• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ອີ​ຣານ ຮົກ​ອອກ​ເງື່ອນ​ໂຂ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ນິ​ວ​ເຄຼຍ​ກັບ ອາ​ເມ​ລິ​ກາ

ເຕ​ເຮ​ຣານ ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ເປີດຊ່ອງ​ແຄບ​ທະ​ເລ Hormuz ​ຄືນ​ໃໝ່ຕາມ​ຂັ້ນ​ຕອນ 2 ວັນ.
ທ່ານ Abbas Araghchi ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ (ພາບ: IRNA/VNA)

ທ່ານ Abbas Araghchi ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ ເຕ​ເຮ​ຣານ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ​ກັບ ອາ​ເມ​ລິ​ກາ ພາຍຫຼັງ​​ຊ່ອງ​ແຄບ​ທະ​ເລ Hormuz ໄດ້​ເປີດ​ຄືນ​ໃໝ່​ບົນ​ພື້ນ​ຖານ​ບັນ​ດາ​ເງື່ອນ​ໄຂ​ຂອງ ອີ​ຣານ ໄດ້​ຮັບ​ການ​ຕອ​ບ​ສະ​ໜອງ. ພ້ອມ​ທັງ​ຢັນ​ຢືນ​ວ່າ ນະ​ໂຍ​ບາຍ​ກ່ຽວ​ກັບ​ນີວ​ເຄຼນ ແລະ ຫຼັກ​ໝັ້ນ​ທາງ​ການ​ຂອງ ເຕ​​ເຮຣານ ມາ​ຮອດ​ປະ​ຈຸ​ບັນ, ​ຍັງ​ໄດ້​ຮັກ​ສາໄວ້​ເໝີອນ​ເດີມ.

ໃນ​ການ​ຕອບ​ສຳ​ພາດ​ນັກ​ຂ່າວ​ໃນ​ວັນ​ທີ 21 ພະ​ຈິກ, ທ່າ​ນ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Abbas Araghchi ໃຫ້​ຮູ້​ວ່າ ເຕ​ເຮ​ຣານ ຍັງ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ເປີດຊ່ອງ​ແຄບ​ທະ​ເລ Hormuz ​ຄືນ​ໃໝ່ຕາມ​ຂັ້ນ​ຕອນ 2 ວັນ. ຕາມນັ້ນ​ແລ້ວ, ອາ​ເມ​ລິ​ກາ ຈະ​ປະ​ຕິ​ບັດ​ບັນ​ດາ​​ຄຳ​ໝັ້ນ​ສັນ​ຍາ​ໃນ​ວັນ​ທຳ​ອິດ ສ່ວນ ອີ​ຣານ ຈະ​ເປີດ ຊ່ອງ​ແຄບ​ທະ​ເລ Hormuz ໃນ​ວັນ​ທີ 2 ຊື່ງ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສອງ​ຝ່າຍ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສຸດ​ທ້າຍ. ທ່ານ​ຖື​ວ່າ, ວໍ​ຊິງ​ຕັນ ຕ້ອງ​ສະ​ແດ​ງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ ແລະ ​ມີ​ບາດ​ກ້າວ​ເດີນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ເຕ​ເຮຣານ ​ພວມ​ພິດ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ບັນ​ຫາ​ນິ​ວ​ເຄຼຍ ໂດຍ​ບັນ​ດາ​ຝ່າຍ​ເປັນ​ກາງ​ສົ່ງ​ມາ​ໃຫ້. ຕາມ​ທ່ານ Abbas Araghchi, ອົງ​ການ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ຈະມີ “ບົດ​ບາດ​ໃນ​ບໍ່​ວ່າ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ສະ​ບັບ​ໃດໆ”, ແຕ່ກໍ່​ເນັ້ນ​ໜັກ​ເຖິງ​ລັກ​ສະ​ນະ​ສັບ​ສົນ​ຂອງ​ຂໍ້​ຕົກ​ລົງ​ນີວ​ເຄຼຍສະ​ບັບ​ໜຶ່ງ

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top