• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຄວາມງາມຂອງນັກຮົບໃນໂອກາດສະຫຼອງບຸນເຕັດຢູ່ຊາຍແດນ

ປີນີ້ເປັນປີທີ 9 ແລ້ວທີ່ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ”, ໄດ້ຮັບການຜັນຂະຫຍາຍໂດຍກອງບັນຊາການທະຫານຊາຍແດນ. ນັບແຕ່ຄັ້ງທຳອິດທີ່ຈັດຂຶ້ນໃນປີ 2016 ມາຮອດປະຈຸບັນ, ລາຍການດັ່ງກ່າວໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມທີ່ແທດຈິງ ແລະມີປະສິດທິຜົນທີ່ສຸດຂອງທະຫານຊາຍແດນແນໃສ່ເບິ່ງແຍງດູແລໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກໄດ້ຫຼີ້ນບຸນເຕັດ, ນຳເອົາຄວາມເບີກບານມ່ວນຊື່ນ ແລະບັນຍາກາດທີ່ຟົດຟື້ນມາໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ.
ຄໍ່າຄືນ Gala ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈທະຫານ ແລະປະຊາຊົນ. ພາບ: qdnd.vn
ກ່ອນທີ່ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ປີ 2026 ຈະເລີ່ມຂຶ້ນຢ່າງເປັນທາງການນັ້ນ, ພະນັກງານ, ນັກຮົບທະຫານຊາຍແດນ ນັບພັນຄົນໄດ້ແຂ່ງກັບເວລາເພື່ອປະຕິບັດໃຫ້ສໍາເລັດ “ບັ້ນເຄື່ອນໄຫວກວາງຈຸງ” ເພື່ອໃຫ້ປະຊາຊົນໄດ້ມີເຮືອນຢູ່ທີ່ປອດໄພກ່ອນບຸນປີໃໝ່ປະຈໍາຊາດປີມະເມຍ 2026. ເຂົ້າຮ່ວມບັ້ນເຄື່ອນໄຫວດ້ວຍຈິດໃຈ “ອົງອາດ, ຂ້ຽວຂາດ, ວ່ອງໄວ”, ພະນັກງານ, ນັກຮົບທະຫານຊາຍແດນ ໄດ້ສະແດງໃຫ້ເຫັນຄຸນທາດການເມືອງ, ທາດແທ້ມະນຸດສະທຳ ແລະສາຍພົວພັນເນື້ອເລືອດທີ່ສະໜິດແໜ້ນລະຫວ່າງປະຊາຊົນ ແລະທະຫານ. ທ່ານພົນຕີ ຫງວຽນແອັງຕວ໊ນ, ຫົວໜ້າການເມືອງທະຫານຊາຍແດນ ຢືນຢັນວ່າ: “ບໍ່ວ່າຈະຢູ່ໃນສະພາບການໃດກໍ່ຕາມ, ດ້ວຍນໍ້າໃຈຄວາມຮັກແພງ, ຄວາມຮັບຜິດຊອບ ແລະຄວາມຮູ້ບຸນຄຸນຕໍ່ປະຊາຊົນ, ເປັນຕົ້ນແມ່ນປະຊາຊົນບັນດາເຜົ່າທີ່ຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ…, ທະຫານລຸງໂຮ່ ຍາມໃດກໍ່ມີໜ້າຢູ່ຄຽງຂ້າງໜ້າສະເໝີ”.

ເພື່ອຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ປີ 2026 ຢູ່ 30 ແຂວງ, ນະຄອນຊາຍແດນ, ທະເລ, ໝູ່ເກາະ, ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນໍາບັນດາກົມກອງປະຕິບັດວຽກງານຫ້າງຫາກະກຽມໃຫ້ເປັນຢ່າງດີ, ສົ່ງໜ່ວຍປະຕິບັດງານນັບພັນໜ່ວຍ ໄປລົງບໍລິເວນ, ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອຈັດຕັ້ງໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດ, ສ້າງຄວາມເບີກບານມ່ວນຊື່ນໃນລະດູບານໃໝ່ ແລະຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາໝູ່ບ້ານຊາຍແດນ, ໝູ່ເກາະທະເລ.

ຄວາມເບີກບານມ່ວນຊື່ນໃນວັນບຸນເຕັດຢູ່ເຂດຊາຍແດນ ຂອງນັກຮົບໜຸ່ມ ຄ້າຍທະຫານຊາຍແດນ ຫ້ວຍລວງ, ທະຫານຊາຍແດນ ແຂວງ ລາຍເຈົາ. ພາບ: ດຶກຢ໋ວນ.
ພະນັກງານ, ນັກຮົບທະຫານຊາຍແດນ ແຂວງ ລາຍເຈົາ ຕົ້ມເຂົ້າຕົ້ມ ຕ້ອນຮັບບຸນເຕັດ ຮ່ວມກັບພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ. ພາບ: ດຶກຢ໋ວນ.

ມາຮອດຈຸດເວລານີ້, ທົ່ວກຳລັງໄດ້ມອບຂອງຂວັນ “ລະດູບານໃໝ່ຊາຍແດນ” 10.000 ກວ່າພູດ, ທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” 3.000 ທຶນ, ງົວແມ່ພັນ 500 ໂຕ, ເຮືອນ “ຫຼັງຄາຊາຍແດນ” 200 ຫຼັງ, ພ້ອມທັງຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ປະຊາຊົນໄດ້ 15.000 ເທື່ອຄົນ... ສະເພາະ, ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” (ຂັ້ນກອງບັນຊາການທະຫານຊາຍແດນ) ຢູ່ຕາແສງເຮືອງຊວນ, ແຂວງຮ່າຕິ້ງ ໂດຍກອງບັນຊາການທະຫານຊາຍແດນ ສົມທົບກັບຄະນະພັກ, ຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ພ້ອມດ້ວຍກົມກອງອຸປະຖໍາໄດ້ຈັດຕັ້ງຜັນຂະຫຍາຍຢ່າງແທດຈິງ, ມີຄວາມໝາຍດ້ວຍຍອດຈຳນວນເງິນນັບສິບຕື້ດົ່ງ. ທ່ານນາງ ຟານທິເຮືອງ, ປະຊາຊົນຢູ່ຕາແສງເຮືອງຊວນ ແບ່ງປັນວ່າ: “ປະຊາຊົນພວກຂ້າພະເຈົ້າ ຢູ່ທີ່ນີ້ກໍ່ຫຍຸ້ງຍາກລຳບາກຫຼາຍ ຄວນໄດ້ຮັບຄວາມເອົາໃຈໃສ່ຈາກການນຳທຸກຂັ້ນ, ພິເສດແມ່ນທະຫານຊາຍແດນ! ນີ້ແມ່ນແຮງຂັບເຄື່ອນຊ່ວຍພໍ່ແມ່ປະຊາຊົນພວກຂ້າພະເຈົ້າ ຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມກັບທະຫານຊາຍແດນປະຕິບັດສໍາເລັດໜ້າທີ່”.

ໃນຄໍ່າຄືນ Gala ລາຍການສະແດງສິລະປະການເມືອງພິເສດ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ປີ 2026, ບັນຍາກາດແຫ່ງຄວາມສາມັກຄີໄດ້ແຜ່ໄປທົ່ວເຂດຮ່ອມພູຊາຍແດນ. ດ້ວຍອາລົມຈິດຄວາມຮັກແພງ, ສະຫາຍ ເລມິງຮືງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢືນຢັນວ່າ: “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ບໍ່ພຽງແຕ່ແມ່ນຂອງຂວັນທີ່ມີຄວາມໝາຍເທົ່ານັ້ນ, ຫາກຍັງເປັນສັນຍາລັກທີ່ມີຊີວິດຊີວາຂອງຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຂອງຈັນຍາທຳ “ຮັກແພງມະນຸດ ຄືດັ່ງຮັກຕົນເອງ”, ຂອງຄຸນທາດອັນດີງາມທະຫານລຸງໂຮ່ໃນໄລຍະໃໝ່; ຜ່ານນັ້ນເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະກຳລັງປະກອບອາວຸດ, ເຮັດໃຫ້ເຂດຊາຍແດນບໍ່ພຽງແຕ່ແມ່ນແນວໜ້າເພື່ອປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງແມ່ນບ່ອນແຜ່ຂະຫຍາຍນໍ້າໃຈຄວາມຮັກແພງ, ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງພັດທະນາ”.

ພະນັກງານ, ນັກຮົບ ຄ້າຍທະຫານຊາຍແດນ ເມືອງແລ່ວ, ທະຫານຊາຍແດນ ແຂວງ ເຊີນລາ ຮ່ວມກັບປະຊາຊົນເຮັດເຂົ້າໜົມພື້ນເມືອງ ເພື່ອສະເຫຼີມສະຫຼອງປີໃໝ່. ພາບ: ເທ໋ແກ໋ງ.
ທະຫານຊາຍແດນ ແຂວງເຊີນລາ ສະເຫຼີມສະຫຼອງບຸນເຕັດ ຮ່ວມກັບປະຊາຊົນຢູ່ເຂດຊາຍແດນ. ພາບ: ເທ໋ແກ໋ງ.

ລະດູບານໃໝ່ຢູ່ເຂດຊາຍແດນ - ລະດູບານໃໝ່ຂອງທະຫານຊາຍແດນ ໄດ້ມາຮອດມາເຖິງປະຊາຊົນ, ນຳເອົາຂອງຂວັນທີ່ລຽບງ່າຍມາໃຫ້ ເຊິ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່, ອາລົມຈິດຄວາມຮັກແພງອັນເລິກເຊິ່ງຂອງພັກ, ລັດ, ກອງທັບ, ທຸກຂັ້ນ, ຂະແໜງການ ແລະຂອງທະຫານຊາຍແດນ ມາມອບໃຫ້ປະຊາຊົນທີ່ຢູ່ແຕ່ລະບ້ານ, ແຕ່ລະເຮືອນຢູ່ເຂດຊາຍແດນໝົດທຸກຄົນລ້ວນແຕ່ມີຄວາມອີ່ມໜຳສຳລານ, ເບີກບານມ່ວນຊື່ນ, ສະຫງົບສູກ.

0. ຫຼາຍກິດຈະກຳກິລາ ໄດ້ຮັບການຈັດຕັ້ງໂດຍ ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວິນ, ທະຫານຊາຍແດນ ແຂວງເທື່ອທຽນເຫວ້ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຂຶ້ນໃຫ້ປະຊາຊົນໄດ້ເບີກບານມ່ວນຊື່ນໃນໂອກາດບຸນປີໃໝ່. ພາບ: ຈຸກຮ່າ.

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

ຮ່ວມມ່ວນຊື່ນບຸນປີໃໝ່ Chol Chnam Thmay ພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ

ຮ່ວມມ່ວນຊື່ນບຸນປີໃໝ່ Chol Chnam Thmay ພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ

ໃນຊຸມມື້ຕົ້ນເດືອນເມສາ, ທົ່ວປະເທດກໍາປູເຈຍ ຕ້ອນຮັບບຸນປີໃໝ່ Chol Chnam Thmay ຢ່າງຄຶກຄື້ນມ່ວນຊື່ນ. ສໍາລັບພະນັກງານ, ນັກຮົບກອງ K71 ແລະ K73 (ຂຶ້ນກັບກອງບັນຊາການທະຫານແຂວງໄຕນິງ), ນີ້ແມ່ນໂອກາດແບ່ງປັນຄວາມເບີກບານມ່ວນຊື່ນປີໃໝ່, ພ້ອມທັງແມ່ນໂອກາດເພີ່ມພູນຄູນສ້າງອາລົມຈິດ, ນ້ຳໃຈຄວາມຮັກແພງທີ່ຈິງໃຈພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ ໃນວິວັດການປະຕິບັດໜ້າ ຢູ່ກຳປູເຈຍ.

Top