• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ຊັກຖາມ ລັດຖະມົນຕີສອງທ່ານ

ບັນດາຮອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງກໍ່ເຂົ້າຮ່ວມການຕອບຄຳຊັກຖາມ, ອະທິບາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.
ວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ ໄຂຂຶ້ນໃນຕອນເຊົ້າວັນທີ 18 ມີນາ

ວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 31, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານ ໂຮ່ດຶກເຟີກ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ. ບັນດາຮອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງກໍ່ເຂົ້າຮ່ວມການຕອບຄຳຊັກຖາມ, ອະທິບາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຊີ້ແຈ້ງ:

“ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຜ່ານມາ, ສະພາແຫ່ງຊາດ ໄດ້ດຳເນີນການຊັກຖາມລັດຖະມົນຕີ, ຫົວໜ້າຂະແໜງ 21 ທ່ານກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ 21 ຂົງເຂດທີ່ໄດ້ຊີ້ແຈ້ງໃນບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບການຊັກຖາມ ແລະ ຕິດຕາມຫົວເລື່ອງສະເພາະ; ຕາມນັ້ນແລ້ວ, ບັນດາໝວດບັນຫາຊັກຖາມກວມເກືອບທັງໝົດບັນດາຂົງເຂດຂອງດ້ານເສດຖະກິດ - ສັງຄົມ. ດັ່ງນັ້ນ, ເລື່ອງເລືອກເອົາໝວດບັນຫາທີ່ຊັກຖາມໃນວາລະກອງປະຊຸມຄັ້ງນີ້ແມ່ນໄດ້ຮັບການຄິດໄລ່ຊັ່ງຊາລະອຽດ. ບົນພື້ນຖານສັງລວມຈາກບັນດາແຫຼ່ງຂໍ້ມູນ, ການສະເໜີຂອງບັນດາຄະນະສະມາຊິກສະພາແຫ່ງຊາດ, ການກວດຄືນຂອບເຂດທີ່ໄດ້ຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ບັນດາກອງປະຊຸມແຕ່ຕົ້ນອາຍຸການ, ໂດຍເລີ່ມມາຈາກສະພາບການຕົວຈິງ, ພ້ອມທັງເພື່ອສ້າງເງື່ອນໄຂໃຫ້ແກ່ລັດຖະມົນຕີ, ຫົວໜ້າຂະແໜງການທຸກທ່ານໄດ້ຕອບຄຳຊັກຖາມນັ້ນ, ຄະນະປະຈຳສະພາແຫ່ງຊາດຕັດສິນໃຈເລືອກເຟັ້ນການຊັກຖາມສຳລັບບັນດາໝວດບັນຫາຂຶ້ນກັບຄວາມຮັບຜິດຊອບຄຸ້ມຄອງລັດຂອງກະຊວງການເງິນ ແລະ ກະຊວງການຕ່າງປະເທດທີ່ກອງປະຊຸມຄັ້ງນີ້”.

ສຳລັບການຊັກຖາມທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟີກ ໄດ້ສຸມໃສ່ວຽກງານການຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວດຳເນີນທຸລະກິດປະເພດປະກັນໄພ; ການສະໜອງໃບອະນຸຍາດການເຄື່ອນໄຫວຂອງບັນດາບໍລິສັດເຮັດການບໍລິການທີ່ກ່ຽວຂ້ອງເຖິງການເງິນ; ການຄຸ້ມຄອງລາຄາ ແລະ ເລື່ອງກຳນົດລາຄາສິນຄ້າ, ບໍລິການຂຶ້ນກັບຕາຕະລາງສິນຄ້າ, ການບໍລິການໂດຍລັດກຳນົດລາຄາ… ສຳລັບໝວດບັນຫາຂຶ້ນກັບຂົງເຂດການທູດ, ເນື້ອໃນການຊັກຖາມ ແລະ ຕອບຄຳຊັກຖາມໄດ້ສຸມໃສ່ວຽກງານປົກປ້ອງພົນລະເມືອງ ຫວຽດນາມ ຢູ່ ຕ່າງປະເທດ; ວຽກງານໜູນຊ່ວຍການເປີດກ້ວາງຕະຫຼາດສິນຄ້າສົ່ງອອກ; ການເຄື່ອນໄຫວສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ ຫວຽດນາມ ກັບໂລກ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.

Top