ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ມີຜົນງານຢ່າງຕັ້ງໜ້າໃນວຽກງານບໍລິຫານ ແລະ ຄຸ້ມຄອງຄຸນນະພາບ ຄວາມປອດໄພດ້ານສະບຽງອາຫານ ຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນໍ້າ, ຍົກສູງມູນຄ່າຂອງຕ່ອງໂສ້ການສະໜອງຜະລິດຕະພັນກະເສດໃຫ້ຊາວນະຄອນຫຼວງ ໃນ 6 ເດືອນຕົ້ນປີ 2022. ຕົວຢ່າງ ທີ່ພົ້ນເດັ່ນແມ່ນ 2 ຮູບແບບສະຫະກອນ ທີ່ຕອບສະໜອງໄດ້ມາດຕະຖານ ຄວາມປອດໄພດ້ານສະບຽງອາຫານ, ນຳໃຊ້ເຕັກໂນໂລຊີ ຄຸ້ມຄອງຈາກ ຍີ່ປຸ່ນ ຄື: ສະຫະກອນຜັກສະອາດ ກວ໋ຍກຸຍ (ເມືອງ ດານເຟື້ອງ, ຮ່າໂນ້ຍ), ສະຫະກອນ ສິນໃນນໍ້າ ເຕັກໂນໂລຢີສູງ ດ້າຍອ໋າງ (ເມືອງ ແທງຈີ່, ຮ່າໂນ້ຍ).
ເລື່ອງລາວ ກ່ຽວກັບການໃຊ້ສຸຂະພາບ ເພື່ອເກັບຮັກຜັກ ສະອາດຢູ່ສະຫະກອນຜັກ ກວ໋ຍກຸຍ
ໃນຫຼາຍປີຜ່ານມາ, ຜັກສະອາດ ຂອງ ສະຫະກອນຜັກ ກວ໋ຍກຸຍ (ເມືອງ ດານເຟື້ອງ, ຮ່າໂນ້ຍ) ໄດ້ພິສູດໃຫ້ເຫັນ ຄຸນຄ່າຂອງສອງຄຳ “ປອດໄພ” ສຳລັບຜູ້ບໍລິໂພກ. ຄວາມປອດໄພ ຂອງ ສະຫະກອນ ໄດ້ຮັບການຢືນຢັນຈາກເຈົ້າຂອງ, ທ່ານນາງ ດັ້ງທິກວ໋ຍ ກ່າວວ່າ: “ຂ້າພະເຈົ້າໃຊ້ສຸຂະພາບ ຂອງຕົນເພື່ອຮັບປະກັນ ບັນດາຜະລິດຕະພັນເຫຼົ່ານີ້”.
ກ່ອນໜ້ານັ້ນ, ທ່ານນາງ ກວ໋ຍ ໄດ້ເຂົ້າເຮັດວຽກຢູ່ນິຄົມປູກຜັກປອດສານພິດ ແຫ່ງໜຶ່ງຢູ່ ໄຕ້ຫວັນ. ທ່ານນາງ ກວ໋ຍ ເຫັນວ່າ: “ການປູກຜັກຢູ່ ໄຕ້ຫວັນ ໄດ້ຮັບຜົນຜະລິດສູງກວ່າ 2-3 ເທົ່າ, ແຕ່ຄວາມສະອາດແມ່ນສູງກວ່າຫຼາຍເທົ່າ. ນ້ຳ ສຳລັບປູກຜັກນັ້ນ ສະອາດກວ່ານ້ຳດື່ມ ເພາະເຈົ້າ ຂອງ ໃຊ້ນ້ຳປະປາ, ແຕ່ນ້ຳນັ້ນ ຕ້ອງຜ່ານເຄື່ອງກັ່ນຕອງແລ້ວ ຈຶ່ງນຳໄປໃສ່ລະບົບ ຫົດ ແບບອັດຕະໂນມັດ”.
ລະບົບຜັກສະອາດຂອງບັນດາສະຫະກອນ ບັນລຸໄດ້ມາດຕະຖານຄວາມປອດໄພ. ພາບ: ຟ້າມຖາຍເຊີນ
ທ່ານນາງ ດັ້ງທິກວ໋ຍ ພວມເບິ່ງແຍງນິຍົມປູກ ຜັກສະອາດທີ່ຮຽນແບບຂອງ ໄຕ້ຫວັນ. ພາບ: ຟ້າມຖາຍເຊີນ
ສະຫະກອນຜັກສະອາດ ກວ໋ຍກຸຍ ໄດ້ສ້າງ ວຽກເຮັດງານທຳໃຫ້ຊາວທ້ອງຖິ່ນຫຼາຍສີບຄົນ. ພາບ: ຟ້າມຖາຍເຊີນ
ຜະລິດຕະພັນຜັກສະອາດຂອງສະຫະກອນ ບໍ່ພໍເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ. ພາບ: ຟ້າມຖາຍເຊີນ
ທ່ານນາງ ກວ໋ຍ ມີຄວາມເມົາມົວກັບກະສິກຳປອດສານພິດ, ນາງໄດ້ໃຊ້ເວລາ 16 ປີ ເພື່ອຮຽນຮູ້ປະສົບການ ແລະ ເຕັກໂນໂລຊີ ການຜະລິດຜັກທີ່ສະອາດຢູ່ ໄຕ້ຫວັນ. ເພິ່ນຍັງ “ດຶງ” ຜົວ ຂອງ ຕົນຄືທ່ານ ຫງວຽນດັງກຸຍ ມາ ໄຕ້ຫວັນ ເພື່ອສອນວິທີເຮັດໃຫ້ລາວ.
ເລີ່ມຜະລິດຜັກປອດສານພິດ ມາແຕ່ປີ 2017, ມາຮອດປັດຈຸ ບັນ, ເນື້ອທີ່ຂອງນິຄົມປູກຜັກ ແຫ່ງນີ້ ມີເນື້ອທີ່ກວ່າ 15 ເຮັກ ຕາ, ອອກແບບດ້ວຍລະບົບລະບາຍອາກາດ ແລະ ຊົນລະປະ ທານ ທີ່ທັນສະໄໝ. ຮູບແບບສະຫະກອນປູກຜັກ ກວ໋ຍກຸຍ ຍັງໄດ້ສະໜອງສະບຽງອາຫານສະອາດໃຫ້ໂຮງຮຽນອະນຸ ບານ 16 ແຫ່ງ ແລະ 3 ຮ້ານຂາຍຜັກສະອາດ ຢູ່ໃນເມືອງ. ໂດຍສະເລ່ຍແລ້ວ, ແຕ່ລະບ່ອນ ຈະມາຮັບຜັກ 1-2 ເທື່ອ ຕໍ່ອາທິດ ແລະ ແຕ່ລະຄັ້ງ ປະມານ 2-3 ຮ້ອຍກິໂລກຼາມ.
ແທນທີ່ ຈະສີດຢາຂ້າຫຍ້າເພື່ອຂ້າເຊື້ອໃນດິນ ຫຼື ສີດຢາປາບສັດຕູພືດ ດ້ວຍສານເຄມີ, ທ່ານນາງ ກວ໋ຍ ໄດ້ຄິດຄົ້ນ ແລະ ອີງໃສ່ປະສົບການທີ່ມີ ແລະ ນຳໃຊ້ ປຸ໋ຍຊີວະພາບ ແລະ ໂປຣໄບໂອຕິກ (probiotics). ເພິ່ນໄດ້ປະສົມໂປຣໄບໂອຕິກ ກັບ ນໍ້າຕານຊາຍ, ນໍ້ານົມ ໄມໂລ ແລະ ອົບໃນເວລາ ທ່ີເໝາະສົມແລ້ວບົດໃຫ້ມຸ່ນ, ກັ່ນຕອງສິ່ງເສດເຫຼືອ ແລ້ວຈຶ່ງເອົາໄປສີດພົ່ນ. ເພິ່ນໄດ້ຍຶດໝັ້ນກັບຮູບແບບການປູກຝັງທີ່ເປັນເອກະລັກ “5 ບໍ່”, ນັ້ນຄື: ບໍ່ມີການສີດຢາຂ້າຫຍ້າ; ບໍ່ມີສານເຄມີ; ບໍ່ມີຢາປາບສັດຕູພືດ; ບໍ່ກະຕຸ້ນການເຕີບໂຕ; ບໍ່ດັດແປງພັນທຸກໍາ ເພື່ອປົກປ້ອງສິ່ງແວດລ້ອມ ແລະ “ຮັກສາ” ສັດຕູທໍາມະຊາດ.
ການນໍາໃຊ້ເຕັກໂນໂລຊີ ທີ່ສະຫະກອນ ສິນໃນນຳ້ ເຕັກໂນໂລຊີສູງ ດ້າຍອ໋າງ
ໃນເນື້ອທີ່ກວ່າ 15 ເຮັກຕາ, ສະຫະກອນ ສິນໃນນໍ້າ ເຕັກໂນໂລຊີສູງ ດ້າຍອ໋າງ (ຕາແສງ ດ້າຍອ໋າງ) ພວມລົງທຶນນຳໃຊ້ຮູບແບບລ້ຽງປາ ດ້ວຍເຕັກໂນໂລຊີ “ແມ່ນ້ຳໃນໜອງ” ດ້ວຍຈຳນວນໜອງລ້ຽງປາ 15 ໜອງ.
ຜູ້ອຳນວຍການສະຫະກອນ ສິນໃນນໍ້າ ເຕັກໂນໂລຊີສູງ ດ້າຍ ອ໋າງ ຫງວຽນວັນທຽມ ໃຫ້ຮູ້ວ່າ: ໜອງທຸກແຫ່ງໄດ້ມີເຄື່ອງດູດອາກາດ, ຈັກດູດສິ່ງເສດເຫຼືອ, ລະບົບນ້ຳສະອາດ, ບໍລິຫານນ້ຳເສຍ, ເຮັດໃຫ້ປາຂະຫຍາຍຕົວ ແລະ ພັດທະນາເປັນຢ່າງດີ. ການນຳໃຊ້ເຕັກໂນໂລຊີນີ້ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ ດ້ວຍກຳໄລປະມານ 7 ຕື້ດົ່ງ/ປີ, ສູງກວ່າການລ້ຽງປາແບບເກົ່າ ເຖິງ 1,8 ເທົ່າ.
ສະຫະກອນສິນໃນນຳ້ ດ້າຍອ໋າງ ມີເນື້ອທີ່ກວ່າ 15 ເຮັກຕາ. ພາບ: ຟ້າມຖາຍເຊີນ
ຂັ້ນຕອນການປຸງແຕ່ງທີ່ສະຫະກອນ. ພາບ: ຟ້າມຖາຍເຊີນ
ສະຫະກອນສິນໃນນຳ້ ດ້າຍອ໋າງ ມີສະມາຊິກ 7 ຄົນ ແລະ 30 ຄອບຄົວຮ່ວມກັນເຮັດ. ພາບ: ຟ້າມຖາຍເຊີນ
ຜະລິດຕະພັນດີເດັ່ນຈຳນວນໜຶ່ງຂອງ ສະຫະກອນ. ພາບ: ຟ້າມຖາຍເຊີນ
ສະຫະກອນ ສິນໃນນໍ້າ ດ້າຍອ໋າງ ເມືອງ ແທງຈີ່ (ຮ່າໂນ້ຍ) ໄດ້ຮັບການສ້າງຕັ້ງໃນປີ 2018, ມີສະມາຊິກ 7 ຄົນ ແລະ 30 ຄອບຄົວຮ່ວມກັນເຮັດ ໃນເນື້ອທີ່ເກືອບ 70 ເຮັກຕາ ເພື່ອລ້ຽງປາ ພື້ນເມືອງເຊັ່ນ: ປານິນ, ປາແກງ, ປາກິນຫຍ້າ... ຮອດປີ 2022, ຕົວແບບນີ້ ໄດ້ຮັບການຜະລິດຢ່າງໝັ້ນທ່ຽງ ດ້ວຍປະລິມານການຜະລິດ ປາ ບັນລຸໄດ້ກວ່າ 1000 ໂຕນ/ປີ, ມີພະນັກງານປະຈຳ 20 ຄົນ ແລະ ຄົນງານເຮັດຕາມລະດູການຢູ່ທ້ອງຖິ່ນ 70 ຄົນ, ດ້ວຍລາຍຮັບແຕ່ 7-8 ລ້ານດົ່ງ/ຄົນ/ເດືອນ.
ຮູບແບບນີ້ ໄດ້ຮັບໃບຢັ້ງຢືນການຜະລິດຕາມມາດຕະຖານ VietGAP, ບັນດາຜະລິດຕະພັນຂອງຮູບແບບດັ່ງກ່າວ ຖືກອຳນາດການປົກຄອງ ຮ່າໂນ້ຍ ມາເກັບຕົວຢ່າງ ເອົາໄປ ກວດກາ ແລະ ລ້ວນແຕ່ຮັບປະກັນບັນດາມາດຖານກ່ຽວກັບຄວາມປອດໄພດ້ານສະບຽງອາຫານ. ພິເສດ, ສະຫະກອນຍາມໃດກໍ່ຮັບປະກັນຂະບວນການປິດ, ປາຖືກລ້ຽງໃນຖັງທີ່ສະອາດ, ມີເຄື່ອງດູດອາກາດ ແລະ ດູດຝຸ່ນເປັນປະຈຳ. ການນຳໃຊ້ເຕັກໂນໂລຊີສູງໃນການການລ້ຽງປາ ຂອງສະຫະກອນສິນໃນນໍ້າ ດ້າຍອ໋າງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ໃຫ້ຄຳໝັ້ນສັນຍາຈະເປັນຮູບແບບພັດທະນາໃນອະນາຄົດ.
ນະຄອນ ສືບຕໍ່ກໍ່ສ້າງ ແລະ ພັດທະນາ 159 ຕ່ອງໂສ້ສະໜອງ ສະບຽງອາຫານທີ່ປອດໄພ ນັບແຕ່ການຜະລິດໄປສູ່ການບໍລິໂພກ, ໃນນັ້ນມີຕ່ອງໂສ້ ການຜະລິດສັດ 47 ແຫ່ງ, ຕ່ອງໂສ້ການຜະລິດ ສິນໃນນຳ້ 6 ແຫ່ງ, ຕ່ອງໂສ້ການຜະລິດຕົ້ນກຳເນີດຂອງພືດ 106 ແຫ່ງ, ເພີ່ມຂຶ້ນ 18 ຕ່ອງໂສ້ ເມື່ອທຽບໃສ່ໄລຍະດຽວກັນໃນປີ 2021.
ບົດ: ຖາວວີ - ພາບ: ເຊີນຟ້າມ - ແປໂດຍ: ຢືຟຽນ