ຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 150 ກິໂລແມັດ ໄປທາງທິດຕາເວັນອອກສ່ຽງເໜືອ, ຫາດຊາຍ ກາມບິ່ງ ຂຶ້ນກັບຕາແສງ ເຕິນເຟື້ອກ, ເສດສະບານ ລາກີ (ບິ່ງຖ້ວນ) ທຳມະຊາດໄດ້ດົນບັນດານຫາດຊາຍຂາວທີ່ສວຍສົດງົດງາມ, ນຳ້ທະເລທີ່ຂຽວໃສ ແລະ ມີສະເຫນ່ຈົນເຮັດໃຫ້ຫລົງໄຫລນຳ.
ຫາດຊາຍ ກາມບິ່ງ ໃນຍາມອະລຸນວັນໃໝ່, ນັກທ່ອງທ່ຽວສາມາດອອກຫຼິ້ນຢູ່ຫາດຊາຍ, ໄດ້ຊົມແບບແຜນການ ດຳລົງຊີວິດຂອງຊາວປະມົງຢູ່ທີ່ບ້ານ ເຕິນເຟື້ອກ ກັບເຮືອຫາປາຫຼາຍໆລຳທີ່ກັບເຂົ້າຝັ່ງ ພາຍຫຼັງຂ້າມຄືນທີ່ອອກໄປ ຫາປາຢູ່ກາງທະເລ.
ທີ່ຫາດຊາຍ ກາມບິ່ງ, ນັກທ່ອງທ່ຽວສາມາດຊື້ກະປູໄຂ່, ປາ, ປາມຶກ, ກຸ້ງ ຈາກຕະຫຼາດຂາຍຂາຍເຄື່ອງທະເລ ແລະ ຊື່ນຊົມບັນຍາກາດທີ່ສົດໃສ, ສະຫງົບຫງຽບຂອງທິວທັດ ທຳມະຊາດຢູ່ທີ່ນີ້. ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈເມື່ອເຫັນງົວໂຕໃຫ່ຍກຳລັງຊ່ວຍຊາວປະມົງແກ່ເຮືອ, ກະທຸ້ງເຂົ້າຝັ່ງ ແລະ ສາມາດທ່ຽວຊົມທິວທັດທຳມະຊາດຢູ່ທີ່ນີ້ດ້ວຍກວຽນງົວ. |
ມາຍັງຫາດຊາຍ ກາມບິ່ງ ນັກທ່ອງທ່ຽວຍັງຈະໄດ້ນອນຂ້າມຄືນໃນຕູບທີ່ຕິດຕັ້ງຢູ່ແຄມທະເລ ແລະສາມາດຊົມດວງດາວຢູ່ເທິງທ້ອງຟ້າເປັນລ້ານໆດວງ, ໄດ້ຍິນສຽງທາດໆເບົາໆ ຈາກຄື້ນທະເລຈະເຮັດໃຫ້ຄຳ່ຄືນນອນທີ່ຫຼັບຈັບໃຈ.
ບົດ ແລະ ພາບ: ດັ້ງກິມເຟືອງ