• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຄວາມປອດໄພດ້ານສະບຽງອາຫານຢູ່ ຮ່າໂນ້ຍ - ສອງຕົວແບບ ສະຫະກອນ ດີເດັ່ນ

ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ມີຜົນງານຢ່າງຕັ້ງໜ້າໃນວຽກງານບໍລິຫານ ແລະ ຄຸ້ມຄອງຄຸນນະພາບ ຄວາມປອດໄພດ້ານສະບຽງອາຫານ ຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນໍ້າ, ຍົກສູງມູນຄ່າຂອງຕ່ອງໂສ້ການສະໜອງຜະລິດຕະພັນກະເສດໃຫ້ຊາວນະຄອນຫຼວງ ໃນ 6 ເດືອນຕົ້ນປີ 2022.  ຕົວ​ຢ່າງ​ ທີ່ພົ້ນເດັ່ນແມ່ນ 2 ຮູບແບບສະຫະກອນ ທີ່ຕອບສະໜອງໄດ້ມາດຕະຖານ ຄວາມປອດໄພດ້ານສະບຽງອາຫານ, ນຳໃຊ້ເຕັກໂນໂລຊີ ຄຸ້ມຄອງຈາກ ຍີ່ປຸ່ນ ຄື: ສະຫະກອນຜັກສະອາດ ກວ໋ຍກຸຍ (ເມືອງ ດານເຟື້ອງ, ຮ່າໂນ້ຍ), ສະຫະກອນ ສິນໃນນໍ້າ ເຕັກໂນໂລຢີສູງ ດ້າຍອ໋າງ (ເມືອງ ແທງຈີ່, ຮ່າໂນ້ຍ).

ເລື່ອງລາວ ​ກ່ຽວ​ກັບ​ການ​ໃຊ້​ສຸ​ຂະ​ພາບ​ ເພື່ອ​ເກັບຮັກຜັກ​ ​ສະ​ອາດ​ຢູ່​ສະ​ຫະ​ກອນ​ຜັກ ​ກວ໋ຍກຸຍ

ໃນຫຼາຍປີຜ່ານມາ, ຜັກສະອາດ ຂອງ ສະຫະກອນຜັກ ກວ໋ຍກຸຍ (ເມືອງ ດານເຟື້ອງ, ຮ່າໂນ້ຍ) ໄດ້ພິສູດໃຫ້ເຫັນ ຄຸນຄ່າຂອງສອງຄຳ “ປອດໄພ” ສຳລັບຜູ້ບໍລິໂພກ. ຄວາມ​ປອດ​ໄພ ​ຂອງ ​ສະຫະກອນ ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ເຈົ້າ​ຂອງ​, ທ່ານ​ນາງ ດັ້ງ​ທິ​ກວ໋ຍ ​ກ່າວວ່າ: “ຂ້າພະ​ເຈົ້າ​ໃຊ້​ສຸຂະພາບ​ ຂອງຕົນ​ເພື່ອ​ຮັບປະກັນ ​ບັນດາ​ຜະລິດ​ຕະພັນ​ເຫຼົ່າ​ນີ້”.

ກ່ອນໜ້າ​ນັ້ນ, ທ່ານ​ນາງ ກວ໋ຍ ​ໄດ້ເຂົ້າ​ເຮັດ​ວຽກ​ຢູ່​ນິຄົມ​ປູກ​ຜັກ​ປອດ​ສານພິດ ແຫ່ງໜຶ່ງ​ຢູ່ ​ໄຕ້​ຫວັນ. ທ່ານ​ນາງ ກວ໋ຍ ​ເຫັນວ່າ: “ການ​ປູກ​ຜັກ​ຢູ່​ ໄຕ້​ຫວັນ​ ໄດ້​ຮັບ​ຜົນ​ຜະລິດ​ສູງ​ກວ່າ 2-3 ​ເທົ່າ, ​ແຕ່​ຄວາມ​ສະອາດ​ແມ່ນສູງກວ່າ​ຫຼາຍ​ເທົ່າ. ນ້ຳ ສຳລັບປູກຜັກນັ້ນ ສະອາດກວ່ານ້ຳດື່ມ ເພາະເຈົ້າ ຂອງ ໃຊ້ນ້ຳປະປາ, ແຕ່ນ້ຳນັ້ນ ຕ້ອງຜ່ານເຄື່ອງກັ່ນຕອງແລ້ວ ຈຶ່ງນຳໄປໃສ່ລະບົບ ຫົດ ແບບອັດຕະໂນມັດ”.

ລະບົບຜັກສະອາດຂອງບັນດາສະຫະກອນ ບັນລຸໄດ້ມາດຕະຖານຄວາມປອດໄພ. ພາບ: ຟ້າມຖາຍເຊີນ

ທ່ານນາງ ດັ້ງທິກວ໋ຍ ພວມເບິ່ງແຍງນິຍົມປູກ ຜັກສະອາດທີ່ຮຽນແບບຂອງ ໄຕ້ຫວັນ. ພາບ: ຟ້າມຖາຍເຊີນ

ສະຫະກອນຜັກສະອາດ ກວ໋ຍກຸຍ ໄດ້ສ້າງ ວຽກເຮັດງານທຳໃຫ້ຊາວທ້ອງຖິ່ນຫຼາຍສີບຄົນ. ພາບ: ຟ້າມຖາຍເຊີນ

ຜະລິດຕະພັນຜັກສະອາດຂອງສະຫະກອນ ບໍ່ພໍເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ. ພາບ: ຟ້າມຖາຍເຊີນ

ທ່ານ​ນາງ ກວ໋ຍ ມີ​ຄວາມ​ເມົາມົວ​ກັບ​ກະ​ສິ​ກຳ​ປອດ​ສານພິດ, ນາງ​ໄດ້​ໃຊ້​ເວ​ລາ 16 ປີ ເພື່ອ​ຮຽນ​ຮູ້​ປະ​ສົບ​ການ ແລະ ເຕັກ​ໂນ​ໂລ​ຊີ ​ການ​ຜະ​ລິດ​ຜັກ​ທີ່​ສະ​ອາດ​ຢູ່​ ໄຕ້​ຫວັນ. ເພິ່ນຍັງ “ດຶງ” ຜົວ ​ຂອງ ​ຕົນຄືທ່ານ ຫງວຽນ​ດັງກຸຍ ມາ ໄຕ້ຫວັນ ເພື່ອສອນວິທີເຮັດ​ໃຫ້​ລາວ​.

ເລີ່ມຜະລິດຜັກປອດສານພິດ ມາແຕ່ປີ 2017, ມາຮອດປັດຈຸ ບັນ, ເນື້ອທີ່ຂອງນິຄົມປູກຜັກ ແຫ່ງນີ້ ມີເນື້ອທີ່ກວ່າ 15 ເຮັກ ຕາ, ອອກແບບດ້ວຍລະບົບລະບາຍອາກາດ ແລະ ຊົນລະປະ ທານ ທີ່ທັນສະໄໝ. ຮູບ​ແບບ​ສະຫະກອນ​ປູກ​ຜັກ ກວ໋ຍ​ກຸ​ຍ ຍັງ​ໄດ້​ສະໜອງ​ສະບຽງອາຫານ​ສະອາດ​ໃຫ້​ໂຮງຮຽນ​ອະນຸ ບານ 16 ​ແຫ່ງ ​ແລະ 3 ຮ້ານ​ຂາຍ​ຜັກ​ສະອາດ ​ຢູ່ໃນ​ເມືອງ. ໂດຍສະເລ່ຍແລ້ວ, ແຕ່ລະບ່ອນ ຈະມາຮັບຜັກ 1-2 ເທື່ອ ຕໍ່ອາທິດ ແລະ ແຕ່ລະຄັ້ງ ປະມານ 2-3 ຮ້ອຍກິໂລກຼາມ.

ແທນທີ່ ຈະສີດຢາຂ້າຫຍ້າເພື່ອຂ້າເຊື້ອໃນດິນ ຫຼື ສີດຢາປາບສັດຕູພືດ ດ້ວຍສານເຄມີ, ທ່ານນາງ ກວ໋ຍ ໄດ້ຄິດຄົ້ນ ແລະ ອີງໃສ່ປະສົບການທີ່ມີ ແລະ ນຳໃຊ້ ປຸ໋ຍຊີວະພາບ ແລະ ໂປຣໄບໂອຕິກ (probiotics). ເພິ່ນໄດ້ປະສົມໂປຣໄບໂອຕິກ ກັບ ນໍ້າຕານຊາຍ, ນໍ້ານົມ ໄມໂລ ແລະ ອົບໃນເວລາ ທ່ີເໝາະສົມແລ້ວບົດໃຫ້ມຸ່ນ, ກັ່ນຕອງສິ່ງເສດເຫຼືອ ແລ້ວຈຶ່ງເອົາໄປສີດພົ່ນ. ເພິ່ນໄດ້ຍຶດໝັ້ນກັບຮູບແບບການປູກຝັງທີ່ເປັນເອກະລັກ “5 ບໍ່”, ນັ້ນຄື: ບໍ່ມີການສີດຢາຂ້າຫຍ້າ; ບໍ່ມີສານເຄມີ; ບໍ່ມີຢາປາບສັດຕູພືດ; ບໍ່ກະຕຸ້ນການເຕີບໂຕ; ບໍ່ດັດແປງພັນທຸກໍາ ເພື່ອປົກປ້ອງສິ່ງແວດລ້ອມ ແລະ “ຮັກສາ” ສັດຕູທໍາມະຊາດ.

ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ ​ທີ່​ສະ​ຫະ​ກອນ ສິນໃນນຳ້ ເຕັກໂນໂລຊີສູງ ດ້າຍອ໋າງ 

ໃນ​ເນື້ອ​ທີ່​ກວ່າ 15 ​ເຮັກຕາ, ສະ​ຫະ​ກອນ​ ສິນໃນນໍ້າ ​ເຕັກ​ໂນ​ໂລ​ຊີສູງ ດ້າຍອ໋າງ (ຕາແສງ ດ້າຍອ໋າງ) ພວມ​ລົງ​ທຶນ​ນຳ​ໃຊ້​ຮູບ​ແບບ​ລ້ຽງ​ປາ ດ້ວຍ​ເຕັກ​ໂນ​ໂລ​ຊີ “ແມ່ນ້ຳ​ໃນ​ໜອງ” ດ້ວຍ​ຈຳນວນໜອງລ້ຽງປາ 15 ໜອງ. 

ຜູ້​ອຳ​ນວຍ​ການສະ​ຫະ​ກອນ​ ສິນໃນນໍ້າ ​ເຕັກ​ໂນ​ໂລ​ຊີສູງ ດ້າຍ ອ໋າງ ຫງວຽນ​ວັນ​ທຽມ ໃຫ້​ຮູ້​ວ່າ: ໜອງທຸກແຫ່ງໄດ້​ມີ​ເຄື່ອງ​ດູດ​ອາ​ກາດ, ຈັກ​ດູດ​ສິ່ງ​ເສດ​ເຫຼືອ, ລະ​ບົບ​ນ້ຳ​ສະອາດ, ບໍ​ລິ​ຫານ​ນ້ຳ​ເສຍ, ​ເຮັດ​ໃຫ້​ປາ​ຂະ​ຫຍາຍ​ຕົວ ແລະ ພັດ​ທະ​ນາ​ເປັນ​ຢ່າງ​ດີ. ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ນີ້ ​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສູງ ດ້ວຍ​ກຳ​ໄລ​ປະ​ມານ 7 ຕື້​ດົ່ງ/ປີ, ສູງ​ກວ່າ​ການ​ລ້ຽງ​ປາ​ແບບເກົ່າ ເຖິງ 1,8 ເທົ່າ.

ສະຫະກອນສິນໃນນຳ້ ດ້າຍອ໋າງ ມີເນື້ອທີ່ກວ່າ 15 ເຮັກຕາ. ພາບ: ຟ້າມຖາຍເຊີນ

ຂັ້ນຕອນການປຸງແຕ່ງທີ່ສະຫະກອນ. ພາບ: ຟ້າມຖາຍເຊີນ

ສະຫະກອນສິນໃນນຳ້ ດ້າຍອ໋າງ ມີສະ​ມາ​ຊິກ 7 ຄົນ ແລະ 30 ຄອບ​ຄົວ​ຮ່ວມກັນເຮັດ. ພາບ: ຟ້າມຖາຍເຊີນ
ຜະລິດຕະພັນດີເດັ່ນຈຳນວນໜຶ່ງຂອງ ສະຫະກອນ. ພາບ: ຟ້າມຖາຍເຊີນ

ສະ​ຫະ​ກອນ​ ສິນໃນນໍ້າ ​ ດ້າຍອ໋າງ ​ເມືອງ ແທງ​ຈີ່ (ຮ່າ​ໂນ້ຍ) ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 2018, ມີສະ​ມາ​ຊິກ 7 ຄົນ ແລະ 30 ຄອບ​ຄົວ​ຮ່ວມກັນເຮັດ ໃນ​ເນື້ອ​ທີ່​ເກືອບ 70 ເຮັກຕາ ເພື່ອ​ລ້ຽງ​ປາ​ ພື້ນເມືອງເຊັ່ນ: ປາ​ນິນ, ປາ​ແກງ, ປາ​ກິນຫຍ້າ... ຮອດ​ປີ 2022, ຕົວ​ແບບ​ນີ້​ ໄດ້​ຮັບ​ການ​ຜະລິດ​ຢ່າງ​ໝັ້ນ​ທ່ຽງ ດ້ວຍ​ປະລິມານການຜະລິດ ປາ ບັນລຸໄດ້​ກວ່າ 1000 ​ໂຕນ/ປີ, ມີ​ພະນັກງານ​ປະຈຳ 20 ຄົນ ​ແລະ ຄົນ​ງານ​ເຮັດຕາມ​ລະດູ​ການ​ຢູ່​ທ້ອງ​ຖິ່ນ 70 ຄົນ, ດ້ວຍ​ລາຍ​ຮັບ​ແຕ່ 7-8 ລ້ານ​ດົ່ງ/ຄົນ/​ເດືອນ.

ຮູບ​ແບບ​ນີ້​ ໄດ້​ຮັບ​ໃບ​ຢັ້ງຢືນ​ການ​ຜະລິດ​ຕາມ​ມາດຕະຖານ VietGAP, ບັນດາຜະລິດ​ຕະພັນ​ຂອງ​ຮູບແບບດັ່ງກ່າວ ຖືກ​ອຳນາດ​ການ​ປົກຄອງ ​ຮ່າ​ໂນ້ຍ ມາເກັບຕົວຢ່າງ ເອົາໄປ ກວດກາ ແລະ ລ້ວນແຕ່ຮັບປະກັນ​ບັນດາມາດຖານກ່ຽວກັບ​ຄວາມ​ປອດ​ໄພ​ດ້ານ​ສະບຽງອາຫານ. ພິ​ເສດ, ສະຫະກອນ​ຍາມ​ໃດ​ກໍ່​ຮັບປະກັນ​ຂະ​ບວນການ​ປິດ, ປາ​ຖືກ​ລ້ຽງ​ໃນ​ຖັງ​ທີ່​ສະອາດ, ​ມີເຄື່ອງ​ດູດ​ອາ​ກາດ​ ແລະ ດູດ​ຝຸ່ນ​ເປັນ​ປະຈຳ. ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນການ​ການ​ລ້ຽງ​ປາ​ ​ຂອງສະຫະກອນສິນໃນນໍ້າ ​ດ້າຍອ໋າງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເປັນ​ຮູບ​ແບບ​ພັດທະນາ​ໃນ​ອະນາຄົດ.

ນະຄອນ ສືບຕໍ່ກໍ່ສ້າງ ແລະ ພັດທະນາ 159 ຕ່ອງໂສ້ສະໜອງ ສະບຽງອາຫານທີ່ປອດໄພ ນັບແຕ່ການຜະລິດໄປສູ່ການບໍລິໂພກ, ໃນນັ້ນມີຕ່ອງໂສ້ ການຜະລິດສັດ 47 ແຫ່ງ, ຕ່ອງໂສ້ການຜະລິດ ສິນໃນນຳ້ 6 ແຫ່ງ, ຕ່ອງໂສ້ການຜະລິດຕົ້ນກຳເນີດຂອງພືດ 106 ແຫ່ງ, ເພີ່ມຂຶ້ນ 18 ຕ່ອງໂສ້ ເມື່ອທຽບໃສ່ໄລຍະດຽວກັນໃນປີ 2021.

ບົດ: ຖາວວີ - ພາບ: ເຊີນຟ້າມ - ແປໂດຍ: ຢືຟຽນ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top