ຄວາມສວຍສົດງົດງາມແບບດັ່ງເດີມຂອງຫາດຊາຍ ກາມບິ່ງ

ຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 150 ກິໂລແມັດ ໄປທາງທິດຕາເວັນອອກສ່ຽງເໜືອ, ຫາດຊາຍ ກາມບິ່ງ ຂຶ້ນກັບຕາແສງ ເຕິນເຟື້ອກ, ເສດສະບານ ລາກີ (ບິ່ງຖ້ວນ) ທຳມະຊາດໄດ້ດົນບັນດານຫາດຊາຍຂາວທີ່ສວຍສົດງົດງາມ, ນຳ້ທະເລທີ່ຂຽວໃສ ແລະ ມີສະເຫນ່ຈົນເຮັດໃຫ້ຫລົງໄຫລນຳ. 
ຫາດຊາຍ ກາມບິ່ງ ໃນຍາມອະລຸນວັນໃໝ່, ນັກທ່ອງທ່ຽວສາມາດອອກຫຼິ້ນຢູ່ຫາດຊາຍ, ໄດ້ຊົມແບບແຜນການ ດຳລົງຊີວິດຂອງຊາວປະມົງຢູ່ທີ່ບ້ານ ເຕິນເຟື້ອກ ກັບເຮືອຫາປາຫຼາຍໆລຳທີ່ກັບ​ເຂົ້າຝັ່ງ ພາຍຫຼັງຂ້າມຄືນທີ່ອອກໄປ ຫາປາຢູ່ກາງທະເລ.

ຫາດຊາຍ ກາມບິ່ງ ໃນຍາມອະລຸນຂຶ້ນ.


າວປະມົງຢູ່ທີ່ບ້ານ ເຕິນເຟື້ອກ ແກ້ມອງພາຍຫຼັງຂ້າມຄືນອອກຫາປາຢູ່ກາງທະເລ. 


ແມ່ຍິງ ກາມບິ່ງ ກັບ​ເຄື່ອງຜະລິດຕະພັນທີ່ປຸງແຕ່ງຈາກ​ທະ​ເລ. 


ມາ​ເຖິງຫາດຊາຍ ກາມບິ່ງ, ນັກທ່ອງທ່ຽວສາມາດຊື້ກະປູໄຂ່, ປາ, ປາມຶກ, ກຸ້ງ ຈາກຕະຫຼາດຂາຍ​ເຄື່ອງ​ທະ​ເລ.


ນັກທ່ອງທ່ຽວກຳລັງເລືອກຊື້ກະປູໄຂ່ໂຕທີ່ຍັງສົດໆ.


ເຮືອ, ກະທຸ້ງຫຼາຍລຳຂອງຊາວປະມົງຢູ່ຕາແສງ ເຕິນເຟື້ອກກະກຽມອອກໄປຫາປາຢູ່ກາງທະເລ.


ນັກທ່ອງທ່ຽວຊາວ ແອສະປາຍ ຫຼິ້ນຢູ່ຫາດຊາຍ ກາມບິ່ງ.


ນັກທ່ອງທ່ຽວນອນຂ້າມຄືນໃນຕູບຢູ່ຫາດຊາຍ ກາມບິ່ງ.


ຄອບຄົວພ້ອມກັນຮັບ​ປະທານເຄື່ອງທະເລສົດໆ ຮ້ອນໆ ຂອງຊາວປະມົງຢູ່ ບ້ານ ເຕິນເຟື້ອກທີ່ຫາກໍ່ຈັບຂຶ້ນມາ.

ທີ່ຫາດຊາຍ ກາມບິ່ງ, ນັກທ່ອງທ່ຽວສາມາດຊື້ກະປູໄຂ່, ປາ, ປາມຶກ, ກຸ້ງ ຈາກຕະຫຼາດຂາຍຂາຍ​ເຄື່ອງ​ທະ​ເລ ແລະ ຊື່​ນຊົມບັນຍາກາດທີ່ສົດໃສ, ສະຫງົບຫງຽບຂອງທິວທັດ ທຳມະຊາດຢູ່ທີ່ນີ້. ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈເມື່ອເຫັນງົວໂຕ​ໃຫ່ຍກຳລັງຊ່ວຍຊາວປະມົງ​ແກ່ເຮືອ, ກະທຸ້ງ​ເຂົ້າຝັ່ງ ແລະ ສາມາດທ່ຽວຊົມທິວທັດທຳມະຊາດຢູ່ທີ່ນີ້ດ້ວຍກວຽນ​ງົວ.
 
ມາຍັງຫາດຊາຍ ກາມບິ່ງ ນັກທ່ອງທ່ຽວຍັງຈະໄດ້ນອນຂ້າມຄືນໃນຕູບທີ່ຕິດຕັ້ງຢູ່ແຄມທະເລ ​ແລະສາມາດຊົມດວງດາວຢູ່​ເທິງທ້ອງຟ້າ​ເປັນ​ລ້ານໆ​ດວງ, ໄດ້ຍິນສຽງທາດໆ​ເບົາໆ ຈາກ​ຄື້ນທະເລຈະ​ເຮັດ​ໃຫ້ຄຳ່​ຄືນນອນທີ່ຫຼັບຈັບໃຈ. 
ບົດ ແລະ ພາບ: ດັ້ງກິມເຟືອງ

top