• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ໝູ່ບ້ານ ຜະລິດ ທຸງຊາດ

ປະຊາຊົນຫວຽດນາມ ໄດ້ລື້ງເຄີຍ ກັບ ການປະດັບ ທຸງຊາດ ໃນໂອກາດມີງານບຸນ, ແຕ່ບໍ່ຄ່ອຍມີໃຜ ຮູ້ຈັກ ເຖິງບ່ອນຜະ ລິດ ບັນດາຜືນທຸງແດງດາວຄຳນີ້. ຕັ້ງຢູ່ຫ່າງຈາກໃຈກາງ ນະ ຄອນຫຼວງ ຮ່າໂນ້ຍ ປະມານ 30 ກິໂລແມັດ, ໝູ່ບ້ານ ຕື່ເວີນ, ຕາແສງ ເລເລີ້ຍ, ເມືອງ ເຖື່ອງ ຕີ໋ນ, ຮ່າໂນ້ຍ ເປັນບ່ອນມີອາ ຊີບມູນເຊື້ອ ຜະລິດ ບັນດາຜືນທຸງຊາດ ຕະຫຼອດ ຊ່ວງເວລາ ກວ່າ 70 ປີມາແລ້ວ. 
ບັນດາຜູ້ອາວຸໂສໃນໝູ່ບ້ານ ຕື່ເວີນ ໃຫ້ຮູ້ວ່າ ແຕ່ກ່ອນ, ໝູ່ ບ້ານ ຕື່ເວີນໄດ້ມີຊື່ສຽງ ກ່ຽວກັບ ບັນດາຜະລິດຕະພັນ ວ່າ ດ້ວຍ ປັກແສ່ວ ແລະ ຕໍ່າຫູກ ມູນເຊື້ອ. ໃນເດືອນ ສິງຫາ ປີ 1945, ບັນດານາຍຊ່າງ ຜູ້ມີສີມືດີ ຂອງໝູ່ບ້ານ ໄດ້ຄະນະ ກຳມະການ ຕໍ່ຕ້ານ ກູ້ຊາດ ຮຽກຮ້ອງ ປັກແສ່ວທຸງຊາດ ເພື່ອ ກະກຽມໃຫ້ແກ່ການ ລຸກຮືຂຶ້ນ ຂອງ ການປະຕິວັດ ເດືອນ ສິງ ຫາ. ໃນຄື້ນມະຫາຊົນ ທີ່ປິຕິຍິນດີ ພາຍໃຕ້ປ່າທຸງຊາດ ທີ່ປິວ ສະບັດ ຢູ່ທ້ອງສະໜາມຫຼວງ ບາດິ່ງ ໃນວັນທີ 2 ກັນຍາ ປີ 1945 ໄດ້ມີບັນດາຜືນທຸງແດງດາວຄຳ ທີ່ຖືກຜະລິດຈາກ ສີມື ອັນ ຄ່ອງແຄ່ວ ຂອງບັນດານາຍຊ່າງ ໝູ່ບ້ານ ຕື່ເວີນ. ນັບແຕ່ ນັ້ນມາຮອດປະຈຸບັນ, ປະຊາຊົນໝູ່ບ້ານ ຕື່ເວີນ ຍາມໃດກໍມີ ຄວາມເອກອ້າງທະນົງໃຈ ກ່ຽວກັບ ອາຊີບ ຫຍິບທຸງຊາດ ແລະ ບັນດາຮຸ່ນຄົນຕໍ່ໆ ມາ ຂອງ ໝູ່ບ້ານ ໄດ້ສືບທອດ ອາ ຊີບ ຫຍິບ ແລະ ປັກແສ່ວ ທຸງຊາດ ຂອງ ໝູ່ບ້ານ.


ຄອບຄົວນາງ ດ່າວທິຢວຽນ ເປັນໜຶ່ງໃນຫຼາຍຄອບຄົວ ຜະ ລິດ ທຸງຊາດ ທີ່ໃຫຍ່ກວ່າໝູ່ ໃນໝູ່ບ້ານ ຕື່ເວີນ. ພາບ: ຫວຽດເກື່ອງ


T
ໃນສະໄໝເຕັກໂນໂລຊີ, ປະຊາຊົນໝູ່ບ້ານ ຕື່ເວີນ ໄດ້ລົງທຶນ ເຄື່ອງຈັກ ຮັບໃຊ້ໃຫ້ແກ່ການຜະລິດທຸງ ເພື່ອຫຼຸດຜ່ອນເວລາ ຜະລິດ
ກໍຄືເຮັດໃຫ້ ຜົນຜະລິດ ເພີ່ມຂຶ້ນ. ພາບ: ແຄ໋ງລອງ



ທຸງຊາດ ຂອງ ໝູ່ບ້ານ ຕື່ເວີນ ຜະລິດ ມີ ຄວາມງາມທີ່ ຈັບຕາ ຈັບໃຈ. ພາບ: ຫວຽດເກື່ອງ


ໃນໂອກາດມີງານບຸນ ຫຼື ເຊຍບານເຕະ, ຊາວບ້ານ ຕື່ເວີນ ພັດຫຍຸ້ງກັບການຜະລິດທຸງ, ປ້າຍຄຳຂວັນ ທຸກຂະໜາດ ເພື່ອຮັບໃຊ້ໃຫ້ແກ່
ຄວາມຮຽກຮ້ອງ ຕ້ອງການ ຂອງປະຊາ ຊົນ ເປັນຈຳນວນຫຼວງຫຼາຍ. ພາບ: ແຄ໋ງລອງ



ນອກຈາກການຜະລິດທຸງ, ຊາວບ້ານ ຕື່ເວີນ ຍັງຜະລິດ ປ້າຍ ຄຳຂວັນເຊຍບານເຕະ, ທຸງແຂ່ງຂັນ, ທຸງລາງວັນ...
ເພື່ອຮັບ ໃຊ້ເຫດການຕ່າງໆ. ພາບ: ແຄ໋ງລອງ



ຊາວໜູ່ມໝູ່ບ້ານ ຕື່ເວີນ ກຳລັງສືບຕໍ່ອາຊີບມູນເຊື້ອ ຂອງ ໝູ່ບ້ານ. ພາບ: ຫວຽດເກື່ອງ


ປະຊາຊົນຢູ່ຄຸ້ມຖະໜົນ ໂດ້ຍເກີ໋ນ ແຂວນທຸງຊາດ ໃນມື້ວັນ ຊາດ ວັນທີ 2 ກັນຍາ. ພາບ: ຟ້າມຖັ໋ງ


ທຸງຊາດ ຂອງ ໝູ່ບ້ານ ຕື່ເວີນ ໄດ້ປະກົດຕົວໃນ ຊຸມ ມື້ຈັດ ງານບຸນ ຢູ່ຮ່າໂນ້ຍ. ພາບ: ຟ້າມຖັ໋ງ
 
ເຖິງວ່າ ຜ່ານການຜັນແປຫຼາຍຢ່າງ ຂອງປະຫວັດສາດ ແຕ່ ປະຊາຊົນ ໝູ່ບ້ານ ຕື່ເວີນ, ເມືອງ ເຖື່ອງຕີ໋ນ ຍັງຄົງຮັກສາ ໄວ້ ອາຊີບຫຍິບທຸງຊາດ ນີ້. ຄຽງຂ້າງຄຸນຄ່າ ດ້ານເສດຖະກິດ, ອາຊີບຕັດຫຍິບ ແລະ ປັກແສ່ວ ທຸງຊາດ ຂອງໝູ່ບ້ານ ຕື່ເວີນ ຍັງຄົງ ເປັນຈຸດຄວາມງາມ ມູນເຊື້ອ, ເປັນສິ່ງທີ່ສັກສິດ ຊຶ່ງບໍ່ ຄ່ອຍມີບ່ອນໃດ ທຽບເທົ່າ. 

ບົດ ແລະ ພາບ: ຫວຽດເກື່ອງ-ແຄ໋ງລອງ-ຟ້າມຖັ໋ງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top