຈົ້າ​ ໄດ້ເຂົ້າ​ໃຈສ່ວນໃດສ່ວນໜຶ່ງ ຄຸນຄ່າ​ວັດທະນະທຳ​ ການ​ປຸງ​ແຕ່ງ​ ອາຫານຂອງ​ຊາວ​ ຮ່າ​ໂນ້ຍ ໂດຍສະເພາະ ​ແລະ ຫວຽດ ນາມ ​ເວົ້າລວມ, ໄດ້ສ້າງຄວາມປະທັບໃຈ​ດ້ວຍ​ວິທີ​ປຸງ​ແຕ່ງ​ທີ່ທັນ​ສະ​ໄໝ, ການຈັດວາງ​ຢ່າງ​​ງາມຕາ ​ແລະ ມີ​ລົດ​ຊາດ​ທີ່​ເປັນ​ເອກະ ລັກ​ສະ​ເພາະຄືແນວໃດ ໃນສາຍຕາຂອງເພື່ອນ​ມິດສາ​ກົນ​ເມື່ອມາທ່ຽວຢູ່ທີ່ນີ້.

ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top