• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ການແຂ່ງຂັນມວຍສາກົນ Victory 8 ຢູ່ ຮ່າໂນ້ຍ

ຫວ່າງແລ້ວນີ້, ນັກມວຍ 24 ຄົນຢູ່ພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຮ່ວມການແຂ່ງຂັນມວຍສາກົນ Victory 8 - ມະຫັດສະຈັນຂອງ ຮວ່ານກຽມ ເຊິ່ງໄດ້ຈັດຂຶ້ນຢູ່ໜອງ ເກືອມ, ຮ່າໂນ້ຍ. ການແຂ່ງຂັນທັງໝົດ ມີ 12 ຄູ່, ໃນນັ້ນ ມີການ ແຂ່ງຂັນ ຊີງແຊ້ມ WBA ອາຊີຕາເວັນອອກ ໄດ້ຈັດຂຶ້ນໃນນັດ
ສຸດທ້າຍ.
ນີ້ແມ່ນເທື່ອທີ 3, ເຫດການ Victory 8 ໄດ້ຈັດຕັ້ງຢູ່ ຫວຽດນາມ, ແຕ່ໄດ້ຈັດຢູ່ນະຄອນຫຼວງ ຮ່າໂນ້ຍ ແມ່ນເທ່ື່ອທຳອິດ. ເຫດການດັ່ງກ່າວມີຊື່ວ່າ “Victory 8-ມະຫັດສະຈັນຂອງ ຮວ່ານກຽມ”, ດຶງດູດການເຂົ້າຮ່ວມ ຂອງຜູ້ຊົມມາ ໜອງເກືອມ ເກືອບ 30.000 ຄົນ ແລະ 200 ລ້ານຄົນໃນໂລກ ຕິດຕາມການຖ່າຍທອດສົດຜ່ານ ທາງໂທລະພາບ.

ຈຸດເດັ່ນໃນເຫດການດັ່ງກ່າວ ແມ່ນການແຂ່ງຂັນລະຫວ່າງ ນັກມວຍສາກົນ ອັນດັບ 1 ຫວຽດນາມ ນາງ ຫງວຽນທິເຕິມ ກັບນັກມວຍສາກົນ  ອົດສຕຣາລີ Jasmen Hudson(ລຸ້ນ 51 ກິໂລຍິງ) ແລະ ການແຂ່ງຂັນລະຫວ່າງນັກມວຍສາກົນ ເຈືອງດິ່ງຮວ່າງ ແລະ ນັກມວຍສາກົນ ສ ເກົາຫຼີ Gyu Hyun Lee (ລຸ້ນ 76 ກິໂລຊາຍ) ເພື່ອຊີງແຊ້ມ WBA ອາຊີຕາເວັນອອກ.

ເຖິງວ່າ ຕ້ອງແຂ່ງກັບນັກມວຍສາກົນ ທີ່ເຄີຍຍາດໄດ້ ແຊ້ມມວຍສາກົນ ອົດສຕຣາລີ 3 ເທື່ອ, ແຕ່ສຸດທ້າຍ ນັກມວຍສາກົນ ຫວຽດນາມ ຫງວຽນທິເຕີມ ເອົາຊະນະ ນັກມວຍສາກົນ ອົດສຕຣາລີ Jasmen Hudson ພາຍຫຼັງການແຂ່ງຂັນໃນ 4 ຍົກ. 


ການແຂ່ງຂັນລະຫວ່າງ ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ກັບນັກມວຍ ສາກົນ ສ ເກົາຫຼີ Gyu Hyun Lee. ພາບ: ກົງດາດ


ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ເອົາຊະນະ ນັກມວຍສາກົນ ສ ເກົາຫຼີ Gyu Hyun Lee ພາຍຫຼັງການແຂ່ງຂັນໃນ 10 ຍົກ. ພາບ: ກົງດາດ


ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ກາຍເປັນນັກມວຍ
ສາກົນ ຫວຽດນາມ ຜູ້ທຳອິດຍາດໄດ້ແຊ້ມ WBA ອາຊີຕາເວັນອອກ.  ພາບ: ກົງດາດ



ນັກມວຍສາກົນ ຫວຽດນາມ ຫວໍທິກິມແອງ ເອົາຊະນະ ນັກມວຍສາກົນ ຟິລິບປີນ Gretel De Paz. ພາບ: ກົງດາດ


ຈຸດເດັ່ນໃນເຫດການດັ່ງກ່າວ ແມ່ນການແຂ່ງຂັນລະຫວ່າງ ນັກມວຍສາກົນ ອັນດັບ 1 ຫວຽດນາມ ນາງ ຫງວຽນທິເຕິມ ກັບນັກມວຍສາກົນ  ອົດສຕຣາລີ Jasmen Hudson. ພາບ: ກົງດາດ


ນັກມວຍສາກົນ ອັນດັບ 1 ຫວຽດນາມ ນາງ ຫງວຽນທິເຕິມ ເອົາຊະນະນັກມວຍສາກົນ  ອົດສຕຣາລີ Jasmen Hudson. ພາບ: ກົງດາດ


ການແຂ່ງຂັນລະຫວ່າງນັກມວຍສາກົນ ຫວຽດນາມ ຫງວຽນວັນຫາຍ ກັບນັກມວຍສາກົນ ຟິລິບປິນ Charly Suarez. ພາບ: ກົງດາດ


ນັກມວຍສາກົນ Thomas Wu ເອົາຊະນະນັກມວຍສາກົນ ອົດສຕຣາລີ Michael Pengue. ພາບ: ກົງດາດ


ນັກມວຍສາກົນ ຫວຽດນາມ ຫງວຽນວັນເດືອງ ເອົາຊະນະນັກມວຍສາກົນ ຟິລິບປິນ JenelLausa. ພາບ: ກົງດາດ


ບັນດານັກມວຍສາກົນ ໄດ້ຮັບການດູແລ ພາຍຫຼັງການແຂ່ງຂັນໃນແຕ່ລະຍົກ. ພາບ:ກົງດາດ

ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ແຂ່ງຂັນ ກັບນັກມວຍສາກົນ ສ ເກົາຫຼີ Gyu Hyun Lee.ສຸດທ້າຍ ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ເອົາຊະນະ ພາຍຫຼັງການແຂ່ງຂັນໃນ 10 ຍົກ. ນີ້ແມ່ນເທື່ອທຳອິດ ນັກມວຍສາກົນ ຫວຽດນາມ ຍາດໄດ້ແຊ້ມ WBA ອາຊີຕາເວັນອອກ.

Victory 8-ມະຫັດສະຈັນຂອງ ຮວ່ານກຽມ ແມ່ນເຫດການ ແຂ່ງຂັນມວຍສາກົນ ອາຊີບ, ດຶງດູດການເຂົ້າຮ່ວມແຂ່ງຂັນຂອງນັກມວຍສາກົນ ຫວຽດນາມ ແລະ ສາກົນ 24 ຄົນ, ແບ່ງເປັນ 12 ຄູ່, ລາງວັນທັງໝົດມີຄຸນຄ່າເຖິງ 100.000 ໂດລາສະຫະລັດ. ພາຍຫຼັງການແຂ່ງຂັນຢ່າງດຸເດືອດ, ຄະນະມວນສາກົນ ຫວຽດນາມ ເອົາຊະນະ 8 ນັດ. ນອກຈາກ ເຫດການນັກມວຍສາກົນ ເຈືອງດິ່ງຮວ່າງ ຍາດໄດ້ແຊ້ມWBA ອາຊີຕາເວັນອອກ, ຍັງຕ້ອງເວົ້າເຖິງການເອົາຊະນະຂອງບັນດານັກມວຍສາກົນ ຫວຽດນາມ ຄື: ຫງວຽນວັນເດືອງ, ຫງວຽນທິເຕີມ, ຫງວຽນວັນເຢີຍ, ຫງວຽນວັນຫາຍ, ເຈີ່ນວັນອານ, ຫວໍທິກິມແອງ, ຫວໍແທ່ງດາດ.
ບົດ ແລະ ພາບ: ກົງດາດ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top