• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ຍູ້ແຮງວຽກງານການສຶກສາ, ຍົກສູງຄວາມຮູ້ດ້ານການເງິນໃຫ້ແກ່ປະຊາຊົນ

ໂດຍເລີ່ມຈາກຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ວຽກງານການສຶກສາ, ຍົກສູງຄວາມເຂົ້າໃຈ, ຄວາມຮູ້ດ້ານການເງິນໃຫ້ແກ່ປະຊາຊົນ, ໃນຕົ້ນເດືອນ ມີນາ ຜ່ານມາ, ສະຫະສະມາຄົມທະນາຄານ ກຳປູເຈຍ (ABC), ສະຫະສະມາຄົມການເງິນ ມະຫາພາກ ກຳປູເຈຍ (CMA) ໄດ້ສົມທົບກັບບໍລິສັດ Credit Bureau ກຳປູເຈຍ ແລະ ບໍລິສັດການບໍລິການສື່ສານ Apsara (AMS) ໄດ້ເປີດຕົວລາຍການໂທລະພາບທີ່ມີຊື່ວ່າ “ຖະໜົນການເງິນ” ພາຍໃຕ້ການໜູນຊ່ວຍຂອງທະນາຄານແຫ່ງຊາດ ກຳປູເຈຍ.
  ຜູ້ຕາງໜ້າບັນດາຫົວໜ່ວຍຜະລິດລາຍການທີ່ພິທີເປີດຕົວ (ພາບ:Van Do - VOV Phnom Penh)  

ນີ້ແມ່ນໂຄງການທີ່ໄດ້ອອກແບບດ້ວຍວິໄສທັດ ແລະ ເປົ້າໝາຍຍາວນານ, ສຸມໃສ່ແງ່ມູມກົດໝາຍ, ຫຼັກການປົກປ້ອງລູກຄ້າ, ຄວາມຮູ້ກ່ຽວກັບການເງິນ, ຄວາມປອດໄພຂອງການເງິນດີຈີຕອນ ແລະ ຄວາມສ່ຽງໃນຂົງເຂດການເງິນ - ທະນາຄານ.

ໃນປີທຳອິດ, ລາຍການ “ຖະໜົນການເງິນ” ລວມມີ 20 ຕອນ, ໄດ້ອອກອາກາດປະຈຳອາທິດນັບແຕ່ເດືອນ ເມສາ ໃນຊ່ອງໂທລະພາບ Apsara, ບັນດາສື່ສັງຄົມອອນໄລຂອງ Apsara Media, ສະຫະສະມາຄົມການເງິນຈຸລະພາກ ກຳປູເຈຍ (CMA), ສະຫະສະມາຄົມທະນາຄານກຳປູເຈຍ (ABC), ບໍລິສັດ Credit Bureau ກຳປູເຈຍ. ລາຍການໄດ້ປະກອບສ່ວນປະຕິບັດແຜນການກະທຳຂອງຍຸດທະສາດແຫ່ງຊາດ ກ່ຽວກັບການເງິນແບບກວມລວມໄລຍະ 2019 – 2025 ໂດຍທະນາຄານແຫ່ງຊາດ ກຳປູເຈຍ ວາງອອກ. ແຕ່ລະອາທິດ, ຈະມີຫຼາຍບັນຫາເຊິ່ງບັນດານັກສະໜອງການບໍລິການການເງິນ ກໍ່ຄືປະຊາຊົນເວົ້າລວມ ພວມປະເຊີນໜ້າໃນປະຈຸບັນ ໄດ້ຍົກອອກມາປຶກສາຫາລື, ໄຈ້ແຍກ ກັບບັນດານັກຊ່ຽວຊານໃນຂະແໜງ, ຈາກນັ້ນ, ກໍ່ສະເໜີມາດຕະການແກ້ໄຂ ນັບແຕ່ຂັ້ນອຳນາດການປົກຄອງ, ນັກສະໜອງບໍລິການ, ລູກຄ້າ ແລະ ປະຊາຊົນ. ລາຍການໂທລະພາບນີ້ໄດ້ຮັບຄວາມສົນໃຈຈາກມະຫາຊົນ, ພິເສດແມ່ນບັນດາເພື່ອນໜຸ່ມ, ຜູ້ມີຄວາມຕ້ອງການໃຊ້ຈ່າຍ, ປະຢັດ, ກູ້ຢຶມທຶນ, ລົງທຶນໃຫຍ່ ແຕ່ຍັງບໍ່ທັນມີປະສົບການໃນການຄຸ້ມຄອງການເງິນສ່ວນຕົວ. ເພື່ອນ Chey Sopha, ອາຍຸ 25 ປີ, ຢູ່ນະຄອນຫຼວງ ພະນົມເປັນ, ໃຫ້ຮູ້ວ່າ:

“ລາຍຮັບແຕ່ລະເດືອນຂອງນ້ອງບໍ່ຕ່ຳ ເມື່ອທຽບໃສ່ລະດັບສະເລ່ຍລວມ, ແຕ່ຍາມທ້າຍປີໄດ້ສະຫລຸບຄືນ ກໍ່ ເຫັນວ່າບໍ່ປະຢັດໄດ້ເທົ່າໃດ. ຄວາມຈິງແລ້ວ, ບາງຄັ້ງຄາວນ້ອງເຫັນວ່າ ປະສົບກັບຄວາມຫຍຸ້ງຍາກໃນການສ້າງແຜນການເງິນ, ໃຊ້ຈ່າຍ, ປະຢັດ, ລົງທຶນ ຄືແນວໃດ. ເຮັດແນວໃດເພື່ອມີຄວາມດຸ່ນດ່ຽງລະຫວ່າງການໃຊ້ຈ່າຍ ແລະ ການປະຢັດ. ຫຼືວ່າ ຢາກເລີ່ມທຸລະກິດ ຕ້ອງຄຸ້ມຄອງການເງິນຄືແນວໃດ. ດັ່ງນັ້ນ, ນ້ອງຫວັງວ່າ ລາຍການນີ້ຈະສະໜອງຄວາມຮູ້, ບົດຮຽນໃນຂົງເຂດນີ້ໃຫ້ນ້ອງຫຼາຍກວ່າອີກ”.

ຕາມການຕີລາຄາຂອງທະນາຄານແຫ່ງຊາດ ກຳປູເຈຍ ແລ້ວ, ຄວາມເຂົ້າອົກຂອບໃຈກ່ຽວກັບການເງິນຂອງປະຊາຊົນ ກຳປູເຈຍ ໃນປະຈຸບັນ ຍັງມີຄວາມຈຳກັດຢູ່, ຈາກວິທີການຄຸ້ມຄອງເງິນ, ຄຸ້ມຄອງລາຍຮັບ, ລາຍຈ່າຍ, ປະຢັດເງິນ… ເລື່ອງຂາດຄວາມເຂົ້າໃຈກ່ຽວກັບການເງິນ ແລະ ບໍ່ໄດ້ສຳຜັດກັບບັນດາການບໍລິການການເງິນທາງການ ຈະເຮັດໃຫ້ປະຊາຊົນມີຄວາມສ່ຽງ, ຖືກຍຸບເລິກຄວາມຕ້ອງການທີ່ຈຳເປັນ 4 ຂໍ້, ນັ້ນແມ່ນ: ພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ ແລະ ກາລະໂອກາດດຳເນີນທຸລະກິດ ພ້ອມທັງແມ່ນກຳລັງກີດຂວາງຕໍ່ການເຕີບໂຕເສດຖະກິດແຫ່ງຊາດ. ຍ້ອນເຫດນັ້ນ, ການຍົກສູງຄວາມເຂົ້າໃຈ, ຄວາມຮູ້ດ້ານການເງິນ ສວມບົດບາດສຳຄັນທີ່ສຸດ, ຊ່ວຍໃຫ້ປະຊາຊົນ, ວິສາຫະກິດ ສາມາດຄຸ້ມຄອງການເງິນໃຫ້ເໝາະສົມ, ມີປະສິດທິຜົນ ແລະ ຫລຸດພົ້ນອອກຈາກສະພາບໜີ້ສິນຫຼາຍ. ທ່ານ Kaing Tongngy, ຫົວໜ້າດ້ານສື່ສານ ສະຫະສະມາຄົມການເງິນຈຸລະພາກ ກຳປູເຈຍ, ໃຫ້ຮູ້ວ່າ:

“ກຳປູເຈຍ ມີພື້ນຖານເສດຖະກິດພວມພັດທະນາ, ເລື່ອງຍົກສູງຄວາມຮູ້ດ້ານການເງິນ ຈະນຳມາເຊິ່ງຫຼາຍກາລະໂອກາດໃຫ້ປະຊາຊົນ ເພື່ອເລີ່ມທຸລະກິດ ຫຼື ເປີດກ້ວາງຮູບແບບດຳເນີນທຸລະກິດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ຈາກນັ້ນ ກໍ່ປັບປຸງພື້ນຖານເສດຖະກິດແຫ່ງຊາດ. ນອກຈາກນັ້ນ, ປະຈຸບັນ, ບັນດາຮູບແບບການຫຼອກລວງ, ສວຍໃຊ້ໃນສື່ສັງຄົມອອນລາຍ ນັບມື້ນັບປະກົດຢ່າງຫຼວງຫຼາຍ, ຮຽກຮ້ອງໃຫ້ປະຊາຊົນຕ້ອງຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບດ້ານການເງິນ ເພື່ອເລືອກເອົາແຫຼ່ງຂໍ້ມູນຂ່າວ, ປົກປ້ອງຊັບສິນຂອງຕົນເອງ. ບັນດາບັນຫາພາຍນອກ ຄື: ໂລກລະບາດໂຄວິດ - 19, ໄພເງິນເຟີ້ເພິ່ມຂຶ້ນສູງ, ຜົນກະທົບຈາກການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ, ເຖິງວ່າໂດຍກົງ ຫຼື ທາງອ້ອມກໍ່ລ້ວນແຕ່ສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນ ກຳປູເຈຍ”.

  ທ່ານ Kaing Tongngy, ຫົວໜ້າດ້ານສື່ສານ ສະຫະສະມາຄົມການເງິນຈຸລະພາກ ກຳປູເຈຍ  

ກໍ່ຕາມທ່ານ Kaing Tongngy, ຂົງເຂດການເງິນຂອງ ກຳປູເຈຍ ໃນ 20 ປີມານີ້ ໄດ້ພັດທະນາຢ່າງແຮງ, ປະຊາຊົນຢູ່ຕົວເມືອງ ຫຼື ເຂດຊົນນະບົດ ກໍ່ລ້ວນແຕ່ໄດ້ສຳຜັດກັບບັນດາການບໍລິການການເງິນ, ແຕ່ເຖິງຢ່າງໃດກໍ່ຕາມ ເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ອາຊຽນ, ຄວາມເຂົ້າໃຈດ້ານການເງິນຂອງປະຊາຊົນ ກຳປູເຈຍ ເກືອບຄືວ່ານອນໃນກຸ່ມຕ່ຳສຸດ. ຍ້ອນເຫດນັ້ນ, ລາຍການໂທລະພາບ “ຖະໜົນການເງິນ” ບໍ່ພຽງແຕ່ສະໜອງແງ່ມູມ, ທັດສະນະຂອງບັນດານັກຊ່ຽວຊານໃນຂະແໜງເທົ່ານັ້ນ, ຫາກປະຊາຊົນ, ເປົ້າໝາຍນ້ຳໃຊ້ການບໍລິການການເງິນປະຈຳວັນ ກໍ່ມີໂອກາດເພື່ອແບ່ງປັນກ່ຽວກັບບັນດາບັນຫາຂອງຕົນ. ທ່ານ Kaing Tongngy, ຫົວໜ້າດ້ານສື່ສານ ສະຫະສະມາຄົມການເງິນຈຸລະພາກ ກຳປູເຈຍ, ໃຫ້ຮູ້ຕື່ມອີກວ່າ:

“ລາຍການມຸ່ງໄປເຖິງບັນດາລູກຄ້າທີ່ນຳໃຊ້ບໍລິການການເງິນ ກໍ່ຄືປະຊາຊົນເວົ້າລວມ. ພວກຂ້າພະເຈົ້າຈະປຶກສາຫາລືບັນດາບັນຫາທີ່ພວມເກີດຂຶ້ນຢູ່ທະນາຄານ, ອົງການການເງິນ, ກໍ່ຄືບັນດາບັນຫາໃນປະຊາຄົມປະຈຸບັນ. ລາຍການກໍ່ສ້າງໂອກາດໃຫ້ປະຊາຊົນແບ່ງປັນບັນດາຄວາມເປັນຫ່ວງ, ຄວາມຄິດຂອງເຂົາ ໃຫ້ບັນດານັກຊ່ຽວຊານໂດຍກົງ ແລະ ຮັບຟັງບັນດານັກຊ່ຽວຊານແບ່ງປັນບົດຮຽນ, ມາດຕະການແກ້ໄຂ ກໍ່ຄືສະເໜີບັນດາເຕັກໂນໂລຊີໃໝ່ໃນຂົງເຂດການເງິນ, ທະນາຄານ”.

ໃນຊຸມປີຜ່ານມາ, ກຳປູເຈຍ ພວມຍູ້ແຮງການຜັນຂະຫຍາຍບັນດາລາຍການ, ໂຄງການ ເພື່ອແນໃສ່ຍົກສູງຄວາມຮູ້ດ້ານການເງິນໃຫ້ແກ່ວົງຄະນະຍາດ, ຢູ່ທຸກເກນອາຍຸ, ຄື: ຈຳໜ່າຍເລື່ອງພາບກ່ຽວກັບການເງິນສຳລັບເດັກ, ຈັດການແຂ່ງຂັນຜະລິດວີດີໂອ ສຶກສາດ້ານການເງິນສະຫງວນໃຫ້ລຸ້ນໜຸ່ມ, ຫຼື ສ້າງຄະນະກຳມະການການເງິນຮອບດ້ານໃນປີ 2020. ການສຶກສາ, ຍົກສູງສະຕິຄວາມຮູ້ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນ ສາມາດປັບປຸງຄຸນນະພາບຊີວິດການເປັນຢູ່ທັງໃນໄລຍະປະຈຸບັນ ແລະ ອະນາຄົດເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາສະພາບແວດລ້ອມດ້ານການເງິນທີ່ໂປ່ງໃສ, ປອດໄພ, ສະດວກ, ຈາກນັ້ນ ກໍ່ກາຍເປັນກຳລັງໜູນຊຸກຍູ້ພື້ນຖານເສດຖະກິດແຫ່ງຊາດພັດທະນາອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top